ເລື່ອງຄົນກິນຄົນ

- 0014 - ເລື່ອງຄົນກິນຄົນ
- kitchen vibe - ເລື່ອງຄົນກິນຄົນ

ລູກເມືອງພວນ

ມີຊົນເຜົ່າພື້ນເມືອງຊົນເຜົ່າໜຶ່ງດຳລົງຊີວິດຢູ New Guinea ຍັງສາມາດຮັກສາມູນເຊື້ອປະເພນີ ກິນຊີ້ນຄົນຂອງເຜົ່າຕົນຈົນເຖິງທຸກວັນນີ້, ແຕ່ສິ່ງເປັນໜ້າສົນໃຈທີ່ສຸດກໍຄື ມີຜູ້ເຄາະຮ້າຍຊາວຜິວຂາວຄົນໜຶ່ງສືບທອດມູນມໍລະດົກທີ່ຮັ່ງມີທີ່ສຸດໃນໂລກ.

- Visit Laos Visit SALANA BOUTIQUE HOTEL - ເລື່ອງຄົນກິນຄົນ
- Visit Laos Visit SALANA BOUTIQUE HOTEL - ເລື່ອງຄົນກິນຄົນ

Michael Rockefeller ເມື່ອມີອາຍຸໄດ້ 23 ປີ ຊຶ່ງເປັນຫຼານຄີງຂອງເສດຖີ John D.Rockefeller ຊຶ່ງຖືກຂະໜານນາມວ່າເປັນເສດຖີນໍ້າມັນຂອງອາເມລິກາ ແລະ ເປັນລູກຊາຍຂອງເຈົ້ານະຄອນ New York Nelson Rockefeller.

ຊົນເຜົ່າພື້ນເມືອງ Rockefeller ຖືວ່າເປັນຊົນເຜົ່າທີ່ຮັ່ງມີທີ່ສຸດໃນໂລກ ຊຶ່ງເປັນຜູ້ຄອບຄອງບໍ່ນໍ້າມັນທີ່ມີຊື່ສຽງ ອັນເຮັດໃຫ້ທັງປະເທດອາເມລິກາເກງຂາມ, ຢ້ານກົວ

ປີ 1961 Michael Rockefeller ໄດ້ໄປສຳຫຼວດແຜ່ນດິນ New Guinea ເພື່ອຄົ້ນຫາເຄື່ອງເກົ່າຂອງແກ່ຂອງເຜົ່າພື້ນເມືອງບູຮານ, ເມື່ອໃກ້ຈະສຳເລັດການສຳຫຼວດ Michael ກໍຖືກອຸບັດຕິເຫດຢູ່ກາງທະເລ, ເຂົາພະຍາຍາມລອຍເຂົ້າຫາຝັ່ງ ແລະ ກໍຫາຍສາບສູນຫຼັງຈາກນັ້ນ. ເມື່ອໄດ້ຍິນຂ່າວວ່າ Michael Rockefeller ໄດ້ໂດ່ງດັງໄປທົ່ວໂລກ ເພາະເຂົາເປັນຜູ້ສືບທອດມູນມໍລະດົກເສດຖີ Rockefeller.

ໃນປື້ມທີ່ມີຊື່ວ່າ Savage Harvest (ລະດູເກັບກ່ຽວໃນພົງໄພ) ຂຽນໂດຍ Carl Hoffman ເລົ່າວ່າ: Hoffman ລອຍເຂົ້າຫາຝັ່ງຕັ້ງ 16 ກິໂລແມດ, ພໍແຕ່ລອຍເຖິງຝັ່ງ Michael ກໍຖືກຊົນເຜົ່າພື້ນເມືອງ Asmat ຈັບໄປຄົວກິນ.

ເຈົ້າຂອງປື້ມເຫຼັ້ມດັ່ງກ່າວໃຫ້ຮູ້ວ່າ ຊົນເຜົ່າຢູ່ໃນ New Guinea ບໍ່ຖືກຄົນທັນສະໄໝສ້າງຄວາມວຸ້ນວາຍກຸກວນຄືກັບຊົນເຜົ່າຢູ່ Amazon ເພາະຢູ່ທີ່ນີ້ບໍ່ມີຊັບໃນດິນສິນໃນນໍ້າທີ່ອຸດົມສົມບູນຄືກັນກັບຢູ່ ອາເມຊອນ.

- 4 - ເລື່ອງຄົນກິນຄົນ
- 3 - ເລື່ອງຄົນກິນຄົນ
- 5 - ເລື່ອງຄົນກິນຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!