ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍກິລາ-ກາຍະກໍາ ສະບັບປັບປຸງ


ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 25 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ແລະ ພາຍຫຼັງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ກິລາ-ກາຍະກໍາ ປະກອບມີ 9 ພາກ, 18 ໝວດ ແລະ 108 ມາດຕາ. ສ່ວນສະບັບປະປຸງປະກອບມີ 10 ພາກ, 20 ໝວດ ແລະ 112 ມາດຕາ, ໃນນີ້, ເພີ່ມເຂົ້າໃໝ່ 1 ພາກ, 2 ໝວດ ແລະ 4 ມາດຕາ, ປັບປຸງ 81 ມາດຕາ, ຮັກສາໄວ້ຄືເກົ່າ 15 ມາດຕາ, ຕັດອອກ 12 ມາດຕາ ເນື່ອງຈາກວ່າມາດຕາດັ່ງກ່າວໄດ້ມີນິຕິກໍາສະເພາະ ແລະ ເພີ່ມເຂົ້າໃໝ່ 16 ມາດຕາ.
ກົດໝາຍວ່າດ້ວຍ ກິລາ-ກາຍະກໍາ ສະບັບທໍາອິດໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ໃນປີ 2007 ແລະ ສະບັບທີ່ນໍາໃຊ້ໃນປັດຈຸບັນ ເຊິ່ງໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ໃນປີ 2012. ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ການບໍລິຫານ ແລະ ເຄື່ອນໄຫວວຽກງານກິລາ-ກາຍະກໍາ ຂອງພາກສ່ວນຕ່າງໆໃນສັງຄົມ. ໃນປີ 2012 ຮອດປັດຈຸບັນ ວຽກງານກິລາ-ກາຍະກໍາ ໄດ້ມີການພັດທະນາດ້ານປະລິມານ ແລະ ຄຸນນະພາບດີຂຶ້ນເປັນກ້າວໆ, ໄດ້ມີສະຖານທີ່ການສຶກສາ, ສູນຝຶກກິລາແຫ່ງຊາດ, ສະໜາມກິລາ, ເດີ່ນກິລາ, ສະໂມສອນ ແລະ ສະຫະພັນກິລາເພີ່ມຂຶ້ນ ທີ່ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ. ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຫັນວ່າດ້ານເນື້ອໃນຈໍານວນໜຶ່ງຂອງບາງພາກ, ບາງໝວດ ແລະ ບາງມາດຕາບໍ່ຄົບຖ້ວນ, ບໍ່ທັນຊັດເຈນ ແລະ ບໍ່ສອດຄ່ອງກັບການປ່ຽນແປງໄປຕາມການພັດທະນາ, ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງມີບາງໜ້າວຽກຊໍ້າຊ້ອນ, ນະໂຍບາຍຕໍ່ນັກກິລາຍັງບໍ່ໄດ້ຮັບການສົ່ງເສີມເທົ່າທີ່ຄວນ, ນະໂຍບາຍຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂອງພາກທຸລະກິດເຂົ້າໃນວຽກງານກິລາ-ກາຍະກໍາຍັງມີຂອບເຂດຈໍາກັດ, ການກໍານົດຂໍ້ຫ້າມ ແລະ ການປະຕິບັດມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບກິລາ-ກາຍະກໍາຍັງບໍ່ຊັດເຈນ. ເວົ້າລວມແລ້ວກົດໝາຍສະບັບປັດຈຸບັນຍັງບໍ່ທັນຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຕໍ່ການພັດທະນາວຽກງານກິລາ-ກາຍະກໍາ ແລະ ການພັດທະນາເສດຖະກິດ-ສັງຄົມໃນໄລຍະ, ສະນັ້ນ, ເພື່ອແກ້ໄຂບັນຫາທີ່ກ່າວມາກໍຄື ເຮັດໃຫ້ກົດໝາຍມີຄວາມລະອຽດ, ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່, ໄດ້ປັບປຸງບາງເນື້ອໃນກ່ຽວກັບການແບ່ງຄວາມຮັບຜິດຊອບ ແລະ ຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ, ຊັດເຈນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທາງພາຍໃນ ແລະ ຕ່າງປະເທດເຂົ້າເຖິງວຽກງານກິລາ-ກາຍະກໍາໄດ້ຢ່າງກວ້າງຂວາງ.
ເມື່ອຮ່າງກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະເຮັດໃຫ້ການພັດທະນາວຽກງານກິລາ-ກາຍະກໍາມີປະສິດທິພາບ, ເຮັດໃຫ້ທົ່ວສັງຄົມເຂົ້າໃຈເຖິງຄວາມສໍາຄັນຂອງວຽກງານກິລາ-ກາຍະກໍາ ແລະ ເຮັດໃຫ້ພົນລະເມືອງລາວມີສຸຂະພາບເຂັ້ມແຂງທາງດ້ານຮ່າງກາຍ, ຈິດໃຈ, ມີນໍ້າໃຈນັກກິລາທີ່ພ່ອງໃສ ແລະ ມີສະຕິຊາດສູງຂຶ້ນ, ເປັນການສ້າງ ແລະ ພັດທະນາວິຊາການ ແລະ ນັກກິລາໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດເຂົ້າຮ່ວມການແຂ່ງຂັນເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນຫຼາຍຂຶ້ນ, ເພີ່ມທະວີຄວາມສາມັກຄີມິດຕະພາບ, ສັນຕິພາບ ແລະ ການຮ່ວມມືກັບບັນດາປະເທດທົ່ວພາກພື້ນ ແລະ ສາກົນໄດ້ຢ່າງກວ້າງຂວາງຂຶ້ນຕື່ມ, ພ້ອມທັງຍົກສູງຄວາມເຊື້ອໝັ້ນໃຫ້ແກ່ຜູ້ມີສ່ວນຮ່ວມ, ຄູ່ຮ່ວມພັດທະນາ ແລະ ສັງຄົມ ເພື່ອປະກອບສ່ວນລົງທຶນໃສ່ວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ, ນອກນີ້, ເຮັດໃຫ້ທຸກການຈັດຕັ້ງ ແລະ ບຸກຄົນທີ່ເຄື່ອນໄຫວວຽກງານນີ້ ຈະໄດ້ຖືກປົກປ້ອງ ແລະ ຄຸ້ມຄອງດ້ວຍກົດໝາຍເປັນຢ່າງດີ.