ລາວກຽມເປັນເຈົ້້າພາບຈັດກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 10


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 10 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 18-22 ພະຈິກ ນີ້, ທີ່ນະຄອນຫຼວງວຽງຈັນ. ໃນກອງປະຊຸມຈະໄດ້ປຶກສາຫຼາຍບັນຫາຄື: 1). ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນຍຸດທະສາດວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄລຍະ 2016-2020 ແລະ ວາງທິດທາງແຜນການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ປະເທດບວກສາມ ໃນຕໍ່ໜ້າ; 2).ອອກຖະແຫລງການຮ່ວມກອງປະຊຸມດັ່ງກ່າວ ແລະ ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ບວກສາມ ຄັ້ງທີ 6; ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 15 ແລະ ບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ບວກສາມ ຄັ້ງທີ 14; ແລະ 3).ຮັບຮອງເອົາບັນດາໂຄງການການຮ່ວມມື ແລະ ປຶກສາຫາລືບັນຫາຕ່າງໆໃນຂົງເຂດວຽກສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ.
ດັ່ງນັ້ນ, ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບໝາກຜົນທີ່ດີ ທຸກໆພາກສ່ວນທັງພາກລັດ ແລະ ເອກະຊົນ ຈົ່ງຊ່ວຍກັນເປັນເຈົ້າພາບທີ່ດີ ແລະ ມີໄມຕິຈິດ ຕໍ່ຄະນະຜູ້ແທນຂອງບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດບວກສາມ ທີ່ຈະມາຮ່ວມກອງປະຊຸມດັ່ງກ່າວ.