ເມືອງໜອງບົກ ເກັບກ່ຽວເຂົ້ານາປີສຳເລັດແລ້ວ 90%


ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໜອງບົກ, ແຂວງຄຳມ່ວນໃຫ້ຮູ້ວ່າ: ການເກັບກ່ຽວ ເຂົ້ານາປີ ຂອງຊາວກະສິກອນເມືອງໜອງບົກ ມາຮອດປັດຈຸບັນສຳເລັດແລ້ວ 90% ຂອງເນື້ອທີ່ປັກດຳ ຕົວຈິງ 15.880 ເຮັກຕາ.
ແຕ່ມາຮອດຕົ້ນເດືອນສິງຫາ ແມ່ນໄດ້ຖືກໄພນໍ້າຖ້ວມເສຍຫາຍ 4.750 ເຮັກຕາ ຍັງເຫຼືອພື້ນທີ່ເກັບກ່ຽວຕົວຈິງແມ່ນ 11.130 ເຮັກຕາ, ຄາດວ່າສະມັດຕະພາບການເກັບກ່ຽວຈະບັນລຸໄດ້ປະມານ 3,8 ໂຕ່ນຕໍ່ເຮັກຕາ ແລະ ຈະສຳເລັດການເກັບກ່ຽວ 100% ໃນທ້າຍ ເດືອນພະຈິກນີ້, ພ້ອມຍັງໄດ້ກະກຽມຄວາມພ້ອມເຂົ້າສູ່ການຜະລິດເຂົ້ານາແຊງ, ໂດຍກໍ່ໄດ້ຂຸ້ນຂ້ຽວສ້ອມແປງຟື້ນຟູລະບົບຊົນລະປະທານ ໂດຍສະເພາະຈັກສູບນ້ຳ, ຄອງເໝືອງ ເຊິ່ງໃນປີນີ້ຍັງໄດ້ຮັບທຶນຈາກໂຄງການແມ່ນ້ຳຂອງເພື່ອກໍ່ສ້າງຄອງດິນຈີ່ ຈຳນວນ 3 ໂຄງການຄື: ໂຄງການບ້ານສອກເບາະ, ໂຄງການບ້ານດົງຜັກເຜື້ອ ແລະ ໂຄງການບ້ານນາວາງທົ່ງ, ເຊິ່ງບາງໂຄງການແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດແລ້ວ ແລະ ຄາດວ່າໃນທ້າຍເດືອນພະຈິກນີ້ ຈະໄດ້ຈັດຕັ້ງປະຕິບັດໃຫ້ສຳເລັດ 100%. ສຳລັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ຈັດຕັ້ງພະນັກງານ-ວິຊາການລົງປະຈຳໃນແຕ່ລະກຸ່ມບ້ານ ພ້ອມທັງສະໜອງແນວພັນຈຳນວນໜຶ່ງໃຫ້ແກ່ຊາວກະສິກອນ ຄາດວ່າໃນທ້າຍເດືອນພະຈິກນີ້ແມ່ນຈະໄດ້ເລີ່ມລົງມືຕົກກ້າ ແລະ ກະກຽມ ປູກພືດລະດູແລ້ງຕື່ມອີກ 1.770 ເຮັກຕາ./.