ເມສຊີ ຄວ້າລາງວັນເກີບຄຳຂອງ ເອີຣົບ
May 30, 2017 - 3:50 PM




ສະກາຍ ສະປອດ ລາຍ ງານວ່າ ເມສຊີ ຄວ້າລາງວັນດັ່ງ ກ່າວເປັນປີທີ 3 ແລະ ເປັນສະຖິ ຕິສູງສຸດຮ່ວມກັບ ຄຣິສຕຽນໂນ ໂຣນັນໂດ ກອງໜ້າໂຕເກັ່ງຂອງ ຣິນ ມາດຣິດ ນຳອີກ.
ທັງນີ້ລາງວັນເກີບຄຳຄິດ ຄະແນນໂດຍຄຳນືງເຖິງຄວາມ ແຂງແກ່ນຂອງແຕ່ລະລີກນຳ ເຊັ່ນກັນ ໂດຍ ເມສຊີ ເຮັດຄະ ແນນໄດ້ 74 ຄະແນນ ຂະນະທີ່ ບາສ ດອສ ດາວຍິງ ປະປອດຕິງ ລິສບອນ ຍິງໄດ້ 34 ປະຕູ ເຂົ້າ ມາເປັນອັນດັບ 2 ໂດຍມີຄະແນນ 68 ຄະແນນ ສ່ວນອັນດັບ 3 ໄດ້ແກ່ ປິແອ-ເອເມຣິກ ໂອບາເມ ຍອງ ກອງໜ້າຂອງ ໂບຣຸສເຊຍ ດອດມຸນ ຈາກຜົນງານ 31 ປະຕູ ແລະ 62 ຄະແນນ.
ດ້ານ ໂຣນັນໂດ ທີ່ຍິງປະ ຕູໃນລາລີກາ ລະດູການຜ່ານມາ ໄດ້ 25 ປະຕູ ຕິດຫ້າອັນດັບທຳ ອິດ.