ເຈັບປວດ! ຜົວພາເຂົ້າເຮືອນພັກໃຫ້ຊາຍອື່ນເຊີຍຊົມ

- 365 - ເຈັບປວດ! ຜົວພາເຂົ້າເຮືອນພັກໃຫ້ຊາຍອື່ນເຊີຍຊົມ
- kitchen vibe - ເຈັບປວດ! ຜົວພາເຂົ້າເຮືອນພັກໃຫ້ຊາຍອື່ນເຊີຍຊົມ

ລູກເມືອງພວນ

ເປັນຄັ້ງທຳອິດທີ່ເຫັນຜົວຈັດງານສະຫຼອງວັນແຕ່ງ, ຂ້ອຍຮູ້ສຶກດີໃຈເຫຼືອລົ້ນ ທີ່ຜົວເອົາໃຈໃສ່ ແລະ ຮັກເມຍຂະໜາດນີ້ ແຕ່ມັນໄດ້ກາຍເປັນວັນແຫ່ງຄວາມເຈັບປວດລວດລ້າວ ບໍ່ມີວັນລືມ.

- Visit Laos Visit SALANA BOUTIQUE HOTEL - ເຈັບປວດ! ຜົວພາເຂົ້າເຮືອນພັກໃຫ້ຊາຍອື່ນເຊີຍຊົມ

ຂ້ອຍກຳເນີດເກີດຂຶ້ນຢູ່ໃນຊົນນະບົດບ່ອນຫ່າງໄກສອກຫຼີກ ເປັນຄົນບ້ານນອກຄອກນາ ລຳບາກຍາກແຄ້ນ ແຕ່ໂຊກດີຂ້ອຍໄດ້ໄປຮຽນການຢາ. ໃນຂະນະທີ່ຢູ່ໄກພໍ່ແມ່ ບ້ານເກີດເມືອງນອນ, ຂ້ອຍຮັກກັບຊາຍຄົນໜຶ່ງຮ່ວມຫ້ອງດຽວກັນ. ຄວາມຮັກເບື້ອງຕົ້ນໃນຊີວິດ ສຸດທີ່ມີຄວາມຫວານຊື່ນ ແຕ່ກໍຖືກພັງທະລາຍລົງພາຍຫຼັງທັງສອງຄົນຮຽນຈົບ. ຜູ້ຊາຍຄົນນັ້ນເຂົາຢາກຢູ່ໃນຕົວເມືອງໃຫ່ຍ ເພື່ອວ່າຈະຊອກວຽກເຮັດງານທຳໄດ້ງ່າຍກ່ວາ ຈຶ່ງຕັດສິນໃຈແຍກທາງກັບຂ້ອຍ ແລະ ໄປຮັກກັບລູກສາວຫົວໜ້າໂຮງງານແຫ່ງໜຶ່ງ.

ຂ້ອຍເກີດຄວາມເຈັບປວດລວດລ້າວຫົວໃຈ ຈົນປ່ວຍຕິດຕຽງຕັ້ງຫຼາຍເດືອນ. ເມື່ອຈິດໃຈກັບຟື້ນຄືນມາ, ຂ້ອຍໄດ້ກັບຄືນມາຮຽນຕໍ່ໃຫ້ສູງຂຶ້ນຕື່ມອີກ, ຫຼັງຈາກນັ້ນກໍຂໍກັບມາເຮັດວຽກຢູ່ສຸກສາລາຕາແສງ ທີ່ບ້ານເກີດ.

