ສານປະຊາຊົນ ຈະເລັ່ງກວດກາພະນັກງານຜູ້ພິພາກສາ ແລະ ພະນັກງານສານ ທີ່ປະພຶດທຸຈະລິດ


ສານປະຊາຊົນສູງສຸດວາງແຜນຈະກວດກາພະນັກງານຜູ້ພິພາກສາ ແລະ ພະນັກງານສານ ທຸກຄົນທີ່ມີການປະພຶດທຸຈະລິດ ຖ້າຫາກພົບເຫັນຈະມີການດຳເນີນວິໄນຢ່າງເຂັ້ມງວດຄື: ປີຜ່ານມາ ໂດຍຜ່ານການກວດກາໄດ້ປະຕິບັດວິໄນໂຈະການເລື່ອນຊັ້ນ 4 ຄົນ, ປົດຕຳແຫນ່ງ 5 ຄົນ ແລະ ລືບຊື່ອອກຈາກການເປັນລັດຖະກອນ 2 ຄົນ.
ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ທີ່ຫາກໍ່ສຳເລັດຫ່ວາງບໍ່ດົນມານີ້, ທ່ານ ຄຳພາ ແສງດາລາ ປະທານສານປະຊາຊົນສູງສຸດ ໃຫ້ຮູ້ວ່າ: ປີ 2019 ນີ້, ສານປະຊາຊົນ ສາມາດຕັດສິນຄະດີໄດ້ເປັນຈຳນວນຫລາຍ, ແຕ່ກໍມີ ບາງກໍລະນີ ທີ່ສານຕັດສິນໄປແລ້ວແຕ່ຄູ່ຄວາມບໍ່ພໍໃຈ ແລະ ມີການຮ້ອງຟ້ອງຄືນດັ່ງ: ປີຜ່ານມາໄດ້ຮັບຄຳຮ້ອງ, ຄຳສະເຫນີຂອງພົນລະເມືອງ ແລະ ພາກສ່ວນຕ່າງໆເຂົ້າມາສານປະຊາຊົນ 14 ເລື່ອງ, ສ່ວນໃຫຍ່ແມ່ນພົນພັນເຖິງການປະພຶດຂອງຜູ້ພິພາກສາ ແລະ ພະນັກງານຂອງສານ, ປັດຈຸບັນທົ່ວປະເທດມີພະນັກງານສານເກືອບເຖິງ 2 ພັນຄົນ, ມີຜູ້ພິພາກສາ 471 ຄົນ ແລະ ມີຊ່ວຍຜູ້ພິພາກສາ 500 ກ່ວາຄົນ, ຈ່າສານກ່ວາ 150 ຄົນ, ທຽບໃສ່ປີ 2018 ຫລຸດລົງ 3 ຄົນ, ເນື່ອງຈາກມີການກວດກາ ແລະ ລົງໂທດປະຕິບັດວິໄນຕໍ່ຜູ້ມີການທຸຈະລິດ ແລະ ອື່ນໆ.
ທ່ານ ປະທານສານປະຊາຊົນສູງສຸດໃຫ້ຮູ້ວ່າ: ໃນປີຜ່ານມາ ສານປະຊາຊົນສາມາດຕັດສິນຄະດີສຳເລັດກ່ວາ 70% ສ່ວນໃຫຍ່ແມ່ນຄະດີລັກຊັບ, ຢາເສບຕິດ, ມູນມໍລະດົກ ແລະ ສາຍພົນພັນຄອບຄົວມີຫລາຍກ່ວາ 5 ພັນເລື່ອງ, ແນວໃດກໍດີ, ໃນປີ 2020 ສານປະຊາຊົນ ວາງແຜນຈະສືບຕໍ່ປັບປຸງການຈັດຕັ້ງ ຂອງສານປະຊາຊົນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະຈະຂະຫຍາຍສານເຂດ, ພ້ອມທັງໜ່ວຍງານຂອງສານປະຊາຊົນເຂດປະຈຳຢູ່ບັນດາເມືອງທີ່ຈຳເປັນ ເພື່ອບໍລິການຮັບໃຊ້ປະຊາຊົນ, ໂດຍຈະຈັດວາງກຳລັງຄືນໃໝ່ໃຫ້ສາມາດເຄື່ອນໄຫວໄດ້ຄ່ອງຕົວ ແລະ ມີປະສິດທິພາບຍິ່ງຂຶ້ນ, ພ້ອມທັງສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນ ແລະ ຄູ່ຄວາມເຂົ້າຫາຂະບວນການດຳເນີນຄະດີຂອງສານຫລາຍຂຶ້ນ, ທັບມ້າງສິ່ງອັດຕັນການດຳເນີນຄະດີຊັກຊ້າ, ແກ່ຍາວ ແລະ ບໍ່ຖືກຕ້ອງລົງ.