ເມືອງ ພູຄູນ ທຳລາຍເງິນປອມ ຫຼາຍກວ່າ 40 ລ້ານກວ່າກີບ


ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ພູຄູນ ແຂວງຫລວງພະບາງໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຫລາຍກວ່າ 40 ລ້ານກີບຂຶ້ນໃນວັນທີ 21 ພະຈິກນີ້, ຢູ່ເມືອງຂອງຕົນ ໂດຍການເຂົ້າຮ່ວມຂອງທ່ານ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງ ເມືອງ ພູຄູນ, ເຈົ້າໜ້າທີ່ຢຶດ ໄດ້ມາຈາກການລົງເຄື່ອນໄຫວຕິດຕາມ ກຸ່ມຄົນບໍ່ດີນຳມາຫວ່ານຖິ້ມຢູ່ຕໍ່ໜ້າຕະຫຼາດບ້ານສາມແຍກພູຄູນ ໃນມື້ສະເຫຼີມສະຫຼອງວັນສຳຄັນຂອງຊາດ ເພື່ອສ້າງສະຖານະການຄວາມບໍ່ສະຫງົບ ໃນຫຼາຍປີຜ່ານມາ, ໃນນັ້ນມີເງິນປອມ ສະກຸນເງິນກີບ ປະເພດໃບ 50,000 ກີບ 32 ລ້ານກວ່າກີບ, ປະເພດໃບ 20,000 ກີບ 8 ລ້ານກວ່າກີບ, ປະເພດໃບ 10.000ມີຈຳນວນ 1 ລ້ານກວ່າກີບ ແລະ ສະກຸນເງິນໂດລາສະຫະລັດ ປະເພດ 100 ໂດລາມີ 9.000 ໂດລາ ລວມເປັນເງິນທີ່ປອມແປງທັງໝົດ 42 ລ້ານກວ່າກີບ.
ໂອກາດນີ້, ທ່ານຮອງເຈົ້າເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ເຄືອນໄຫວຕິດຕາມແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວ ພ້ອມນີ້ກໍໄດ້ເນັ້ນໃຫ້ເຈົ້າໜ້າທີ່ວິຊາສະເພາະ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ ເພາະກຸ່ມຄົນບໍ່ດີຍັງຈະສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບ./.



