ເງິນກີບອ່ອນຄ່າຍ້ອນ ຄານຳຄວາມບໍ່ເປັນເຈົ້າ
ໂດຍ: ທິດກ່ຳ
ນັບແຕ່ນີ້ໄປຫາວັນທີ 7 ທັນວາ 2019 ຖ້າຫາກພວກເຮົາພາກັນຕິດຕາມຂ່າວຄາວບັນຍາກາດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ຈະເຫັນໄດ້ ວ່າມີຫລາຍບັນຫາໂດດເດັ່ນຕໍ່ພາລະກຳປະຫວັດສາດຂອງຊາດທີ່ລັດຖະບານເຮົາຈະຕ້ອງໄດ້ສູ້ຊົນແກ້ໄຂໃຫ້ບຸກທະລຸ ໄປຕາມແຜນ ແລະ ເປັນຕົນເປັນໂຕອອກມາພາຍໃນປີໜ້າ ຫລື ປີຕໍ່ໆໄປ, ໜຶ່ງໃນບັນຫາໃຫຍ່ທີ່ພວກເຮົາພວມປະເຊີນຢູ່ທຸກວັນນີ້ກໍຄືເງິນກີບເຟີ້ ອ່ອນຄ່າລົງຢ່າງໜ້າວິຕົກນັບແຕ່ໄລຍະຕົ້ນປີ 2019 ນີ້ເປັນຕົ້ນມາ.
ແນວໃດກໍຕາມ, ເນື່ອງໃນໂອກາດກອງປະຊຸມສະພາຄັ້ງນີ້ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍໄດ້ອອກມາໃຫ້ຄວາມກະຈ່າງແຈ້ງວ່າ: ອັນສາເຫດທີ່ເຮັດໃຫ້ເງິນກີບອ່ອນຄ່ານັ້ນແມ່ນຍ້ອນການຜະລິດສິນຄ້າຢູ່ພາຍໃນປະເທດ ເຮົາຍັງບໍ່ທັນເຂັ້ມແຂງ.
ເພາະສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດມາຄ້ຳ ຈູນຢ່າງຫລວງຫລາຍ ຈຶ່ງສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດມາຊຳລະສະສາງມີຈຳນວນຫລາຍເຊັ່ນກັນ. ນີ້ຄືປະເດັນຫລັກໆທີ່ຄົນລາວເຮົາທຸກຄົນຕ້ອງຍອມຮັບ ແລະ ເຂົ້າໃຈຢ່າງຖີ່ຖ້ວນເລິກເຊິ່ງ.
ແນວໃດກໍຕາມສ່ວນບັນຫາຂອງທິດກ່ຳ ທີ່ພໍສະຫລຸບໄດ້ວ່າເງິນກີບອ່ອນຄ່ານັ້ນມັນຢູ່ນຳພວກເຮົາບໍ່ພາກັນເປັນເຈົ້າມາແຕ່ເທິງນານອັນເປັນ ປະຫວັດສາດ ຊຳເຮື້ອມາຫລາຍທົດສະວັດແລ້ວ, ຖ້າຈະປຽບທຽບໃສ່ແນວທາງຂອງພັກເຮົາໃນເບື້ອງຕົ້ນຕອນປົດປ່ອຍໃໝ່ແມ່ນກຳນົດເອົາການຜະລິດກະສິກຳເປັນພື້ນຖານໃຫ້ແກ່ຂະແໜງການອຸດສະຫະກຳ-ການຄຸ້າ ແລະ ຕໍ່ມາກໍແມ່ນການປະຕິວັດສາມປະການເປັນຂອດຕັດສິນເພື່ອປະຕິຮູບເສດ ຖະກິດຂອງຊາດ ເວົ້າມາຮອດບ່ອນນີ້ທິດກ່ຳຍັງຄິດເຫັນ ປະທານ ໄກສອນ ພົມວິຫານ ເພິ່ນເວົ້າກິໆກິໆ ແລະ ເອົາໃສ່ແທ້ໆ ຕາມເຮົາວ່າຖ້າພວກເຮົາຫາກພາກັນເລັ່ງດຳເນີນ ມາຢ່າງເດັດຂາດແຕ່ເບື້ອງຕົ້ນເສດຖະກິດຂະໜາດນ້ອຍຂະໜາດກາງຕ້ອງເຕີບໂຕຢ່າງແນ່ນອນ, ຊ່ວງໄລຍະປົດປ່ອຍໃໝ່ໄທອັດຊາຍແດນແຕ່ຝ່າຍດຽວຫາວ່າລາວເປັນກອມມູນນິດເຮົາ ກໍສູ້ຊົນເພິ່ງຕົນເອງກຸ້ມຕົນເອງຈົນຢູ່ລອດມາໄດ້.
ພໍກ້າວສູ່ໄລຍະປ່ຽນແປງໃໝ່ເບິ່ງຄືວ່າລືມໄລອັນເກົ່າ ຈຶ່ງເປັນເຫດໃຫ້ຄົນລາວສ່ວນໃຫຍ່ທີ່ມີດິນດອນຕອນຫຍ້າເຫີນຫ່າງຈາກການຜະລິດນັບມື້ຂີ້ຄ້ານມັກງ່າຍຜູ້ມີດິນກໍຂາຍດິນ ໄປຊື້ລົດ, ຜູ້ມີເຮືອນ, ມີສຳນັກງານອົງການ ຫລື ມີທຳເລດີໆ ທີ່ຈະກາຍເປັນສູນການຄ້າ ແຫລ່ງເສດຖະກິດບ່ອນຫາເງິນຫາຄຳໃນໄລຍະຍາວຂອງຊີວິດກໍພາກັນເຫີ່ແລກປ່ຽນ ຫລື ຂາຍໃຫ້ນາຍທຶນສຸດທ້າຍມາຕົນເອງກໍເລີຍເປັນທຸກ.
