ທລຍ ດໍາເນີນ 284 ໂຄງການ ແກ້ໄຂຄວາມທຸກຍາກຢູ່ເຊກອງ


ໃນໄລຍະຜ່ານມາກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໂດຍສະເພາະປະຊາຊົນທີ່ຢູ່ເຂຊົນນະບົດຫ່າງໄກສອກຫຼີກ, ສໍາລັບແຂວງເຊກອງແມ່ນໄດ້ຈັດຕັ້ງປະຕິບັດ 284 ໂຄງການໃນມູນຄ່າ 61 ຕື້ກວ່າກີບ ແລະທຶນຊຸມຊົນສົມທົບອີກຈໍານວນໜຶ່ງໃນນັ້ນໄດ້ສຸມໃສ່ຂະແໜງສຶກສາ, ສາທາລະນະສຸກ, ກະສິກໍາ, ໂຍທາທິການ ແລະຂົນສົ່ງ.
ໃນອາທິດຜ່ານມາ ຫ້ອງການປະສານງານ ທລຍ ປະຈໍາແຂວງເຊກອງໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍຈຸດສຸມພັດທະນາທີ່ເປັນບູລິມະສິດ, ຮ່າງແຜນພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກໄລຍະ 2020-2030 ຂຶ້ນ ທີ່ພະແນກກະສິກໍາ ແລະປ່າໄມ້ແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ພ້ອມ ເຈົ້າເມືອງ ແລະ ຫົວໜ້າພະແນກການກ່ຽວຂ້ອງຕ່າງໆ.
ຫົວໜ້າຫ້ອງການປະສານງານກອງທຶນຫຼຸດຜ່ອນຄວາມທຸກຍາກປະຈໍາແຂວງເຊກອງໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກໄລຍະທີ 1 ຫາໄລຍະທີ 3 ຢູ່ແຂວງເຊກອງແມ່ນຈັດຕັ້ງປະຕິບັດມາແຕ່ປີ 2010-2019 ມີທັງໝົດ 284 ໂຄງການລວມມີມູນຄ່າ 61 ຕື້ກວ່າກີບ, ທຶນຊຸມຊົນສົມທົບ 6,6 ຕື້ກວ່າກີບ, ໄດ້ຈັດສັນເຂົ້າໃສ່ການສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອສົ່ງເສີມໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ທຸກຍາກໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານເຊັ່ນ: ຂະແໜງສຶກສາທິການ ແລະກິລາມີ 118 ໂຄງການ ຂະແໜງສາທາລະນະສຸກ 112 ໂຄງການ, ຂະແໜງກະສິກໍາ ແລະ ປ່າໄມ້ມີ 29 ໂຄງການ ຂະແໜງໂຍທາທິການ ແລະ ຂົນສົ່ງມີ 25 ໂຄງການ.
ສໍາລັບທິດທາງແຜນການປີ 2020, ແຂວງເຊກອງໄດ້ປະກອບເອກະສານບົດສະເໜີໂຄງການຍ່ອຍ (ບ້ວງທຶນລັດຖະບານ) ມີທັງໝົດ 19 ໂຄງການຕົກເປັນມູນຄ່າ 3,2 ຕື້ກີບ, ໂດຍຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 3 ເມືອງຄື: ເມືອງລະມາມ 4 ໂຄງການ, ເມືອງກະລຶມ 7 ໂຄງການ ແລະເມືອງດາກຈຶງມີ 8 ໂຄງການ.