ລາວ-ໄຈກາ ຫາລືການປັບປຸງການຮຽນ-ການສອນຄະນິດສາດ ສໍາລັບຊັ້ນປະຖົມສຶກສາ

- 4 1 - ລາວ-ໄຈກາ ຫາລືການປັບປຸງການຮຽນ-ການສອນຄະນິດສາດ ສໍາລັບຊັ້ນປະຖົມສຶກສາ
- kitchen vibe - ລາວ-ໄຈກາ ຫາລືການປັບປຸງການຮຽນ-ການສອນຄະນິດສາດ ສໍາລັບຊັ້ນປະຖົມສຶກສາ

ເມື່ອທ້າຍອາທິດຜ່ານມານີ້, ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການໄຈກາ ປະຈໍາລາວ, ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການປັບປຸງການຮຽນ-ການສອນຄະນິດສາດ ສໍາລັບຊັ້ນປະຖົມສຶກສາ ຄັ້ງທີ 8 (iTEAM), ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ອາກິໂກະ ສະນະດະ ຜູ້ຕາງໜ້າອົງການໄຈກ້າ ປະຈໍາລາວ, ມີຜູ້ອໍານວຍການສະຖາບັນ, ຮອງຫົວໜ້າກົມ, ຊ່ຽວຊານ, ຜູ້ປະສານງານໂຄງການ ແລະ ຄະນະຮັບຜິດຊອບວຽກງານດັ່ງກ່າວເຂົ້າຮ່ວມ. ເພື່ອປຶກສາຫາລືຄວາມຄືບໜ້າຂອງໂຄງການດັ່ງກ່າວ ນັບແຕ່ກອງປະຊຸມຂອງໃນຄັ້ງຜ່ານມາ.

ໂຄງການປັບປຸງການຮຽນ-ການສອນຄະນິດສາດ ຊັ້ນປະຖົມສຶກສາມີເປົ້າໝາຍເພື່ອພັດທະນາຄວາມຮູ້ ແລະ ທັກສະດ້ານຄະນິດສາດຂອງນັກຮຽນໃນຊັ້ນປະຖົມສຶກສາໃຫ້ດີຂຶ້ນ, ທັງເປັນການຍົກສູງຄຸນນະພາບການຮຽນ-ການສອນວິຊາດັ່ງກ່າວຢູ່ໃນແຂວງເປົ້າໝາຍ ໂດຍມີອຸປະກອນສຶກສາ ຄື: ປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນ-ການສອນ.

- 76605229 449370442315539 9075833673944662016 n - ລາວ-ໄຈກາ ຫາລືການປັບປຸງການຮຽນ-ການສອນຄະນິດສາດ ສໍາລັບຊັ້ນປະຖົມສຶກສາ

ໃນກອງປະຊຸມ, ໄດ້ຮັບຟັງລາຍງານຄວາມຄືບໜ້າຂອງໂຄງການ, ເປັນຕົ້ນແມ່ນ ການຈັດພິມ/ແຈກຢາຍປຶ້ມແບບຮຽນ ແລະ ຄູ່ມືຄູ ປ.2 ແລະ ປ.4/ການທົດລອງ, ການຝຶກອົບຮົມຄູຝຶກຄູຄະນິດສາດ ປ.2 ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູໃໝ່, ການຝຶກອົບຮົມຄູຝຶກຄະນິດສາດ ປ.2 ຂັ້ນໂຮງຮຽນນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູໃໝ່, ການປັບປຸງຫຼັກສູດວິທະຍາໄລຄູ ແລະ ຜົນການລົງເກັບກໍາຂໍ້ມູນຈາກໂຮງຮຽນ; ແຜນວຽກຂອງໂຄງການ ເປັນຕົ້ນແມ່ນ ຈັດພິມ ແລະ ແຈກຢາຍປຶ້ມແບບຮຽນ ແລະ ຄູ່ມືຄູ ຄະນິດສາດ ປ.3, ພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູຄະນິດສາດ ປ.4, ຝຶກອົບຮົມຄູຝຶກສໍາລັບການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຄະນິດສາດ ປ.3, ປັບປຸງຫຼັກສູດວິທະຍາໄລຄູ ແລະ ຖອດຖອນບົດຮຽນກ່ຽວກັບການສອນຂອງຄູ ແລະ ກໍານົດໂຕຊີ້ວັດຂອງໂຄງການ; ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນໃນບັນຫາອື່ນໆ ເພື່ອພັດທະນາການຮຽນ-ການສອນໃຫ້ມີປະສິດທິຜົນ.

- 3 - ລາວ-ໄຈກາ ຫາລືການປັບປຸງການຮຽນ-ການສອນຄະນິດສາດ ສໍາລັບຊັ້ນປະຖົມສຶກສາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!