ວິທີຮັບມືກັບໄຟດົ້ນເກົ່າທີ່ບໍ່ທັນມອດ

- 663 - ວິທີຮັບມືກັບໄຟດົ້ນເກົ່າທີ່ບໍ່ທັນມອດ
- kitchen vibe - ວິທີຮັບມືກັບໄຟດົ້ນເກົ່າທີ່ບໍ່ທັນມອດ

ລູກເມືອງພວນ

ບັນຫາແຟນເກົ່າຂອງແຟນໃໝ່ອາດເວົ້າໄດ້ວ່າເປັນເລື່ອງທີ່ອ່ອນໄຫວທີ່ສຸດ ຖ້າຫາກເກີດວ່າຝ່າຍໃດຝ່າຍໜຶ່ງບໍ່ຍອມຈົບ ແລະ ພະຍາຍາມກັບເຂົ້າມາຢູ່ໃນຊີວິດຂອງແຟນອີກຄັ້ງ. ການຮັບມືກັບໄຟດົ້ນເກົ່າຈົ່ງໄດ້ໃຊ້ສະຕິ ແລະ ຄວາມອົດທົນເປັນຢ່າງສູງ ການເລືອກໃຊ້ຊີວິດຈິງຕ້ອງມີຄວາມຊັດເຈນ ແລະ ບໍ່ຕ້ອງໃຊ້ຄວາມຮຸນແຮງໃດໆ ຊຶ່ງເຮົາມີວິທີມາແນະນຳດັ່ງຕໍ່ໄປນີ້:

- Visit Laos Visit SALANA BOUTIQUE HOTEL - ວິທີຮັບມືກັບໄຟດົ້ນເກົ່າທີ່ບໍ່ທັນມອດ
  1. ເປີດຕົວແຟນຄົນໃໝ່ໃຫ້ຄົນອື່ນຮັບຮູ້

ການເປີດຕົວແຟນເປັນການບອກໃຫ້ຄົນອ້ອມຂ້າງ ແລະ ດົ້ນໄຟເກົ່າຮູ້ວ່າ ພວກເຈົ້າທັງສອງຄົນຄົບປະກັນຢ່າງເປີດເຜີຍ ເພື່ອຈະຊ່ວຍໃຫ້ແຟນເກົ່າຍອມຮັບ ແລະ ວາງມື ເພາະການເປີດຕົວຈະເຮັດໃຫ້ຄົນອ້ອມຂ້າງຮັບຮູ້ ແລະ ນິນທາຕໍ່ດົ້ນໄຟເກົ່າທີ່ຄອຍປັ່ນປ່ວນ ແລະ ການລົງຮູບຄູ່ໃນໂຊຊ່ຽວ ເປັນການສະແດງໃຫ້ເຫັນວ່າສອງຄົນຮັກກັນທີ່ສຸດ ຈະເຮັດໃຫ້ດົ້ນໄຟເກົ່າທີ່ຄອຍເຂົ້າມາຕິດຕາມການເຄື່ອນໄຫວຢ່າງບໍ່ລົດລະຕ້ອງຮ້ອນຮົນ ແລະ ອາດຈະຕັດສິນໃຈເລີຍກໍໄດ້.

2. ພະຍາຍາມຢ່າກັງວົນເກີນໄປ

ຂໍ້ນີ້ຕ້ອງໃຊ້ຄວາມພະຍາຍາມ ແລະ ຄວາມອົດທົນເປັນຢ່າງສູງຕໍ່ການປັ່ນປ່ວນກຸກກວນຂອງໄຟດົ້ນເກົ່າ ບາງຄັ້ງອາດຈະປ້ອຍດ່າ ວິຈານດ້ວຍຫຼາຍຮູບແບບ ເຮັດໃຫ້ເຮົາໂມໂຫ. ດັ່ງນັ້ນ, ຕ້ອງມີສະຕິ ແລະ ຢ່າແລ່ນນຳກະແສລົບກວນຂອງເຂົາ ຖ້າຫາກແລ່ນກັບການລົບກວນຂອງເຂົາ ຫຼື ເກີດໂວຍວາຍຫຶງຫວງ ອາດຈະກາຍເປັນພຶດຕິກຳທີ່ບໍ່ດີຕໍ່ເຮົາເອງ ເຮົາຕ້ອງຕັ້ງສະຕິ ແລະ ເສີຍໆຢູ່ຈະດີກ່ວາ.

3. ເອີ້ນມາລົມກັນດ້ວຍຄວາມເປີດໃຈ

ເປັນວິທີຕົງໄປຕົງມາ ແລະ ຊັດເຈນທີ່ສຸດໃນກໍລະນີທີ່ໄຟດົ້ນເກົ່າຍັງຕິດຕໍ່ກັບຜູ້ຊາຍ ແລະ ມີການສົ່ງຂໍ້ຄວາມມາປັ່ນປ່ວນ ການເອີ້ນມາເວົ້າກັນໂດຍຕົງ ເປັນການເຄຼຍບັນຫາທີ່ຍັງຄົງຄ້າງຢູ່ວ່າ ເປັນຫຍັງຈຶ່ງບໍ່ທັນຈົບກັນ, ນັ່ງລົມກັນທັງ 3 ຄົນ ວ່າມີບັນຫາຫຍັງກັນ ແລະ ເປັນການເຕືອນເບົາໆວ່າ ຖ້າຫາກຍັງມາກຸກກວນຢູ່ກໍຈະແຈ້ງຄວາມ.

4. ຄິດວ່າເປັນໂອກາດກໍແລ້ວກັນ

ການທີ່ບໍ່ສົນໃຈກັບການກະທຳທຸກຢ່າງຂອງໄຟດົ້ນເກົ່າເປັນສິ່ງທີ່ດີທີ່ສຸດ ຄິດວ່າມັນເປັນອະດີດຂອງແຟນ ແລະ ປ່ອຍວາງ ບໍ່ສົນໃຈສິ່ງທີ່ເຂົາເຮັດລົງໄປ ເຖິງເຂົາຈະປ້ອຍດ່າ ສົ່ງຂໍ້ຄວາມມາປັ່ນປ່ວນ ກໍບໍ່ສົນໃຈ ໃຫ້ຄິດວ່າມັນເປັນໂອກາດຍິ່ງເປັນກາດີ ແລະ ເຂົາກໍຈະງຽບໄປເອງ.

ການຮັບມືກັບໄຟດົ້ນເກົ່າເປັນເລື່ອງທີ່ຍາກ ແຕ່ບໍ່ຕ້ອງໃຈອ່ອນເດັດຂາດ ຖ້າຫາກເຫັນວ່າເຂົາຍັງຕັດກັນບໍ່ຂາດ ຫຼື ຍັງຈະຢູ່ກັບອະດີດ ສະແດງວ່າຄົນເຮົາຍັງບໍ່ພ້ອມທີ່ຈະເລີ່ມຕົ້ນໃໝ່ກັບເຮົາ, ກໍເຕືອນວ່າ ໃຫ້ ວາງມືໄປສາ ຖ້າປະໄວ້ດົນຈະເສຍຄວາມຮູ່ສຶກ.

- 5 - ວິທີຮັບມືກັບໄຟດົ້ນເກົ່າທີ່ບໍ່ທັນມອດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!