ຢູ່ຕໍ່ມາ ອ້າຍເອື້ອຍ ປ້າລຸງອາວອາ ກໍສະເໜີໃຫ້ຂ້ອຍກັບ ຊາຍອາຍຸສູງຄົນໜຶ່ງ, ເຂົາເປັນປະລິນຍາເອກ ເຮັດວຽກຢູ່ໃນກົງຈັກຂອງລັດ. ພໍ່ແມ່ຂ້ອຍກໍສະໜັບສະໜູນເຕັມທີ່, ພໍ່ແມ່ຂ້ອຍເວົ້າວ່າ: ເອົາຜົວປະລິນຍາເອກ ກໍມີໜ້າມີຕາ ນຳເອົາຊື່ສຽງມາໃຫ້ຕະກຸນຄອບຄົວ, ອີກຢ່າງໜຶ່ງເອົາຜົວອາຍຸສູງ ຈຶ່ງເປັນຄົນທຸ່ນທ່ຽງ ຮູ້ໜ້າຮູ້ຫຼັງ ຮູ້ຕໍ່າຮູ້ສູງ, ຮູ້ຮັກລູກ ຮັກເມຍ.

ຄຶດຢູ່ຫຼາຍວັນສຸດທ້າຍຂ້ອຍກໍໄດ້ຕັດສິນໃຈເຂົ້າງານວິວາ, ພາຍຫຼັງແຕ່ງງານແລ້ວໆ ຜົວຂອງຂ້ອຍກໍຂໍໃຫ້ຂ້ອຍເຂົ້າເຮັດວຽກຢູ່ໃນໂຮງໝໍໃຫ່ຍແຫ່ງໜຶ່ງ. ຂ້ອຍບໍ່ໄດ້ມີຄວາມກັງວົນກັບເສດຖະກິດຄອບຄົວ, ແຕ່ລະມື້ເລີກການມາກໍແຕ່ງຢູ່ຄົວກິນຖ້າຜົວເປັນປະຈຳ ຜົວມາແລ້ວກໍກິນເຂົ້າຮ່ວມກັນ.

ເຖິງຢ່າງໃດກໍດີ, ລະຫ່ວາງຂ້ອຍກັບຜົວມີຄວາມຮູ້ສຶກວ່າຍັງມີສິ່ງໃດສິ່ງໜຶ່ງຂວາງຂັ້ນຢູ່. ເມື່ອໃດເຂົາມີຄວາມຕ້ອງການລັບນອນກັບຂ້ອຍ ເຂົາຈຶ່ງກອດຈູບຂ້ອຍ, ແລ້ວວຽກແລ້ວເຂົາກໍນອນປິ່ນຫຼັງໃສ່ ບໍ່ສົນກັບຂ້ອຍເລີຍ.. ຜົວຂອງຂ້ອຍເປັນຄົນເອົາໃຈຍາກ, ທຸກສິ່ງທຸກຢ່າງກິໆກີໆ. ມື້ໃດເຂົາມີການພົບປະສ້າງສັນກັບໝູ່ຄູ່, ຖ້າຫາກມື້ໃດຂ້ອຍລະເຫຼີງໜ້ອຍໜຶ່ງ ມີຫວັງວ່າຖືກຮ້າຍແນ່ນອນ.

ນັບຕັ້ງແຕ່ເຄື່ອງນຸ່ງ, ຜົມ, ເກີບໃສ່…ລ້ວນແຕ່ປະຕິບັດຕາມຄວາມມັກຂອງຜົວ, ຖ້າຂ້ອຍຫາກຊື້ກະໂປງດ້ວຍຕົນເອງ ມີຫວັງວ່າຖືກຍ່ອງຖິ້ມແນ່ນອນ, ແຕ່ງກິນບໍ່ແຊບ ບໍ່ຖືກປາກ ມີຫວັງວ່າເຂົາເອົາໄປຖອກຖິ້ມແນ່ນອນ. ຂ້ອຍດຳລົງຊີວິດຢູ່ດ້ວຍຄວາມລຳບາກ ດ້ວຍຄວາມກົດດັນ, ມີຫຼາຍເທື່ອຂ້ອຍລັກໄຫ້ຜູ້ດຽວ.

