ສົ່ງເສີມຜະລິດຕະພັນພາຍໃນ ຄວນໃສ່ໃຈຫຍັງແດ່

- 1312 - ສົ່ງເສີມຜະລິດຕະພັນພາຍໃນ ຄວນໃສ່ໃຈຫຍັງແດ່
- kitchen vibe - ສົ່ງເສີມຜະລິດຕະພັນພາຍໃນ ຄວນໃສ່ໃຈຫຍັງແດ່

ການສົ່ງເສີມຜະລິດຕະພັນພາຍໃນ ໄດ້ກາຍເປັນກະແສຟອງຂອງການ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ, ເພື່ອທີ່ຈະເຮັດໃຫ້ການສົ່ງເສີມດັ່ງກ່າວ ໄດ້ຮັບໝາກຜົນດີ ຄວນຄຳນຶງເຖິງດ້ານໃດແດ່?

ຜະລິດຕະພັນ ອາດມີຫຼາຍຂະແໜງການ ແຕ່ໃນບົດນີ້ ຜູ້ຂຽນຈະເວົ້າເຖິງສະເພາະ ຂະແໜງກະສິກຳ ທີ່ເຫັນວ່າບໍ່ສົມຄວນຢ່າງຍິ່ງ ເມື່ອຄວາມຈິງທີ່ວ່າ ພວກເຮົາຍັງຕ້ອງນຳເຂົ້າພືດຜັກ ຈາກຕ່າງປະເທດຈຳນວນ ຫຼວງຫຼາຍ ທັງທີ່ປະເທດເຮົາຍັງມີເນື້ອທີ່ ແລະ ທ່າແຮງໃນການຜະລິດ ທີ່ຈະຕອບສະໜອງໃຫ້ແກ່ ຄວາມຕ້ອງການຂອງ ປະຊາກອນພາຍໃນປະເທດ ໃນຈຳນວນ ເກືອບ 7 ລ້ານ.

- Visit Laos Visit SALANA BOUTIQUE HOTEL - ສົ່ງເສີມຜະລິດຕະພັນພາຍໃນ ຄວນໃສ່ໃຈຫຍັງແດ່

ຜູ້ຂຽນ ຂໍຍົກເອົາບາງບັນຫາທີ່ໄດ້ຮັບການຄົ້ນຄວ້າ ໂດຍ ເຄືອຂ່າຍຊາວກະສິກອນລາວ ເຖິງບັນຫາ ທີ່ຄວນຄຳນຶງ ເພື່ອສົ່ງເສີມການຜະລິດກະສິກຳ ພາຍໃນໃຫ້ຂະຫຍາຍຕົວ ແລະ ພຽງພໍກັບຄວາມຕ້ອງການພາຍໃນ.

ສິ່ງທຳອິດ ທີ່ຄວນເອົາໃຈໃສ່ ແມ່ນ ການຈັດຕັ້ງ ແລະ ການໂຮມຕົວກັນ ຂອງຊາວກະສິກອນ, ໃນປັດຈຸບັນເຫັນວ່າ ຊາວກະສິກອນລາວ ຍັງມີຂະໜາດນ້ອຍ ແລະ ກະແຈກກະຈາຍ ເຊິ່ງບໍ່ສາມາດ ຕອບສະໜອງ ກັບຄວາມຕ້ອງການ ແລະ ການຄໍ້າປະກັນລາຄາສິນຄ້າໄດ້ເປັນຢ່າງດີ, ການຈັດຕັ້ງຂອງຊາວ ກະສິກອນທີ່ເປັນການໂຮມຕົວກັນນັ້ນ ຈະສາມາດຮວບຮວມຜົນຜະລິດຈາກໜ້ອຍ ໃຫ້ຫຼາຍ ສາມາດຕອບສະໜອງກັບຄວາມຕ້ອງການ.

ບັນຫາຕໍ່ມາ ກໍແມ່ນ ການເຂົ້າເຖິງຕະຫຼາດ, ພວກເຮົາເຂົ້າໃຈດີວ່າ ຊາວກະສິກອນລາວສ່ວນໃຫຍ່ ບໍ່ກ້າລົງທຶນໃນການຜະລິດ ຍ້ອນບໍ່ມີຕະຫຼາດຈຳໜ່າຍສິນຄ້າທີ່ມີການຄໍ້າປະກັນລາຄາທີ່ແນ່ນອນ, ເພາະສະນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຈຳເປັນຕ້ອງໄດ້ ໃຫ້ຄວາມສະດວກ ໃນການຊອກຫາຕະຫຼາດ ໂດຍສະເພາະ ການພົບປະ ລະຫວ່າງ ຜູ້ຊື້ ແລະ ຜູ້ຜະລິດ ນັ້ນຈະສາມາດ ເຮັດໃຫ້ຊາວກະສິກອນ ມີຄວາມເຂົ້າໃຈຫຼາຍຂຶ້ນ ກັບຄວາມຕ້ອງການຂອງລູກຄ້າ ແລະ ຮູ້ວ່າ ເຂົາເຈົ້າຄວນຕິດຕໍ່ຫາໃຜ, ພ້ອມນັ້ນ ການເຮັດສັນຍາ ໃນການຊື້ຂາຍສິນຄ້າກໍໃຫ້ມີຄວາມຮັດກຸມ ເພື່ອເຮັດໃຫ້ຜູ້ຜະລິດ ແລະຜູ້ຊື້ໄດ້ຮັບຜົນປະໂຫຍດ.

