ຈັບໄດ້ຄາໜັງ ຄາເຂົາ ເມຍນອກໃຈຈະແກ້ແນວໃດ?

- 3352 - ຈັບໄດ້ຄາໜັງ ຄາເຂົາ ເມຍນອກໃຈຈະແກ້ແນວໃດ?
- kitchen vibe - ຈັບໄດ້ຄາໜັງ ຄາເຂົາ ເມຍນອກໃຈຈະແກ້ແນວໃດ?

ລູກເມືອງພວນ

ຂ້ອຍ ພ້ອມກັບອ້າຍຂອງຂ້ອຍ ບຸກເຂົ້າໄປໃນຫ້ອງນອນ ເຮືອນພັກຫຼັງໜຶ່ງ ຈັບຄາໜັງຄາເຂົາ ເມຍນອນກັບຊາຍຄົນອື່ນ. ແທນທີ່ເຂົາຈະໜ້າອາຍ ແລະ ຂໍໂທດ ແຕ່ກົງກັນຂ້າມເມຍຂອງຂ້ອຍຊໍ້າພັດຂຶ້ນສຽງຮ້າຍດ່າ ແລະ ທຸບຕີຂ້ອຍ. ຫຼັງຈາກນັ້ນກໍພ້ອມກັນກັບເມືອເຮືອນ. ເມື່ອຮອດເຮືອນ ເມຍຮຽກຮ້ອງຢ່າຮ້າງ ແລະ ເວົ້າວ່າ: ຂ້ອຍບໍ່ຮັກເຈົ້າແລ້ວ, ຂ້ອຍມີຄົນໃໝ່ແລ້ວ.

- Visit Laos Visit SALANA BOUTIQUE HOTEL - ຈັບໄດ້ຄາໜັງ ຄາເຂົາ ເມຍນອກໃຈຈະແກ້ແນວໃດ?

ພວກຂ້ອຍມີລູກຮ່ວມກັນ 2 ຄົນ (ຊາຍໜຶ່ງ, ຍິງໜຶ່ງ) ເມຍຂ້ອຍ ຮູບຮ່າງໜ້າຕາສວຍງາມ, ຈິ່ງເປັນເປົ້າສາຍຕາຂອງຊາຍຫຼາຍຄົນຈ້ອງມອງ. ພາຍຫຼັງສອງປີມານີ້, ຂ້ອຍເຫັນເມຍມີນິໄສປ່ຽນແປງຜິດປົກກະຕິ, ເຂົາເມີນເສີຍຕໍ່ຂ້ອຍ, ເວລານອນນຳກັນຂ້ອຍມີຄວາມຕ້ອງການເຂົາກໍບໍ່ຢາກໃຫ້ຄວາມຕອບສະໜອງ. ເມື່ອຂ້ອຍຖາມວ່າເປັນຫຍັງດຽວນີ້ຄືວ່າມີການປ່ຽນແປງຫຼາຍແທ້? ເຂົາຕອບວ່າ: ເອົາກັນມາດົນແລ້ວ, ລູກກໍ 2 ຄົນແລ້ວ, ເລື່ອງ ‘ອັນນັ້ນ’ ກໍບໍ່ມີຄວາມຫ້າວຫັນຄືກັນກັບເມື່ອຫາກໍແຕ່ງງານກັນໃໝ່ໆ. ຢູ່ຕໍ່ມາຈຶ່ງຮູ້ວ່າເມຍນອກໃຈຕົນເອງ, ເມື່ອຂ້ອຍຖາມ ເຂົາກໍປະຕິເສດ. ໝູ່ເພື່ອນຮັກແພງຂອງຂ້ອຍເຫັນເມຍຂອງຂ້ອຍເຂົ້າເຮືອນພັກກັບຊາຍຄົນອື່ນຫຼາຍຄັ້ງແລ້ວມາເລ່ົາສູ່ຂ້ອຍຟັງ.

ແຕ່ຍ້ອນຮັກເມຍ ຂ້ອຍທຳໃຈເອົາໄວ້, ແຕ່ຫຼາຍເທື່ອຕໍ່ຫຼາຍທີກໍອົດໃຈບໍ່ໄດ້. ຈຶ່ງຕິດຕາມການເຄື່ອນໄຫວຂອງເມຍ, ມີມື້ໜຶ່ງກໍເລີຍເຫັນເມຍເຂົ້າເຮືອນພັກກັບຊາຍຄົນໜຶ່ງ. ຖ້າໃຫ້ເຂົາເຂົ້າຫ້ອງໄດ້ຊົ່ວໄລຍະໜຶ່ງ. ຂ້ອຍ ແລະ ອ້າຍຂອງຂ້ອຍກໍພ້ອມກັນບຸກເຂົ້າໄປໃນຫ້ອງທີ່ສອງຄົນເຂົາຢູ່. ປັດທີໂທ ! ສອງຄົນກຳລັງມີຄວາມສຸກນຳກັນຢ່າງເຕັມທີ່.

ແຕ່ຍ້ອນຮັກເມຍ ແລະ ລູກ ຂ້ອຍບໍ່ສາມາດຈະປະເມຍໄດ້. ຖ້າປະກັນລູກໆຂອງຂ້ອຍຈະເປັນແນວໃດ? ຂ້ອຍຈົນຕາແຈ ບໍ່ຮູ້ຈະເຮັດແນວໃດ. ປະດີບໍ ຫຼື ຄ່ອຍເກ່ຍກ່ອມໃຫ້ເມຍກັບຄືນຄືເກົ່າ? ຂໍຄຳແນະນຳນຳຜູ້ອ່ານທັງຫຼາຍ ເລືອກເສັ້ນທາງໃດດີ?

- 3 - ຈັບໄດ້ຄາໜັງ ຄາເຂົາ ເມຍນອກໃຈຈະແກ້ແນວໃດ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!