ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ

- 79898577 2367462843564263 5626750042179108864 o - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ
- kitchen vibe - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ
- 78801325 2367462853564262 5471069013981265920 o - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ

       ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ (13 ທັນວາ 1920 – 13 ທັນວາ 2019), ໃນທ້າຍ​ອາທິດ​ຜ່ານ​ມານີ້, ການນໍາແຂວງໄຊຍະບູລີ ນໍາໂດຍ ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊຍະບູລີ, ມີບັນດາທ່ານໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງໄຊຍະບູລີ ໄດ້ເຂົ້າວາງກະຕ່າດອກໄມ້ທີ່ອະນຸສາວະລີປະທານໄກສອນ ພົມວິຫານ.

- 79898577 2367462843564263 5626750042179108864 o 1 - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ
- 79944962 2367462833564264 1934600789360115712 o - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ

      ໂອກາດດັ່ງກ່າວ, ທ່ານ ສົມລິດ ເປືອກແກ້ວ ໄດ້ຂຶ້ນຜ່ານບົດສະດຸດີ ເພື່ອລະນຶກວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານຄົບຮອບ 99 ປີວ່າ: ນັບແຕ່ມື້ທີ່ປະທານ ໄກສອນ ພົມວິຫານ ໄດ້ເຄື່ຶອນໄຫວປະຕິວັດຈົນຮອດມື້ທ້າຍຊີວິດ, ເພິ່ນໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດທະນາປະເທດຊາດ, ກວ່າເຄິ່ງສະຕະວັດ ເພິ່ນລ້ວນແຕ່ໄດ້ຮັບຄວາມເຄົາລົບຮັກຈາກທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດໃນສະໄໝຕໍ່ສູ້ກູ້ຊາດ ໄດ້ຮ່ວມທຸກ, ຮ່ວມສຸກ, ຮ່ວມເປັນ, ຮ່ວມຕາຍກັບພະນັກງານ, ນັກຮົບ ແລະ ປະຊາຊົນຊັ້ນຄົນຕ່າງໆ, ເພິ່ນໄດ້ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດ, ມາໃນໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພິ່ນກໍໄດ້ສືບຕໍ່ອຸທິດຕົນສຸມກຳລັງ, ເຫື່ອແຮງ, ສະຕິປັນຍາເຂົ້າໃນການກໍ່ສ້າງບູລະນະລະບອບໃໝ່ ເຮັດໃຫ້ການປະຕິບັດ 2 ໜ້າທີ່ຍຸດທະສາດດໍາເນີນໄປຢ່າງໜັກແໜ້ນ ປະເທດຊາດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການວາງກະຕ່າດອກໄມ້ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ມີນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ, ຍອມເສຍສະຫລະຊີວິດເລືອດເນື້ອເພື່ອພາລະກິດປະຕິວັດຢ່າງພິລະອາດຫານພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງຄຸນງາມຄວາມດີອັນໃຫຍ່ຫຼວງນັ້ນ ໄດ້ຖືກຈາລຶກໄວ້ໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເວົ້າລວມ, ເວົ້າສະເພາະກໍຄືຊາວແຂວງໄຊຍະບູລີຕະຫຼອດຊົ່ວກາລະນານ.

- Visit Laos Visit SALANA BOUTIQUE HOTEL - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ
- 4 - ການນໍາແຂວງໄຊຍະບູລີວາງກະຕ່າດອກໄມ້ໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!