ສະຫະລັດອາເມລິກາ ແລະ ສປປ ລາວ ຫາລືວຽກງານປ້ອງກັນຊາດສອງຝ່າຍປະຈຳປີ ຄັ້ງທີ 14

- 777 - ສະຫະລັດອາເມລິກາ ແລະ ສປປ ລາວ ຫາລືວຽກງານປ້ອງກັນຊາດສອງຝ່າຍປະຈຳປີ ຄັ້ງທີ 14
- kitchen vibe - ສະຫະລັດອາເມລິກາ ແລະ ສປປ ລາວ ຫາລືວຽກງານປ້ອງກັນຊາດສອງຝ່າຍປະຈຳປີ ຄັ້ງທີ 14

ໃນວັນທີ 5 ທັນວານີ້, ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ເຈົ້າໜ້າທີ່ອາວຸໂສ ຈາກສູນບັນຊາການກອງທັບ ສະຫະລັດອາເມລິກາປະຈຳພາກພື້ນອິນໂດ-ປາຊິຟິກ (USINDOPACOM) ໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວເພື່ອປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ (BDD) ຄັ້ງທີ 14 ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເປັນເຈົ້າພາບ ຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ.  

- e7d54496 ef3f 40cd b62b 71733aff682e - ສະຫະລັດອາເມລິກາ ແລະ ສປປ ລາວ ຫາລືວຽກງານປ້ອງກັນຊາດສອງຝ່າຍປະຈຳປີ ຄັ້ງທີ 14

ທ່ານ ພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນສູນບັນຊາການກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ, ເຊິ່ງເປັນເຈົ້າໜ້າທີ່ທະຫານອາວຸໂສຂອງກອງທັບສະຫະລັດອາເມລິກາ ແລະ ທ່ານ ພົນຈັດຕະວາແກ່ນຈັນ ໄດ້ນຳພາຄະນະຜູ້ແທນຂອງທັງສອງຝ່າຍຮ່ວມປຶກສາຫາລືວຽກງານປ້ອງກັນຊາດ ໃນປີທີ່ຜ່ານມາ ກໍໄດ້ຈັດຂຶ້ນຢູ່ລັດ ຮາວາຍ.

ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ“ການຮ່ວມມືທາງການທະຫານລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເປັນອົງປະກອບທີ່ສຳຄັນຂອງການຮ່ວມມືຂອງສອງປະເທດ, ໃນການເປັນຄູ່ຮ່ວມມືແບບກວມລວມ ແລະ ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ເຫັນຄວາມຄືບໜ້າທີ່ພວກເຮົາໄດ້ຮັບໃນຊຸມປີທີ່ຜ່ານມາ, ສໍາລັບການປະຕິບັດວຽກຮ່ວມກັນຂອງທະຫານສອງຝ່າຍຂອງພວກເຮົາແມ່ນກໍາລັງເຕີບໃຫຍ່ ແລະ ແມ່ນກົນໄກທີ່ສຳຄັນ ໃນການເສີມຂະຫຍາຍການຮ່ວມມືຂອງພວກເຮົາ” ແລະ ເຮັດໃຫ້ມີການເສີມຂະຫຍາຍສາຍພົວພັນລະຫວ່າງກຳລັງປ້ອງກັນຊາດ, ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດ. ການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍໃນປີນີ້ ແມ່ນໄດ້ສຸມໃສ່ການເສີມຂະຫຍາຍການເປັນຄູ່ຮ່ວມມືກັນ ໃນຂົງເຂດວຽກງານສາທາລະນະສຸກ ແລະ ວຽກງານດ້ານເສນາຮັກ, ກໍຄືການຮ່ວມກັນລະຫວ່າງທະຫານ ແລະ ພົນລະເຮືອນເຊັ່ນ: ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການຊ່ວຍເຫລືອບັນເທົາທຸກຈາກໄພພິບັດ. ສືບຕໍ່ປຶກສາຫາລືກ່ຽວກັບໂອກາດໃນການຝຶກອົບຮົມ ແລະ ການສຶກສາຮ່ວມກັນໃນປີນີ້ໂດຍມີເປົ້າໝາຍເພື່ອຂະຫຍາຍການສຶກສາດ້ານວິຊາຊີບການທະຫານ ແລະ ການຝຶກອົບຮົມພາສາອັງກິດ ຊຶ່ງຈະຊ່ວຍໃຫ້ການທະຫານຂອງລາວເຊື່ອມໂຍງເຂົ້າກັບບັນດາຄູ່ຮ່ວມມືອາຊຽນ ແລະ ຈະອຳນວຍຄວາມສະດວກໃຫ້ແກ່ວຽກງານຂອງກະຊວງປ້ອງກັນປະເທດຂອງລາວໃນການເຂົ້າຮ່ວມກອງປະຊຸມຕ່າງໆໃນລະດັບພາກພື້ນກໍຄືໃນລະດັບສູງ. ພ້ອມດຽວກັນນີ້, ສະຫະລັດອາເມລິກາ ຍັງໄດ້ປະຕິບັດວຽກຮ່ວມກັບລັດຖະບານກໍຄືປະຊາຊົນລາວ ເພື່ອໃຫ້ບັນລຸເປົ້າໝາຍທາງຍຸດທະສາດ ແລະ ສະໜັບສະໜູນໃຫ້ ສປປ ລາວໃນການພັດທະນາໃຫ້ກາຍເປັນປະເທດທີ່ຮັ່ງມີ, ເຂັ້ມແຂງ ແລະ ເປັນສະມາຊິກທີ່ສຳຄັນຂອງອາຊຽນ. 

- 5 - ສະຫະລັດອາເມລິກາ ແລະ ສປປ ລາວ ຫາລືວຽກງານປ້ອງກັນຊາດສອງຝ່າຍປະຈຳປີ ຄັ້ງທີ 14
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!