ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ

- 33 1 - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ
- kitchen vibe - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການປກສເມືອງ ແລະ ແຂວງໄຊຍະບູລີ ເຊີນຜູ້ປົກຄອງຂອງນັກຂັບຂີ່ຈໍານວນໜຶ່ງເພື່ອມາຮັບຮູ້ການກ່າວເຕືອນສຶກສາອົບຮົມລູກຫລານຂອງເຂົາເຈົ້າຈາກເຈົ້າໜ້າທີ່, ຫລັງຈາກໄວລຸ້ນດັ່ງກ່າວມີພຶດຕິກໍາສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມດ້ວຍການດັດແປງສະພາບເຕັກນິກລົດແລະຂັບຂີ່ເປັນພຶງເປັນແພສ້າງສຽງດັງເນືອງນັນສັງຄົມແລະຖືກເຈົ້າໜ້າທີ່ກັກຕົວໄດ້ໃນເສັ້ນທາງຕ່າງໆໃນເທສະບານ,ເຊິ່ງຜິດລະບຽບກົດໝາຍບ້ານເມືອງແລະຖືກປັບໄໝຕາມດໍາລັດ 188/ນຍ, ໂດຍສະເພາະຂັບຂີ່ລົດເກີນກໍານົດ, ຂັບລົດແຂ່ງກັນໂດຍບໍ່ໄດ້ຮັບອະນຸຍາດ, ດັດແປງສະພາບເຕັກນິກລົດ, ເອກະສານບໍ່ຄົບຖ້ວນແລະລະເມີດລະບຽບຈະລາຈອນແມ່ນຈະຖືກປັບໄໝຕາມລະບຽບກົດໝາຍ.

ໃນໂອກາດນີ້, ເຈົ້າໜ້າທີ່ໄດ້ເຕືອນໄວລຸ້ນທີ່ລະເມີດລະບຽບຄັ້ງນີ້, ໃຫ້ຢຸດເຊົາພຶດຕິກໍາທີ່ບໍ່ເໝາະສົມດັ່ງກ່າວແລະຕັ້ງໜ້າຝຶກຝົນຕົນເອງເປັນລູກທີ່ດີຂອງພໍ່ແມ່, ເປັນຄົນດີຂອງສັງຄົມແລະເອົາໃຈໃສ່ເຄົາລົບລະບຽບກົດໝາຍບ້ານເມືອງ, ພ້ອມທັງຮຽກຮ້ອງໃຫ້ຜູ້ປົກຄອງເອົາໃຈໃສ່ສຶກສາອົບຮົມລູກຫລານຂອງຕົນເລື້ອຍໆ ເພື່ອໃຫ້ເຂົາເຈົ້າເປັນຄົນດີແລະປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ
- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ
- 4 - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ
- 5 - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ
- 3 - ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!