ກອງ​ປະຊຸມ​ໂລກ​ຮ້ອນ​ສິ້ນສຸດ​ລົງໂດຍ​ຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ກົນ​ໄກ​ຕະຫລາດ

- world - ກອງ​ປະຊຸມ​ໂລກ​ຮ້ອນ​ສິ້ນສຸດ​ລົງໂດຍ​ຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ກົນ​ໄກ​ຕະຫລາດ
- kitchen vibe - ກອງ​ປະຊຸມ​ໂລກ​ຮ້ອນ​ສິ້ນສຸດ​ລົງໂດຍ​ຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ກົນ​ໄກ​ຕະຫລາດ

     ​ໃນ​ວັນ​ທີ 15 ທັນວາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ ຄັ້ງທີ 25 ຫລື COP 25 ທີ່​ຈັດ​ຂຶ້ນຢູ່​ນະຄອນຫລວງ​ມາດຣິດ ປະ​ເທດ​ແອັສປາຍ ​ໄດ້​ສິ້ນສຸດ​ລົງ.

     ​ເມື່ອ​ສັງ​ເກດ​ເບິ່ງ​ປະຫວັດສາດ​ຂອງ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ສປຊ, COP 25 ​ໄດ້​ສ້າງ​ສະຖິຕິ 2 ຢ່າງ​ຄື: ​ເວລາ​ກະກຽມ​ສັ້ນທີ່​ສຸດ ​ແລະ ​ເວລາ​ເຈລະຈາ​ຍາວ​ທີ່​ສຸດ, ​ແຕ່​ບໍ່​ແມ່ນ​ກອງ​ປະຊຸມ​ທີ່​ມີ​ຜົນສຳ​ເລັດ​ຫລາຍ​ທີ່​ສຸດ. ກ່ຽວ​ກັບ​ບັນຫາ​ກົນ​ໄກ​ຕະຫລາດ​ທີ່ຢູ່​ໃນ​ມາດຕາ 6 ຂອງ​ສັນຍາ​ປາຣີສ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫລວງຫລາຍ​ນັ້ນ, ຝ່າຍ​ຕ່າງໆ​ບໍ່ສາມາດ​ຕົກລົງ​ຢ່າງ​ເປັນ​ເອກະ​ພາບ​ກັນ​ໄດ້ ​ແລະ ຕົກລົງ​ຈະ​ສືບ​ຕໍ່​ພິຈາລະນາ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ປີ 2020.

- Visit Laos Visit SALANA BOUTIQUE HOTEL - ກອງ​ປະຊຸມ​ໂລກ​ຮ້ອນ​ສິ້ນສຸດ​ລົງໂດຍ​ຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ກົນ​ໄກ​ຕະຫລາດ

     ທ່ານ​ ນາງ ​ເຈັນ​ນີ​ເຟີ ​ໂມ​ເກນ ຜູ້ອຳນວຍການ​ໃຫຍ່​ອົງການ​ສັນຕິພາບ​ສີຂຽວ ​ເຫັນ​ວ່າ: ປີ 2019 ​ແມ່ນ​ປີ​ໜຶ່ງ​ທີ່​ທົ່ວ​​ໂລກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ສຳລັບ​ກອງ​ປະຊຸມ​ຄັ້ງນີ້​ບໍ່​ໄດ້​ຮັບ​ຜົນສຳ​ເລັດ​ເທົ່າ​ທີ່​ຄວນ​ເມື່ອ​ທຽບ​ໃສ່​ຜົນ​ກະທົບ​ທີ່​ຮ້າຍ​ແຮງ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ. ​ເຖິງ​ຈະ​ເປັນ​ແນວ​ນີ້​ກໍ​ຕາມ ມະຕິ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ຄັ້ງນີ້​ໄດ້​ມີ​ສຽງ​ຕອບ​ຮັບ​ຕໍ່​ຄວາມ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຄື: ບັນດາ​ປະ​ເທດ​ຕ້ອງ​ສຸມ​ຄວາມ​ພະຍາຍາມ​ຫລາຍ​ກວ່າ​ເກົ່າ​ໃນ​ປີ 2020 ​ແລະ ​ເພີ່ມ​ທະວີ​ການ​ປະຕິບັດ​ງານ​ຂອງ​ຕົນ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ.

- 3 - ກອງ​ປະຊຸມ​ໂລກ​ຮ້ອນ​ສິ້ນສຸດ​ລົງໂດຍ​ຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ກົນ​ໄກ​ຕະຫລາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!