ຫົງແດງ ແຊງທີມອື່ນບັນລຸຄວ້າຕົວ ມິນາມິໂນ໊ະ

- WhatsApp Image 2019 12 13 at 11 - ຫົງແດງ ແຊງທີມອື່ນບັນລຸຄວ້າຕົວ ມິນາມິໂນ໊ະ
- kitchen vibe - ຫົງແດງ ແຊງທີມອື່ນບັນລຸຄວ້າຕົວ ມິນາມິໂນ໊ະ

    ລິ​ເວີ​ພູລ ທີມຈ່າຝູງໃນລະດູການນີ້ຂອງ ພຣີເມຍລີກ ອັງກິດ ບັນລຸຄວ້າຕົວ   ທາຄູມິ ມິນາມິໂນ໊ະ ນັກເຕະຊາວຍີ່ປຸ່ນກອງກາງຂອງທີມ ເຣັດບລູຊັນບວກ ເຫຼືອພຽງຖ້າກວດຮ່າງກາຍ ດ້ວຍຄ່າຕົວ 7,25 ລ້ານປອນ ພ້ອມເຊັນສັນຍາຍາວ 5 ປີ ເຊິ່ງຖ້າວ່າສັນຍາດັ່ງກ່າວເກີດຂຶ້ນ​ແທ້ ຈະເຮັດໃຫ້ດາວເຕະແດນຊາມູໄລຄົນນີ້ເປັນຄົນທຳອິດໃນປະຫວັດສາດຂອງສະໂມສອນທີ່ຍ້າຍມາໃນຖິ່ນແອນຟິວ.

    ທາຄູມິ ມິນາມິໂນ໊ະ ກອງກາງອາຍຸ 24 ປີ ໄດ້ໂຊຟອມການຫລິ້ນໄດ້ໂດດເດັ່ນໃນລະດູການນີ້ ຍິງໄປແລ້ວ 5 ປະຕູກັບອີກ 6 ແອດຊິດ ໃນລີກອົດສະຕຣາລີ ສ່ວນໃນແຊມປ້ຽນລີກຍິງໄປແລ້ວ 2 ປະຕູ ແລະ ໃກ້ຈະຍ້າຍມາເປັນນັກເຕະຫົງແດງໃນໄວໆນີ້ ຫຼັງຈາກມີການເຈລະຈາ ທັງສອງສະໂມສອນເຫັນດີນຳໃນການຊື້-ຂາຍນັກເຕະຊາວຍີ່ປຸ່ນດັ່ງກ່າວ.  

- Visit Laos Visit SALANA BOUTIQUE HOTEL - ຫົງແດງ ແຊງທີມອື່ນບັນລຸຄວ້າຕົວ ມິນາມິໂນ໊ະ

    ພ້ອມນີ້ ເຣັດບລູ ຊັນບວກ ໄດ້ຄວ້າຕົວ ທາຄູມິ ມິນາມິໂນ໊ະ ມາຈາກ ເຊເຣໂຊ ໂອຊາກະ ທີມດັງໃນເຈລີກ ເມື່ອປີ 2015. ນອກຈາກນີ້ ທາຄູມິ ມິນາມິໂນ໊ະ ຍັງຕິດທີມຊາດຍີ່ປຸ່ນໄປແລ້ວ 22 ນັດ ຍິງ 11 ປະຕູ ແລະ ກ່ອນຈະຍ້າຍໄປ ລິ​ເວີ​ພູລ ຢ່າງເປັນທາງການໃນວັນທີ 1 ມັງກອນປີໜ້າ.

- 4 - ຫົງແດງ ແຊງທີມອື່ນບັນລຸຄວ້າຕົວ ມິນາມິໂນ໊ະ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!