ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ເນັ້ນໃຫ້ຂະແໜງການເງິນເພີ່ມທະວີຄວາມຮັບຜິດຊອບວຽກງານຫຼາຍຂຶ້ນ

- 664 - ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ເນັ້ນໃຫ້ຂະແໜງການເງິນເພີ່ມທະວີຄວາມຮັບຜິດຊອບວຽກງານຫຼາຍຂຶ້ນ
- kitchen vibe - ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ເນັ້ນໃຫ້ຂະແໜງການເງິນເພີ່ມທະວີຄວາມຮັບຜິດຊອບວຽກງານຫຼາຍຂຶ້ນ

ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ2019  ແລະ ທິດທາງແຜນການ ປີ 2020 ທີ່ໄດ້ຈັດຂຶ້ນໃນວັນທີ 16 ທັນວາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດເກັບລາຍຮັບ, ຄວາມຄືບໜ້າວຽກງານການປະຕິຮູບຂະແໜງການເງິນ, ມາດຕະການແກ້ໄຂຜົນການກວດສອບ ແລະ ຜົນການກວດກາ ການປະຕິບັດແຜນງົບປະມານແຫ່ງລັດ ແລະ ບັນຫາສໍາຄັນອື່ນໆ.

ໃນໂອກາດນີ້, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ໄດ້ແນະນໍາໃຫ້ຂະແໜງການຂອງຕົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2019 ຊຶ່ງເປັນໄລຍະບາດລ້ຽວອັນສໍາຄັນ ກ້າວເຂົ້າສູ່ໄລຍະທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໄດ້ມີຜົນສໍາເລັດຫລາຍດ້ານທີ່ເປັນອັນໃໝ່ ພາຍຫຼັງເຫັນວ່າ ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2019 ຍັງມີຫລາຍດ້ານພົບຄວາມຫຍຸ້ງຍາກ ແລະ ທ້າທາຍພໍສົມຄວນ ໂດຍສະເພາະການແກ້ໄຂສະ ພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານ ທີ່ເກີດຂຶ້ນມາໃນໄລຍະຫລາຍປີງົບປະມານທີ່ຜ່ານມາ, ຊຶ່ງຕ້ອງໃຊ້ເວລາພໍສົມຄວນຈຶ່ງຈະສາມາດຟື້ນໂຕ ແລະ ກັບເຂົ້າສູ່ສະພາບປົກກະຕິ; ການປະຕິບັດງົບປະມານແຫ່ງລັດໃນໄລຍະ 11 ເດືອນຜ່ານມາ, ບັນລຸພຽງ 78% ຂອງ​ແຜນການ​ປີ,  ສະເພາະລາຍຮັບພາຍໃນ ໄດ້ 83% ຂອງແຜນການປີ; ສ່ວນລາຍ​ຈ່າຍ​ປະຕິບັດ​ໄດ້ 69% ຂອງ​ແຜນການ​ປີ, ຄາດ​ວ່າ​ ຈະ​ມີ​ການ​ຂາດດຸນ​ງົບປະມານບໍ່​ເກີນ 4,5% ຂອງ GDP.

- Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ເນັ້ນໃຫ້ຂະແໜງການເງິນເພີ່ມທະວີຄວາມຮັບຜິດຊອບວຽກງານຫຼາຍຂຶ້ນ

ສຳລັບປີ 2020 ແມ່ນຈະສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານງົບປະມານ ແລະຫັນປ່ຽນໃໝ່ ໂດຍກ້າວເຂົ້າສູ່ການປະຕິຮູບ ການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງ, ເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະ ມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,5%. ເພື່ອສ້າງເງື່ອນໄຂທີ່ໜັກແໜ້ນ ແລະ ກະກຽມໃຫ້ແກ່ການຈັດຕັ້ງແຜນງົບປະມານແຫ່ງລັດ ປີ 2020 ຕາມມະຕິສະພາແຫ່ງຊາດໄດ້ຮັບຮອງ ລາຍຮັບທັງໝົດໃຫ້ບັນລຸ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ຊຶ່ງເປັນລາຍຮັບພາສີ-ອາກອນ 22.133 ຕື້ກວ່າກີບ,​ ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 4.576 ຕື້ກວ່າກີບ ແລະ ລາຍຮັບການຊ່ວຍເຫລືອລ້າ 2.287 ຕື້ກີບ.

ສ່ວນລາຍຈ່າຍທັງໝົດ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP ແລະ ຂາດດຸນງົບປະມານ 6.696 ຕື້ກີບທົ່າກັບ 3,77% ຂອງ GDP, ກອງປະຊຸມ ໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຮ່ວມກັນ ເພື່ອກຳນົດທິດທາງແຜນການທີ່ສໍາຄັນທາງດ້ານວິຊາການ​ ເພື່ອປັບປຸງ​ມາດ​ຕະການ ແລະ ກົນ​ໄກ​ການ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດແຜນງົບປະມານ​​ແຫ່ງ​ລັດ ​ໂດຍສະເພາະ​ການ​ຂຸດ​ຄົ້ນ​​ຈັດເກັບລາຍ​ຮັບ ​ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ ໃນປີໜ້າໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

- 5 - ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ເນັ້ນໃຫ້ຂະແໜງການເງິນເພີ່ມທະວີຄວາມຮັບຜິດຊອບວຽກງານຫຼາຍຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!