ປກສ ນະຄອນຫລວງວຽງຈັນ ຕຽມກຳລັງປ້ອງກັນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່


ໃນກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງໃນເດືອນພະຈິກຜ່ານມາ, ຊຶ່ງເຫັນວ່າມີອັນພົ້ນເດັ່ນ, ສາມາດຮັບປະກັນໃຫ້ທົ່ວ ນະຄອນຫລວງວຽງຈັນ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ.
ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມດັ່ງກ່າວ ທ່ານ ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ, ກໍໄດ້ເນັ້ນໃຫ້ກຳລັງ ປກສ ນະຄອນຫລວງວຽງຈັນ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍສະເພາະແມ່ນໃຫ້ກະກຽມຄວາມພ້ອມໃນການປ້ອງກັນງານສະເຫລີມສະຫລອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີ ໃໝ່ 2020 ທີ່ໃກ້ຈະມາຮອດນີ້ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ໂດຍສະເພາະແມ່ນ ປກສ ເມືອງ ແລະ ປກສ ກຸ່ມຕ້ອງເອົາໃຈໃສ່ຕິດຕາມກວດກາ ໃນບໍລິເວນຊາຍແດນແມ່ນໍ້າຂອງ ທີ່ເປັນຈຸດສ່ຽງໃນການລັກລອບນຳເຂົ້າສິນຄ້າ, ການຄ້າຂາຍເຖື່ອນ ແລະ ບັນຫາຢາເສບຕິດໃຫ້ມຄວາມເຂັ້ມງວດກ່ວາເກົ່າ, ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ, ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ຕາມໂຮງຮຽນ, ໂຮງຈັກ, ໂຮງງານ ແລະ ສຳນັກງານອົງການຕ່າງໆໃຫ້ທົ່ວເຖິງ, ຮັບປະກັນໃຫ້ນະຄອນຫລວງມີຄວາມສະຫງົບປອດໄພ, ໂດຍສະເພາະແມ່ນໃນໂອກາດສະເຫລີມສະຫລອງສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ໃຫ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ
ເຈົ້າໜ້າທີ່
ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນຜ່ານມາ ຢູ່ ນະຄອນຫລວງວຽງຈັນ
ມີປະກົດການຫຍໍ້ທໍ້ເກີດຂຶ້ນກ່ວາ 200 ເລື່ອງ, ໃນນັ້ນພົ້ນເດັ່ນແມ່ນສະພາບລັກຊັບ, ມົ້ວສຸມຢາເສບຕິດ
ແລະ ບັນຫາອຸປະຕິເຫດເກີດຂຶ້ນກ່ວາ 100 ກໍລະນີ, ມີຜູ້ເສຍຊີວິດ 20 ກ່ວາຄົນ,
ທຽບໃສ່ເດືອນ ຕຸລາຜ່ານມາ ຜູ້ເສຍຊີວິດເພີ່ມຂຶ້ນ 14 ຄົນ.