ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ

- 888 2 - ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ
- kitchen vibe - ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ

​ທະ​ນາ​ຄານ ເປັນ​ທີ່​ເພິ່ງ​ຂອງ​ລູກ​ຄ້າ ຫຼື ຜູ້​ປະ​ກອບ​ການຫຼາກຫຼາຍ​ສາ​ຂາ​ອາ​ຊ​ີບ​ໃນ​ການ​ຜະ​ລິດ, ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ ກໍ່​ຄື​ການ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະ​ນັກ​ງານ, ທະ​ຫານ, ຕຳຫຼວດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ໂດຍ​ການ​ຝາກ-ກູ້ ທີ່​ມີ​ຈຸດ​ປະ​ສົງນຳ​ໃຊ້​ເຂົ້າ​ຖືກ​ເປົ້າ​ໝາຍ ແລະ ຊຳ​ລະ​ຕົ້ນ​ທຶນ+ດອກ​ເບ້ຍ ຕາມ​ກຳ​ນົດ​ເວ​ລາ​ທີ່​ກຳ​ນົດ​ໄວ້.

- IMG 3576 - ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ

ດັ່ງ​ທ່ານ ຄຳ​ພູນ ແສງ​ປະ​ທີບ ຊາວ​ບ້ານ​ໂນນ​ສະ​ຫວ່າງ ນະ​ຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ເປັນລູກຄ້າ​ຜູ້​ໜຶ່ງ​ ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ລາວ ສາ​ຂາ​ປາກ​ເຊ (ທ​ພ​ລ-ປ​ຊ) ຊຶ່ງ​​ໃນ​ປີ 2007 ໄດ້​ຮັບ​ການ​ກູ້​ຢືມ​ທຶນຈາກ​ທະ​ນ​າ​ຄານ​ດັ່ງ​ກ່າວ ມາ​ລ້ຽງ​ປາ​ກະ​ຊັງ ໂດຍ​ເຮັດ​ແຕ່​ນ້ອຍ​ຫາ​ໃຫຍ່ ເບື້ອງ​ຕົ້ນ​ແມ່ນ​ມີ 9 ກະ​ຊັງ ແຕ່​ມາ​ເຖິງ​ປະ​ຈຸ​ບັນ​ມີ 100 ກວ່າ​ກະ​ຊັງ​ທີ່​ລ້ຽງ​ຢູ່​ນ້ຳ​ຂອງ ເຂດ​ບ້ານໂນນ​ສະ​ຫວ່າງ ​ແລະ ລ້ຽງ​ປາ​ອະ​ນຸ​ບານໃສ່​ໜອງ​ຢູ່​ບ້ານຫຼັກ 40 ເມືອງ​ປະ​ທຸມ​ພອນ ແຂວງ​ຈຳ​ປາ​ສັກ ແລະ ມີ​ຜູ້​ຊ່ວຍ​ວຽກ 10 ຄົນ. ຜ່ານ​ການ​ລ້ຽງ​ປາ​ ຕາມ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ກໍຄື​ຄວາມ​ມັກ​ຂອງ​ຕົນ ຈຶ່ງ ​ມີ​ຜົນ​ຜະ​ລິດ​   ແລະ ​ຜົນ​ກຳ​ໄລ​ໃນ​ແຕະ​ລະ​ປີ ນັບຫລາຍຮ້ອຍລ້ານກີບ.

- Visit Laos Visit SALANA BOUTIQUE HOTEL - ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ
- IMG 3634 Copy - ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ

ທ່ານ ຄຳ​ພູນ ​ກ່າວ ​ວ່າ: ​ການ​ດຳ​ເນີນ​ທຸ​ລະ​ກິດທີ່ດີແມ່ນຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ແຫຼ່ງ​ທຶນຈາກທະນາຄານດ້ວຍດອກ​ເບ້ຍ​ຜ່ອນ​ຜັນ ແລະ ສິງນີ້ກໍຈະເປັນເງື່ອນໄຂຊ່ວຍຊຸກ​ຍູ້​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ (SME) ໄດ້ຂະຫຍາຍຕົວ

ຕົກ​ມາ​ຮອດ​ເດືອນ​ກັນ​ຍາ 2019 ຜ່ານ​ມານີ້, ເຫດ​ການບໍ່​ຄາດ​ຄິດກໍ່​ເກີດ​ຂຶ້ນ ຍ້ອນ​ຝົນ​ຕົກ​ໜັກ​ຕິດ​ຕໍ່​ກັນຫຼາຍ​ວັນ ເຮັດ​ໃຫ້​ເກີດ​ນ້ຳ​ນອງ-ນ້ຳ​ຖ້ວມ ​ ໃນ​ບັນ​ດາ​ແຂວງ​ພາກ​ໃຕ້ ແລ​ະ ​ພາກ​ກາງ ​ລວມ​ທັງ​ສະ​ຖານ​ທີ່​ລ້ຽງ​ປາ​ ກະ​ຊັງ​ຂອງຕົນ​ເປ້​ເພ​ເສຍ​ຫາຍ 45 ກະ​ຊັງ ຕົກເປັນມູນ​ຄ່າ 180 ລ້ານ​ກີບ; ປາ​ອອກ,  ປາ​ຕາຍ  ແລະ ໜອງປາອະນຸບານຖືກເສຍຫາຍລວມ​ມູນ​ຄ່າ​ເສຍ​ຫາຍ​ທັງ​ໝົດ ປະ​ມານ 785 ລ້ານ​ກີບ ແລະ ຕໍ່ສະພາບດັ່ງກ່າວ

      ທ່ານ ຈັນ​ສະ​ຫວ່າງ ອໍ​ລະ​ແສງ ຮອງ​ຫົວ​ໜ້າ ທະນາຄານພັດທະນາລາວ ສາ​ຂາ ປ​ຊ ໄດ້ຢືນ​ຢັນ ຈະສບືຕໍ່ສົ່ງເສີມເງິນກູ້ໃຫ້ ​ທ່ານ ຄຳ​ພູນ ແສງ​ປະ​ທີບ ໄດ້​ຮັບ​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ຈາກ SME ໂດຍ​ຜ່ານ ທະນາຄານຂອງຕົນ ຊຶ່ງ​ໃນ​ຜ່ານ​ມາ​ໄດ​້​ເປັນ​ລູກ​ຄ້າ​ຊັ້ນ​ດີ​ຄົນ​ໜຶ່ງ

- 5 - ຜູ້ປະກອບການລ້ຽງປາກະຊັງຢູ່ນະຄອນປາກເຊ ດີໃຈທີ່ຈະໄດ້ຮັບທຶນສະໜັບສະໜູນຈາກທະນາຄານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!