ອາທິດນີ້ຈະມີຝົນຕົກຢູ່ບາງທ້ອງຖິ່ນ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 19-22 ທັນວານີ້ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ຈະມີຝົນຕົກໃນລະດັບຄ່ອຍ ເນື່ອງຈາກລົມຕາເວັນອອກ-ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່. ຂະນະດຽວກັນ, ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກຳລັງແຮງຂຶ້ນເລັກໜ້ອຍ ແລະ ແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດເຮົາ ເຊິ່ງຈະເຮັດໃຫ້ອາກາດຈະເຢັນລົງປະມານ 1-2 ອົງສາ ໃນແຕ່ລະພາກ.
ສຳລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກຈະມີຝົນຕົກໃນລະດັບຄ່ອຍ ແລະ ອາກາດຈະເຢັນລົງ 1-2 ອົງສາ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມແຕ່ 7-26 ອົງສາ. ພາກເໜືອດ້ານຕາເວັນຕົກຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກກາງອາກາດຈະເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ອຸນຫະພູມແຕ່ 11-32 ອົງສາ. ພາກໃຕ້ອາກາດຈະໜາວຫາໜາວເຢັນໃນຕອນກາງຄືນ ແລະ ຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ອຸນຫະພູມແຕ່ 17-34 ອົງສາ.