ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸ່ງ​ແຕ່ງ​ກະສິກຳ​ມອບ​ແນວ​ພັນ​ເຂົ້າ​ໃຫ້​ແຂວງ​ຄຳ​ມ່ວນ 100 ​ໂຕນ

- 225 2 - ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸ່ງ​ແຕ່ງ​ກະສິກຳ​ມອບ​ແນວ​ພັນ​ເຂົ້າ​ໃຫ້​ແຂວງ​ຄຳ​ມ່ວນ 100 ​ໂຕນ
- kitchen vibe - ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸ່ງ​ແຕ່ງ​ກະສິກຳ​ມອບ​ແນວ​ພັນ​ເຂົ້າ​ໃຫ້​ແຂວງ​ຄຳ​ມ່ວນ 100 ​ໂຕນ

ວັນທີ 22 ພະຈິກນີ້, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຄື່ອນໄຫວມອບແນວພັນເຂົ້າລຸ້ນ 3 ຈຳນວນ 100 ໂຕນ ໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ເພື່ອມອບຕໍ່ ໃຫ້ແກ່ບັນດາເມືອງທີ່ໄດ້ຮັບ ຜົນກະທົບນ້ຳຖ້ວມເມື່ອລະດູຝົນຜ່ານມາ ເພື່ອເປັນການ ຟື້ນຟູການຜະລິດໃຫ້ເຕີບໃຫຍ່ ຂະຫຍາຍຕົວຮັບປະກັນດ້ານ ການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າຂອງ ປະຊາຊົນ, ໂດຍສະເພາະແມ່ນ ຕອບສະໜອງໃຫ້ແກ່ການ ຜະລິດເຂົ້ານາແຊງໃນສົກ ປີ 2019-2020 ໃຫ້ທັນກັບລະດູການ.

ໂອກາດດັ່ງກ່າວ ຫົວໜ້າ ພະແນກກະສິກຳ-ປ່າໄມ້ ແຂວງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ທີ່ໄດ້ນຳເອົາແນວພັນເຂົ້າ  ດັ່ງກ່າວມາມອບໃນຄັ້ງນີ້ ເຊິ່ງທາງພະແນກກະສິກຳ ຈະນຳເອົາແນວພັນ ດັ່ງກ່າວລົງແຈກຢາຍໃຫ້ແກ່ບັນດາ ເມືອງ ທີ່ຖືກຜົນກະທົບນໍ້າຖ້ວມ ແລະ ມີແຜນການທີ່ຈະຜະລິດເຂົ້ານາແຊງໃນປີນີ້ ຕາມອັດຕາສ່ວນຂອງເນື້ອທີ່ນາແຊງ ໃນແຕ່ລະເມືອງຄື: ເມືອງ ໜອງບົກ, ເຊບັ້ງໄຟ, ມະຫາໄຊ ແລະ ຍົມມະລາດໃນຈຳນວນ 50 ໂຕນ./.

- 225 2 - ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸ່ງ​ແຕ່ງ​ກະສິກຳ​ມອບ​ແນວ​ພັນ​ເຂົ້າ​ໃຫ້​ແຂວງ​ຄຳ​ມ່ວນ 100 ​ໂຕນ

- 5 - ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸ່ງ​ແຕ່ງ​ກະສິກຳ​ມອບ​ແນວ​ພັນ​ເຂົ້າ​ໃຫ້​ແຂວງ​ຄຳ​ມ່ວນ 100 ​ໂຕນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!