ເຈົ້າບ່າວ ມາຊ້າ ເຈົ້າສາວຍົກເລີກງານແຕ່ງ

- 878 - ເຈົ້າບ່າວ ມາຊ້າ ເຈົ້າສາວຍົກເລີກງານແຕ່ງ
- kitchen vibe - ເຈົ້າບ່າວ ມາຊ້າ ເຈົ້າສາວຍົກເລີກງານແຕ່ງ

ລູກເມືອງພວນ

ເຫດການເກີດຂຶ້ນຢູ່ທີ່ໝູ່ບ້ານ Nangaljat ທີ່ຂຶ້ນກັບເມືອງ Bijnor ໃນລັດ Uttar Pradesh ປະເທດ ອິນເດຍ. ຍ້ອນເຈົ້າບ່າວມາຊ້າ ບໍ່ຖືກກັບເວລານັດໝາຍ. ເຈົ້າສາວ ໄດ້ຍົກເລີກງານແຕ່ງ ແລະ ເຂົ້າງານວິວາກັບຊາຍຄົນອື່ນທັນທີ ຊຶ່ງທຸກຄົນໃນງານແຕ່ງຕົກຕະລຶງໄປຕາມໆກັນ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າບ່າວ ມາຊ້າ ເຈົ້າສາວຍົກເລີກງານແຕ່ງ

ກ່ອນໜ້ານັ້ນ 2 ເດືອນເຈົ້າບ່າວ ແລະ ເຈົ້າສາວ ໄດ້ໝັ້ນກັນໄວ້ແລ້ວໃນງານແຕ່ງລວມໝູ່ແຫ່ງໜຶ່ງ ໂດຍລັດຖະບານຈັດຂຶ້ນ. ຫຼັງຈາກນັ້ນກໍໄດ້ກະກຽມໃຫ້ງານແຕ່ງຢ່າງເປັນທາງການ. ເມື່ອເຖິງມື້ແຕ່ງ, ເຈົ້າສາວ ແລະ ຝ່າຍຍິງລໍຖ້າຈົນຮອດທ່ຽງຄືນ ຝ່າຍເຈົ້າບ່າວຈຶ່ງມາເຖິງ.

ເມື່ອມາຮອດເຮືອນເຈົ້າສາວ, ທຸກຄົນທີ່ມາຮ່ວມງານຂອງຝ່າຍຊາຍຕົກສະເງີ້ ແລະ ເກືອບເປັນລົມໄປຕາມໆກັນ ເມື່ອຮູ້ຂ່າວວ່າ ຝ່າຍຍິງຍົກເລີກງານແຕ່ງ ແລະ ໄດ້ແຕ່ງງານກັບຊາຍຄົນອື່ນໄປແລ້ວ ຊຶ່ງເປັນຊາວບ້ານດຽວກັນ. ເມື່ອສະຖານະການເປັນເຊັ່ນນັ້ນ, ທັງສອງຝ່າຍຕ່າງກໍບໍ່ຄຸມສະຕິອາລົມໄວ້ໄດ້ ຈຶ່ງໄດ້ບຸກເຂົ້າໃສ່ກັນຢ່າງໂອລະຫັນ ຈົນເຖິງຂັ້ນເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນຕ້ອງໄດ້ເຂົ້າມາລະງັບເຫດ.

ເບື້ອງຕົ້ນເຈົ້າໜ້າທີ່ກໍຄິດວ່າຝ່າຍຍິງເປັນຜູ້ຜິດ ໃນເມື່ອປະກາດຍົກເລີກງານແຕ່ງແຕ່ຝ່າຍດຽວ ແລະ ຊໍ້າບໍ່ໜຳຍັງແຕ່ງກັບຊາຍຄົນອື່ນໂດຍທັນທີ. ຫຼັງຈາກນັ້ນຝ່າຍຍິງເປີດເຜີຍວ່າ: ກ່ອນໜ້ານັ້ນ ຝ່າຍຍິງບໍ່ພໍໃຈກັບສິນສອດຢູ່ແລ້ວ ເພາະຝ່າຍຊາຍຮຽກຮ້ອງໃຫ້ຝ່າຍຍິງຕ້ອງເອົາເງິນສິນສອດໃຫ້ເປັນຈຳນວນຫຼາຍ ແລະ ລົດຈັກໜຶ່ງຄັນ, ເມື່ອໄດ້ໂອກາດເຈົ້າບ່າວມາຊ້າ ເຈົ້າສາວຈຶ່ງຍົກເລີກງານແຕ່ງທັນທີ ແລະ ແຕ່ງກັບຊາຍຄົນອື່ນແທນ ເພາະຝ່າຍຍິງຮູ້ສຶກວ່າຝ່າຍຊາຍບໍ່ໃຫ້ກຽດຝ່າຍຍິງ.

ແຕ່ຝ່າຍຊາຍໃຫ້ເຫດຜົນວ່າ: ເຂົາຖືກຝ່າຍຍິງອັດປະຕູຂັງໄວ້ໃນຫ້ອງ ແລະ ທຸບຕີພວກເຂົາ, ເຄື່ອງຂອງສິນສອດທັງໝົດ ທີ່ເອົາມາໃຫ້ຝ່າຍຍິງກໍຖືກປຸ້ນສະດົມໄປໝົດ.

ນາຍ Kanta Prasad ພະນັກງານທ້ອງຖິ່ນຄົນໜຶ່ງໃຫ້ຮູ້ວ່າ:  ເຈົ້າໜ້າທີ່ໄດ້ເຮັດວຽກກັບ 2 ຄອບຄົວແລ້ວ ເພື່ອຟັງການໃຫ້ການຂອງທັງສອງຝ່າຍ. ປັດຈຸບັນທັງສອງຄອບຄົວໄດ້ມີຄວາມເຂົ້າອົກເຂົ້າໃຈກັນແລ້ວ ແຕ່ເຈົ້າສາວປະຕິເສດຈະບໍ່ໄປກັບເຈົ້າບ່າວອີກ.

- 4 - ເຈົ້າບ່າວ ມາຊ້າ ເຈົ້າສາວຍົກເລີກງານແຕ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!