ຕຳຫລວດສິ່ງແວດລ້ອມແຂວງຄຳມ່ວນທຳລາຍໄກ່ 200 ກວ່າໂຕ ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງ


ເຈົ້າໜ້າທີ່ ຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ນຳໄກ່ເກືອບ 200 ໂຕ ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຈາກປະເທດໃກ້ຄຽງມາຝັງຖິ້ມເພື່ອບໍ່ໃຫ້ພວກມັນຖືກນຳໄປຂາຍໃນຕະຫລາດຕ່າງໆ ໃນເທບານເມືອງທ່າແຂກ ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງ ໄດ້ຮັບລາຍງານຈາກປະຊາຊົນວ່າ ມີຄົນລັກລອບນຳເຂົ້າ ແລະ ເຄື່ອນຍ້າຍສັດປິກ (ໄກ່) ຈາກປະເທດໄທ ເຂົ້າມາ ສປປ ລາວ ໂດຍບໍ່ຖືກຕ້ອງຢູ່ຂອບເຂດບ້ານປາກເປັ່ງຈະນຳມາຈຳໜ່າຍຢູ່ໃນທ້ອງຕະຫລາດໃນຕົວເມືອງ ທ່າແຂກແຂວງຄຳມ່ວນ; ເຈົ້າໜ້າທີ່ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາຢູ່ຂອບເຂດບ້ານນາແຮ່ ເມືອງທ່າແຂກ ແຂວງຄຳມ່ວນ ພໍຮອດເວລາ 9:40 ໂມງ ຂອງວັນທີ 26 ພະຈິກ 2019 ຈຶ່ງໄດ້ພົບເຫັນລົດກະບະວີໂກ້ ສີຂາວ ໝາຍເລກທະບຽນ ກຂ 1975 ຄຳມ່ວນ ພົບເຫັນໄກ່ລາດ ຈຳນວນ 82 ໂຕ, ນ້ຳໜັກ 81 ກິໂລ, ຂັບຂີ່ໂດຍທ້າວເລວັດ ອາຍຸ 42 ປີ ແລະ ລົດກະບະຍີ່ຫໍ້ໂຕໂຢຕ້າວີໂກ້ ສີດຳ ໝາຍເລກທະບຽນ ກຂ 0261 ຄຳມ່ວນ ພົບເຫັນໄກ່ຈຳນວນ 113 ໂຕ, ນ້ຳໜັກ 134 ກິໂລ, ຂັບຂີ່ໂດຍ ທ້າວ ວິໄຊ ອາຍຸ 51 ປີ ທັງ 2 ຄົນ ຢູ່ບ້ານໂນນສີລາ ເມືອງໜອງບົກ ແຂວງຄຳມ່ວນ. ຈຶ່ງໄດ້ຢຶດໄກ່ທັງໝົດມາທຳລາຍຖິ້ມ.
ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກລອບສັດປິກ ນຳເຂົ້າມາຈາກປະເທດໄທ ຫລາຍຄັ້ງແລ້ວເພື່ອນຳມາຈຳໜ່າຍຕໍ່ໃຫ້ແມ່ຄ້າຕາມ ທ້ອງຕະຫລາດໃນຂອບເຂດຕົວເມືອງທ່າແຂກ ໂດຍສັດ ດັ່ງກ່າວແມ່ນ ຊື້ມາຈາກປະຊາຊົນຢູ່ແຂວງນະຄອນພະນົມ ປະເທດໄທ ແລ້ວຂົນໃສ່ເຮືອຂ້າມມາຂຶ້ນທ່າຢູ່ເຂດບ້ານປາກເປັ່ງເມືອງທ່າແຂກ, ຕໍ່ຜູ້ກະທຳຜິດນີ້ ເຈົ້າໜ້າທີ່ໄດ້ ສຶກສາອົບຮົມກ່າວເຕືອນ ແລະ ປັບໄໝຕາມລະບຽບ ກົດໝາຍ./.