5 ປີຜ່ານມາ ເສດຖະກິດເມືອງກາສີຂະຫຍາຍຕົວດີຂຶ້ນ


ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນວັນທີ 18 ທັນວານີ້, ໂດຍການເຂົ້າຮ່ວມຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ສະມາຊິກພັກຈຳນວນ 130 ສະຫາຍ ເປັນຕົວແທນໃຫ້ສະມາຊິກພັກ 1.640 ສະຫາຍໃນທົ່ວເມືອງເຂົ້າຮ່ວມ.


ກອງປະຊຸມໄດ້ຍົກໃຫ້ເຫັນວ່າ: ເມືອງກາສີ ຕັ້ງຢູ່ຫ່າງຈາກເທສະບານແຂວງວຽງຈັນໄປທາງທິດເໜືອ 178 ກມ, ເປັນທາງຜ່ານບັນດາແຂວງພາກເໜືອເຂົ້າສູ່ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດຫລາຍກວ່າ 2 ແສນເຮັກຕາ, ໃນນັ້ນ ມີດິນກະສິກຳ 58.782 ຮຕ, ດິນປຸກສ້າງ 765 ຮຕ, ດິນປ່າໄມ້ 138 ພັນກວ່າ ຮຕ; ດິນອຸດສາຫະກຳ 30,82 ຮຕ, ດິນຄົມມະນາຄົມກວ່າ 799 ຮຕ; ດິນວັດທະນາທຳກວ່າ 7.000 ຮຕ; ດິນບໍລິເວນນໍ້າ 527 ຮຕ.


ເມືອງກາສີຕັ້ງຢູ່ລຽບເສັ້ນທາງເລກທີ 13 ເໜືອ, ມີເສັ້ນທາງຕັດໃໝ່ ກາສີ-ເມືອງນານ, ພູມສັນຖານປະກອບດ້ວຍຫຼາຍລັກສະນະ ເຊິ່ງສ່ວນຫຼາຍແມ່ນເປັນພູພຽງ, ພູສູງຊັນ, ມີທົ່ງພຽງຕາມລ້ອງແມ່ນໍ້າ ແລະ ອຸດົມສົມບູນໄປ ດວ້ຍຊັບພະຍາກອນທຳມະຊາດທີ່ມີຄຸນຄ່າຢູ່ໃນພື້ນດິນ ແລະ ໜ້າດິນ, ປ່າໄມ້, ມີທົ່ງຫຍ້າຂຽວງາມ, ມີຫວ້ຍນໍ້າຫຼາຍສາຍໄຫຼຕະຫຼອດປີ, ມີເສັ້ນທາງທຽວໄດ້ສອງລະດູສາມາດໄປມາຫາສູ່ໄດ້ໝົດທຸກໆບ້ານ ອັນເປັນສິ່ງເອື້ອອຳນວຍ ແລະ ມີຄວາມເໝາະສົມໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງຮອບດ້ານ.


ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 5 ປີຜ່ານມາ ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ຈັງຫວະຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບສະເລ່ຍ 7,8% ຕໍ່ປີ, ລວມຍອດລາຍຮັບພາຍໃນປະຕິບັດໄດ້ 575 ຕື້ກີບ ລື່ນແຜນການ 36,57%, ສະເລ່ຍຕໍ່ຫົວຄົນໄດ້ຫລາຍກວ່າ 13 ລ້ານກີບ ຫລື ເທົ່າກັບ 1.619 ໂດລາສະຫະລັດ, ລື່ນແຜນການ 189 ໂດລາສະຫາລັດ,ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນໄປຕາມທິດຢ່າງຕັ້ງໜ້າ, ການຜະລິດກະສິກຳຕິດພັນກັບການຜະລິດອຸດສາຫະກຳ ແລະ ການບໍລິການ ເປັນພື້ນຖານໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງ ເຊິ່ງໄດ້ສະແດງອອກຄື: ຂະແໜງກະສິກໍາຈາກ 56,68% ມາເປັນ 52,39%, ຂະແໜງອຸດສາຫະກຳຈາກ 25,43% ມາເປັນ 26,18%, ຂະແໜງການບໍລິການຈາກ 17,89% ມາເປັນ 21,43%.