ຊາວກະສິກອນສ່ວນໃຫຍ່ຍັງຂາດທຶນຮອນ, ເພາະສະນັ້ນ ການເຂົ້າເຖິງ ສິນເຊື່ອດອກເບ້ຍຕໍ່າໄດ້ງ່າຍ ຈະສາມາດ ສົ່ງເສີມການຜະລິດສິນຄ້າໄດ້ຢ່າງຫຼວງຫຼາຍ.

ພ້ອມນັ້ນ, ການເພີ່ມປະສິດທິພາບ ການຜະລິດ ແມ່ນມີຄວາມຈຳເປັນຢ່າງຍິ່ງໃນທ່າມກາງ ຄວາມຕ້ອງການທີ່ເພີ່ມຂຶ້ນ, ຕົວຢ່າງ ການຜະລິດເຂົ້າຢູ່ປະເທດເຮົາມີ ສອງລະດູ ແຕ່ ຢູ່ຫວຽດນາມ ມີຮອດ ສາມລະດູ, ການລ້ຽງໝູຂອງຊາວກະສິກອນຈີນ ຢູ່ນະຄອນຫຼວງວຽງຈັນ ໃຊ້ເວລາລ້ຽງໝູພຽງ 3 ເດືອນ ແຕ່ ຊາວກະສິກອນລາວໃນເວລາ 4 ເດືອນ, ພ້ອມນັ້ນ ຍັງມີແນວພັນ ພືດຜັກ ຫຼາຍຊະນິດ ທີ່ຕ້ອງໄດ້ນຳເຂົ້າຈາກ ຕ່າງປະເທດ ທີ່ເຮັດໃຫ້ການຜະລິດຂອງ ຊາວກະສິກອນລາວມີຕົ້ນທຶນສູງ ເຊິ່ງເປັນສິ່ງທີ່ພວກເຮົາຕ້ອງສູ້ຊົນຕື່ມ.

ສິ່ງສຳຄັນ ອີກອັນໜຶ່ງ ກໍແມ່ນການຄວບຄຸມການລົງທຶນຂອງຕ່າງປະເທດ ແລະ ຈຳກັດການນຳເຂົ້າ, ຍົກຕົວຢ່າງ ການລ້ຽງປາກະຊັງ ຂອງຊາວກະສິກອນລາວ ຕາມລຳນໍ້າງື່ມນັ້ນ ຕ້ອງພົບພໍ້ອຸປະສັກ ເມື່ອໄດ້ແຂ່ງຂັນ ກັບ ຊາວກະສິກອນຊາວ ຈີນທີ່ລ້ຽງປາໃຊ້ຕົ້ນທຶນຕໍ່າ, ໃຊ້ເວລາໜ້ອຍ ແລະ ຂາຍປາລາຄາຖືກກວ່າ, ແລະ ອີກຕົວຢ່າງ ໜຶ່ງ ຈາກບົດຄົ້ນຄວ້າ ຂອງເຄືອຂ່າຍ ຊາວກະສິກອນ ຍັງຊີ້ໃຫ້ເຫັນວ່າ ການຜະລິດຊີ້ນໝູຂອງຄົນລາວມີຕົ້ນທຶນ 15,000 ກີບ ຂະນະທີ ຊາວຈີນຜະລິດມີພຽງ 13,000 ກີບ ແລະ ບໍລິສັດຊີພີ ມີພຽງ 10,000 ກີບ.

ສິ່ງດັ່ງກ່າວເຮັດໃຫ້ ຊາວກະສິກອນລາວ ພົບພໍ້ບັນຫາ ການຂາດທຶນ ແລະເປັນໜີ້ສິນຫຼວງຫຼາຍ, ເພາະສະນັ້ນ ຖ້າຢາກເຮັດໃຫ້ ສົ່ງເສີມ ການຜະລິດ ແລະການບໍລິໂພກພາຍໃນ ໃຫ້ໄດ້ດີ, ບັນດາ ບັນຫາດັ່ງກ່າວມານັ້ນ ຄວນໄດ້ ຮັບການແກ້ໄຂ ແລະ ເອົາໃຈໃສ່ໃຫ້ດີກວ່າເກົ່າ.

- 4 - ສົ່ງເສີມຜະລິດຕະພັນພາຍໃນ ຄວນໃສ່ໃຈຫຍັງແດ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!