ຫຼາຍຄົນເວົ້ານຳຂ້ອຍວ່າ: ເປັນຫຍັງບໍ່ແຍກທາງກັນສາ? ຂ້ອຍກໍຄິດຢູ່ຄືກັນ ແຕ່ໄລຍະນັ້ນພໍ່ຂອງຂ້ອຍກຳລັງລົ້ມປ່ວຍຢູ່, ເງິນຈະຜ່າຕັດ, ເງິນຊື້ຢຸກຊື້ຢາໃຫ້ພໍ່ ລ້ວນແຕ່ແມ່ນອາໃສຜົວ, ກໍຖືວ່າເຂົາຍັງມີບຸນຄຸນຕໍ່ຄອບຄົວຂ້ອຍຢູ່.

ພໍ່ແມ່ຂ້ອຍມີຄວາມເອກອ້າງໃນໂຕລູກເຂີຍຫຼາຍ. ແຕ່ລະຄັ້ງເມືອຍາມບ້ານເຮືອນ ຜົວຂອງຂ້ອຍສະແດງມາລະຍາດທີ່ດີ ນັບຖືຮັກແພງພໍ່ແມ່ຂ້ອຍ ແຕ່ຖ້າຢູ່ສອງຄົນເຂົາປ່ຽນທ່າທີເປັນຄົນລະຄົນ.

ຢູ່ນຳກັນໄດ້ຫຼາຍປີ ພວກຂ້ອຍບໍ່ໄດ້ລູກນຳກັນ, ເຖິງແມ່ນສຸຂະພາບຂອງພວກຂ້ອຍຈະສົມບູນດີກໍຕາມ. ຂ້ອຍພະຍາຍາມບຳລຸງຜົວ, ຢຸກຢາທານັງອັນໃດດີໆ ຫາມາໃຫ້ຜົວກິນ, ກິນໄດ້ສອງສາມຄາບແລ້ວກໍເຊົາ. ມີຫຼາຍເທື່ອຂ້ອຍນັດກັບທ່ານໝໍວ່າຈະເອົາຜົວໄປກວດສຸຂະພາບ ແຕ່ຜົວວ່າຄາວຽກຕະຫຼອດ.

ໃນເມື່ອວ່າຂ້ອຍຢາກໄດ້ລູກແຮງ, ວັນໜຶ່ງຂອງວັນແຕ່ງ ຜົວຝາກຂໍ້ຄວາມມາຫາຂ້ອຍວ່າ: ຢາກປ່ຽນບັນຍາກາດ ວ່າຈະພາຂ້ອຍໄປກິນເຂົ້າຢູ່ຮ້ານອາຫານ. ພາຍຫຼັງຄາບເຂົ້າແລ້ວ, ຜົວພາຂ້ອຍໄປເຮືອນພັກ, ຢູ່ທີ່ນັ້ນຜົວຂອງຂ້ອຍໄດ້ຕຽມໄວ້ກ່ອນແລ້ວ ບໍ່ຈັກວ່າເຫຼົ້າ, ດອກກຸຫຼາບ. ເປັນທຳອິດທີ່ເຫັນວ່າຜົວເອົາໃຈໃສ່ແບບນີ້ ຂ້ອຍເກີດມີຄວາມຮູ້ສຶກມີຄວາມສຸກຢ່າງລົ້ນເຫຼືອ, ຜົວເຍັ້ນເຫຼົ້າໃຫ້ກິນຈອກໃດຂ້ອຍກໍກິນໝົດຈອກນັ້ນ. ຂ້ອຍເມົາຍາມໃດບໍ່ຮູ້ເມື່ອຄີງ, ຂ້ອຍມີພຽງແຕ່ຮູ້ສຶກວ່າເມື່ອມອດໄຟຫ້ອງແລ້ວ ຂ້ອຍຖືກອູ້ມຂຶ້ນເທິງຕຽງນອນ ແລ້ວຖືກກອດຈູບລູບຄຳ ຄິດວ່າແມ່ນຜົວ ຂ້ອຍກໍປະປ່ອຍໃຫ້ຕາມໃຈ. ຕື່ນ ຮຸ່ງເຊົ້າ ຂຶ້ນມາ, ຂ້ອຍນອນຢູ່ຕຽງຜູ້ດຽວ, ບໍ່ຮູ່ວ່າຜົວໄປວຽກແຕ່ຍາມໃດ. ຂ້ອຍລັກດີໃຈທີ່ມີຄວາມສຸກກັບຜົວໝົດຄືນ

