ເຈົ້າແຂວຫຼວງນ້ຳທາ ລົງກວດກາຄວາມຄືບໜ້າໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນ້ຳຂອງ 2


ວັນທີ 17 ທັນວານີ້, ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງຫຼວງນ້ຳທາ ໄດ້ລົງກວດກາຄວາມຄືບໜ້າໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນ້ຳຂອງ 2 ຢູ່ເມືອງຫຼວງນ້ຳທາ.




ຫົວໜ້າທີມທີປືກສາໂຄງການພັດທະນາຕົວເມືອງຕາມແລວທາງດັ່ງກ່າວ ໄດ້ລາຍງານຄວາມຄືບຫນ້າຂອງໂຄງການໃນ 4 ໂຄງການວ່າ: ໂຄງການກໍ່ສ້າງດັ່ງກ່າວປະກອບມີ 4 ໂຄງການໃຫຍ່ຄື: ໂຄງການທີ 1 ປະກອບມີໜ້າວຽກປັບປຸງສວນສາທາລະນະ, ຕະຫຼາດກາງຄືນ ແລະ ສະໝາມກິລາໃນຮົ່ມ ໂດຍແມ່ນບໍລິສັດ ຮ່ວງຊະນະໄຊ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າກໍ່ສ້າງ 1,5 ລ້ານກວ່າໂດລາ ມາຮອດປັດຈຸບັນສໍາເລັດແລ້ວ 27,40% ຄາດວ່າຈະສໍາເລັດໂຄງການໃນເດືອນກັນຍາ 2020, ໂຄງການກໍ່ສ້າງຂົວຂ້າມນໍ້າທາ ແລະ ທາງເຂົ້າຂົວ ແມ່ນບໍລິສັດຈຳປາຄຳ ກໍ່ສ້າງ-ສ້ອມແປງຂົວທາງ ແລະ ເຄຫາສະຖານຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 2,3 ລ້ານກວ່າໂດລາ.




ມາຮອດປັດຈຸບັນສຳເລັດແລ້ວ 49,83% ຄາດວ່າຈະສໍາເລັດໃນເດືອນມີນາ 2020, ໂຄງການປັບປຸງເສັ້ນທາງ ແລະ ຮ່ອງລະບາຍນ້ຳແຄມທາງເມືອງຫຼວງນ້ຳທາ ໂດຍແມ່ນບໍລິສັດ ຄຳຟອງກຼຸບ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 7,4 ລ້ານກວ່າໂດລາ ມາຮອດປັດຈຸບັນສໍາເລັດແລ້ວ 6,28% ຈະໃຫ້ສໍາເລັດເດືອນກັນຍາ 2020 ແລະ ໂຄງ ການທີ 4 ແມ່ນໂຄງການກໍ່ສ້າງສະໜາມຂີ້ເຫຍື້ອແຂວງຫຼວງນ້ຳທາ ແມ່ນບໍລິສັດ ວີເອັດພີກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມາຮອດປັດຈຸບັນສຳເລັດ 46,25% ແລະ ຄາດວ່າຈະສຳເລັດໃນເດືອນເມສາ 2020 ເຊິ່ງທັງໝົດໂຄງການກໍ່ສ້າງດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະ ນາອາຊີ.