ຢູເວນຕຸສ ຕັດສິນແລ້ວ ລົງໂທດ ໂຣນັລໂດ້ ຫລື ບໍ່


ຫລັງຈາກ ຄຣິສເຕຍໂນ ໂຣນັລໂດ້ ສະແດງອາການ ໂມໂຫທີ່ຖືກປ່ຽນຕົວໃນເກມ ກັບ ເອຊີ ມິລານ. ຫລ້າສຸດ ຟ໊ອກ ສະປອດ ສື່ກິລາສຳນັກ ໜຶ່ງ ລາຍງານວ່າ: ຢູເວນຕຸສ ຈະບໍ່ດຳເນີນມາດຕະການລົງ ໂທດ ໂຣນັລໂດ້ ແຕ່ຢ່າງໃດ.
ຢູເວນຕຸສ ສະໂມສອນ ຍັກໃຫຍ່ແຫ່ງເວທີ ກັລໂຊ່ ເຊ ເຣຍ ອາ ອິຕາລີ ເປີດເຜີຍ ແລ້ວວ່າພວກເຂົາຈະບໍ່ດຳ ເນີນມາດຕະການທາງວິໄນ ໃດໆກັບ ຄຣິສເຕຍໂນ ໂຣນັລ ໂດ້ ດາວຍິງຄົນດັງຂອງທີມ ຈາກກໍລະນີທີ່ ໂຣນັລໂດ້ ສະ ແດງຄວາມປະພຶດບໍ່ເໝາະ ສົມໃນຕອນທີ່ຖືກປ່ຽນຕົວ ລະ ຫວ່າງເກມລີນັດທີ່ ຢູເວນຕຸສ ເປີດບ້ານ ອັລລິອັນ ສະເຕ ດ້ຽມ ເອົາຊະນະ ເອຊີ ມິລານ 1-0 ໃນວັນທີ 10 ພະຈິກ.
ໃນນັດດັ່ງກ່າວ ໂຣນັລ ໂດ້ ຖືກປ່ຽນຕົວນັບແຕ່ນາທີ 55 ຫລັງຈາກທີ່ລາວເຮັດຜົນ ງານໄດ້ບໍ່ໜ້າປະທັບໃຈເທົ່າທີ່ ຄວນ ແຕ່ແທນທີ່ຈະມານັ່ງ ເຊຍໝູ່ຮ່ວມທີມຕໍ່ຂ້າງສະ ໜາມ ລາວພັດຍ່າງຜ່ານ ເມົາ ຣິຊິໂອ ຊາຣີ ຄູຝຶກຂອງທີມໄປ ແບບໜ້າຕາເສີຍ ພ້ອມກັບ ເຂົ້າອຸໂມງໄປທັນທີ ແລະ ຍັງ ຂັບລົດອອກຈາກສະໜາມ ນັບແຕ່ຕອນທີ່ຍັງເຫລືອການ ແຂ່ງຂັນອີກ 3 ນາທີນຳອີກ.
ທັງນີ້ ຖືເປັນເກມທີ 2 ຕິດ ຕໍ່ກັນແລ້ວທີ່ ໂຣນັລໂດ້ ສະ ແດງອາການໂມໂຫຈາກ ການຖືກປ່ຽນຕົວ ໂດຍເທື່ອ ທຳອິດເກີດຂຶ້ນໃນເກມ ຢູຟາ ແຊມປ້ຽນລີກ ນັດທີ່ ຢູເວນ ຕຸສ ບຸກໄປຊະນະ ໂລໂຄໂມ ທີບ ມອສໂກ 2-1 ໃນວັນທີ 6 ພະຈິກ ເຊິ່ງຕອນທຳອິດມີ ການຕັ້ງບັນຫາວ່າ: ໂຣນັລໂດ້ ຈະຖືກລົງໂທດ ຫລື ບໍ່ ເຊິ່ງ ຈາກການທີ່ລາວຈະບໍ່ຖືກດຳ ເນີນມາດຕະການຫຍັງ ມັນ ເຮັດໃຫ້ລາວຫລຸດພົ້ນຈາກ ການຖືກປັບໄໝນຳອີກ.