ເດືອນຕໍ່ມາຂ້ອຍຮູ້ສຶກປວດຮາກ, ອິດເມື່ອຍ ຂ້ອຍໄປກວດຢູ່ໂຮງໝໍບອກວ່າ ຂ້ອຍມີລູກ, ຂ້ອຍດີໃຈຟ້າວໂທລາຍງານຜົວຊາບນຳ. ຜົວຂ້ອຍກໍດີໃຈ ແລະ ບອກວ່າ: ຈະພາຂ້ອຍຊອກຊື້ເຄື່ອງ ແລະ ກິນອາຫານແຊບໆ.

ເມື່ອເມືອຮອດເຮືອນຂ້ອຍເຫັນຜົວ ກຳລັງຮັບແຂກຊາຍໜຸ່ມຄົນໜຶ່ງ. ສອງຄົນລົມກັນສິ່ງໃດສິ່ງໜຶ່ງ, ຜູ້ຊາຍຄົນນັ້ນມາເອົາເງິນນຳຜົວຂ້ອຍ.

ຈາກທີ່ກຳລັງເບີກບານ ກໍກາຍມາເປັນຄວາມເຈັບປວດ ເມື່ອໄດ້ຍິນສອງຄົນລົມກັນກ່ຽວກັບທີ່ຂ້ອຍມີລູກ. ບັດນີ້ຂ້ອຍຈຶ່ງຮູ້ວ່າລູກໃນທ້ອງຂອງຂ້ອຍແມ່ນຂອງຊາຍຄົນນັ້ນ.

ຜົວຂອງຂ້ອຍທຸກສິ່ງທຸກຢ່າງແມ່ນປົກກະຕິໝົດ ແຕ່ບໍ່ສາມາດມີລູກໄດ້, ຜົວຈຶ່ງວາງແຜນເອົາຂ້ອຍໄປນອນເຮືອນພັກ ແລ້ວຈ້າງຊາຍໜຸ່ມຄົນນັ້ນ ເອົາລູກເຂົ້າທ້ອງໃຫ້ ໃນຂະນະທີ່ຂ້ອຍມືນເມົາ ແລະ ກໍບໍ່ໄດ້ຄຶດວ່າແມ່ນຊາຍຄົນນັ້ນ.

ຂ້ອຍເຈັບປວດ ເມື່ອຜົວຖືຂ້ອຍເປັນເຄື່ອງຫຼີ້ນ, ຕາມໃຈຢາກເຮັດແນວໃດກໍເຮັດ. ແຕ່ນັ້ນມາ ຂ້ອຍໄດ້ຂຽນໃບຢ່າຮ້າງ ແຕ່ຂ້ອຍຍັງຈະຮັກສາລູກໃນທ້ອງໄວ້ຢູ່ ເຖິງຢ່າງໃດລູກໃນທ້ອງຍັງແມ່ນສາຍເລືອດຂອງຂ້ອຍ.

ເມື່ອແຍກທາງກັນແລ້ວ, ຂ້ອຍຈຶ່ງມີຄວາມຮູ້ສຶກມີຊີວິດທີ່ເຕັມຄວາມໝາຍຂອງມັນ.

ເຫດການແບບນີ້ທ່ານຜູ້ອ່ານທຸກຄົນມີຄຳຄິດເຫັນແນວໃດແດ່?.

- 3 - ເຈັບປວດ! ຜົວພາເຂົ້າເຮືອນພັກໃຫ້ຊາຍອື່ນເຊີຍຊົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!