ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ

- 6354 1 - ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ
- kitchen vibe - ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ
- 79509096 2536966273247231 4526975575289495552 n - ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ

   ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ ຊື່ທ້າວ ອໍາພອນ (ຊຽງ) ອາຍຸ 24 ປີຢູ່ບ້ານໜອງແດງ, ເມືອງສອງຄອນແຂວງສະຫວັນນະເຂດ, ໃນຂະນະຜູ້ກ່ຽວລໍຖ້າສົ່ງຢາບ້າໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານໜອງນົກຂຽນ, ເມືອງສອງຄອນ, ພ້ອມຂອງກາງຢາບ້າ 120.000 ເມັດ, ລົດຈັກ 1 ຄັນ ແລະ ໂທລະສັບມືຖືໜຶ່ງໜ່ວຍ ທີ່ໃຊ້ເຂົ້າໃນການກະທໍາຜິດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ. ປັດຈຸບັນ ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

- 5 - ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ
- Visit Laos Visit SALANA BOUTIQUE HOTEL - ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!