ອີກປະເດັນໜຶ່ງທີ່ທິດກ່ຳ ຢາກຍົກມາເປັນບັນຫານັ້ນຄືຄົນລາວເຮົາສະໄໝນີ້ ພາກັນເຫີໄປໃຊ້ແຕ່ເງິນບາດ, ເງິນໂດລາບໍ່ຫົວຊານຳເງິນກີບ. ຜູ້ມີເງິນມີຄຳຫລາຍຈົນເຖິງຂັ້ນໄປຝາກທະນາຄານຢູ່ຕ່າງປະເທດ, ບໍ່ຍອມຝາກຢູ່ລາວເພາະຢ້ານບໍ່ຮັບປະກັນ ແລະ ຢ້ານເສຍສັບວ່າຕົນມີເງິນ ໄປລົງຕະຫລາດກໍຢູ່ຕ່າງປະເທດທັງນັ້ນ.
ສຳລັບຕະຫລາດຊື້ຂາຍກັນໃນລາວນັບແຕ່ຜັກມີ່ສີ່ຊອມ, ເຄື່ອງໃຊ້ຂອງສອຍ, ໝໍແຫກ ແຕກກະໂປະ, ຂາຍເຮືອນຂາຍຊານ, ຂາຍດິນດອນຕອນຫຍ້າເວົ້າແຕ່ເປັນບາດ, ເປັນໂດລາ, ເງິນກີບບໍ່ເອົາ, ເອົາແຕ່ເງິນບາດເງິນໂດລາຊື້ ຂາຍກັນຊະຊາຍຢ່າງບໍ່ມີຂອບເຂດ ນີ້ລະຄືທີ່ມາຂອງຄວາມຫາຍຍານະເງິນກີບລາວນັບມື້ສຸດສ້ວຍ ແລະ ເຟີ້ໄປຕິກໆ.
ເມື່ອຕັ້ງໂຈດກັນວ່າແມ່ນໃຜເປັນຜູ້ພາເຮັດພາໄປ? ຄຳຕອບກໍຄືຍ້ອນພວກເຮົາເອງພາ ກັນເຮັດ ແລະ ສ້າງບັນຫາຂຶ້ນມາ. ນີ້ລະຄືຄວາມບໍ່ເປັນເອກະລາດ, ຄວາມບໍ່ເປັນເຈົ້າຂອງພວກເຮົາເອງ.
ແນວໃດກໍດີ, ຖ້າພວກເຮົາຫາກພາກັນແກ້ແຕ່ດຽວນີ້ເປັນຕົ້ນໄປຊາຕາເງິນກີບ ລາວຍັງມີທາງເຟື້ອງຟູຂຶ້ນທຽບກັບສະກຸນເງິນອື່ນໃນໂລກ, ເປັນຕົ້ນພາກັນເຮັດການຜະ ລິດສິນຄ້ານັບແຕ່ຂະໜາດນ້ອຍ, ຂະໜາດກາງໃຫ້ຫລາຍໆ ເຂັ້ມແຂງທີ່ຫລີກ້າວໄປຫາ ຂະໜາດໃຫຍ່ເພື່ອສົ່ງອອກ, ທຸກສິ່ງຢ່າງແມ່ນເລີ່ມເຮັດເອງ, ຜະລິດເອງອັນໃດເຮົາມີກໍ່ ຈຳກັດການນຳເຂົ້າຢ່າງເດັດ, ພາກລັດກໍຕ້ອງມີການຊຸກຍູ້ສົ່ງເສີມບໍ່ໃຫ້ພາກັນເວົ້າລ້າໆ, ຕ້ອງນຳພາເຮັດນຳພາໄປອີ່ຫລີ ບໍ່ໃຫ້ເຮັດຄືຂີ່ມ້າຊົມສວນອຸດທິຍານ, ຄິດເຫັນປະໂຫຍດ ລວມຂອງຊາດນັ້ນຕ້ອງເປັນໃຫຍ່, ປາບການສໍ້ລາດບັງຫລວງ, ໃຜເຮັດວຽກລັດວຽກຫລວງບໍ່ໄດ້, ບໍ່ເປັນ, ບໍ່ເກັ່ງໃຫ້ຫາວິທີເອົາອອກ, ບໍ່ອຸ້ມຄົນ, ອຸ້ມວຽກ, ພະນັກງານທີດີ ທີ່ເກັ່ງຕ້ອງຮູ້ເຮັດວຽກ, ເຮັດໄດ້ຫລາຍວຽກ, ນີ້ລະຄືເສັ້ນທາງຈະພາໃຫ້ເສດຖະ ກິດລາວ, ເງິນກີບລາວຍືນຍົງຄົງໂຕດີຂຶ້ນໄປເລື້ອຍໆຕາມອ້າຍທິດວ່າ./.