ເມື່ອຂ້ອຍລຸລູກ! ແມ່ຜົວເອົາສາວຄົນອື່ນມາໃຫ້ຜົວແທນຂ້ອຍ


ລູກເມືອງພວນ
ຂ້ອຍເປັນປະເພດຜູ້ຍິງມັກຄວາມເປັນເອກະລາດດ້ານເສດຖະກິດ ແລະ ໜ້າທີ່ການງານ ແຕ່ເປັນຄົນອ່ອນແອຄວາມຮັກ. ຖ້າໄດ້ຮັກໃຜກໍຮັກແທ້ຮັກວ່າ, ເຖິງແມ່ນຈະມີອຸປະສັກ ຫຼື ເຈັບປວດລວດລ້າວກໍຍອມຮັບໄດ້. ຄວາມຮັກຍາວນານເປັນເວລາ 4 ປີໃນມະຫາວິທະຍາໄລ ໃນທີ່ສຸດຖືກພັງທະລາຍດ້ວຍນໍ້າຕາ.
ຈົນກ່ວາ 5 ປີຂ້ອຍຈິ່ງມາຮັກກັບຜົວຄົນປັດຈຸບັນ. ພວກຂ້ອຍຮູ້ຈັກກັນເນື່ອງໃນໂອກາດເອື້ອຍຂອງເຂົາໄປເກີດລູກຢູ່ໂຮງໝໍ, ຂ້ອຍເປັນທ່ານໝໍເວນຍາມໃນມື້ນັ້ນ. ຂ້ອຍເຫັນເຂົາມີຄວາມກັງວົນຮ້ອນຮົນ, ຂ້ອຍຄິດວ່າເຂົາເປັນຜົວຂອງຜູ້ເກີດລູກ, ເມື່ອຮູ້ວ່າບໍ່ແມ່ນ, ຂ້ອຍຮູ້ສຶກລະອາຍ. ຕັ້ງແຕ່ມື້ຂ້ອຍເປັນທ່ານໝໍມາ ຍັງບໍ່ທັນເຫັນຜູ້ຊາຍຄົນໃດເອົາໃຈໃສ່ກັບຜູ້ຍິງແບບນີ້ມາກ່ອນ. ເຂົາລ້າງຕີນ, ໂຈມລຸກ ໂຈມນັ່ງ, ໂຈມຍ່າງ, ເອົາເຂົ້ານ້ຳໃຫ້ເອື້ອຍກິນ, ອູ້ມແອນ້ອຍໝົດຄືນເພື່ອໃຫ້ເອື້ອຍໄດ້ນອນລັບ. ນິໄສຂອງເຂົາເຮັດໃຫ້ຂ້ອຍປະທັບໃນໂຕຂອງເຂົາ ຈຶ່ງຄິດຫາວິທີຕິດຕໍ່ກັບເຂົາ.
ເມື່ອຮູ້ຂ່າວວ່າພວກຂ້ອຍຮັກກັນ ແມ່ຂອງເຂົາດີໃຈຫຼາຍ. ແມ່ເຂົາໄດ້ຊຸກຍູ້ໃຫ້ພວກຂ້ອຍແຕ່ງງານກັນໂດຍໄວ. ພາຍຫຼັງແຕ່ງງານໄດ້ຊົ່ວໄລຍະໜຶ່ງ ແມ່ຜົວປ່ຽນທັດສິນະທ່າທີຕໍ່ຂ້ອຍ ຝາມືເປັນຫຼັງມື ກໍຍ້ອນພວກຂ້ອຍບໍ່ມີລູກນຳກັນນັ້ນເອງ. ສອງເທື່ອມີທ້ອງກໍສອງເທື່ຶອລຸ. ເຖິງແມ່ນຂ້ອຍຈະເປັນທ່ານໝໍປະດຸງຄັນກໍຕາມ ແຕ່ກໍບໍ່ຮູ້ເຮັດແນວໃດ.
ລຸລູກຄັ້ງທຳອິດ ແມ່ຜົວຍັງເບິ່ງແຍງບົວລະບັດຂ້ອຍຢູ່, ລຸເທື່ອທີສອງ ແມ່ຜົວຂຶ້ນສຽງໃສ່ຂ້ອຍວ່າ: ກັບເມືອຢູ່ເຮືອນມຶງບຳລຸງສຸຂະພາບກ່ອນໄລຍະໜຶ່ງ. ຂ້ອຍເຂົ້າໃຈດີວ່າ ແມ່ຜົວກໍຢາກມີຫຼານອູ້ມ. ຜົວຂອງຂ້ອຍເປັນລູກຊາຍດຽວໃນຄອບຄົວ, ເປັນໄປບໍ່ໄດ້ທີ່ຈະບໍ່ມີລູກ, ເຖິງຊິເປັນຜູ້ຍິງ ຫຼື ຜູ້ຊາຍກໍຕ້ອງມີຜູ້ໜຶ່ງ. ພວກຂ້ອຍເອົາກັນໄດ້ 4 ປີແລ້ວແຕ່ຍັງບໍ່ໄດ້ລູກນຳກັນ.
ເມື່ອລຸລູກຜູ້ທີສອງ ຂ້ອຍຮູ້ສຶກວ່າຕົນເອງເປັນຄົນເສດເຫຼືອໃນຄອບຄົວ, ແມ່ນແຕ່ຜົວຂອງຂ້ອຍ ແລະ ພໍ່ແມ່ຂອງຜົວບໍ່ມີໃຜໄປຢາມຂ້ອຍຢູ່ໂຮງໝໍເລີຍ. ແລະ ບໍ່ນຶກບໍ່ຝັນ ມື້ອອກໂຮງໝໍກັບເມືອເຮືອນ ແມ່ຜົວໄດ້ຊອກເອົາສາວຄົນອື່ນມາໃຫ້ຜົວຂ້ອຍແລ້ວ ເພື່ອປ່ຽນແທນຂ້ອຍ.
ແມ່ຂອງຜົວຂ້ອຍປະກາດເຕັມສົບເຕັມປາກວ່າ ບໍ່ຮັບຮູ້ວ່າຂ້ອຍເປັນລູກໃພ້ອີກ ເພາະຂ້ອຍເຮັດບໍ່ລ້ອນໜ້າທີ່ຂອງຜູ້ຍິງຄົນໜຶ່ງ, ເວົ້າແລ້ວ ແມ່ຜົວກໍຮ້ອງນາງສາວຄົນນັ້ນອອກມາ ພ້ອມກັບທ້ອງແກ່, ເຂົາສະແດງຄວາມເກິະເຂີນ ແລ້ວຖາມສະບາຍດີຂ້ອຍ.
ສະນັ້ນ, ຈາກເລື່ອງລາວນີ້ ທ່ານຜູ້ອ່ານມີຄຳຄິດເຫັນແນວໃດ? ຂໍຄຳຄິດເຫັນຈາກທ່ານຜູ້ອ່ານທຸກຄົນແດ່.