ເມືອງບໍ່ແຕນເປັນເມືອງຂາດດຸນງົບປະມານ ລາຍຮັບ ບໍ່ກຸ້ມ ລາຍຈ່າຍ


ຫົວໜ້າຫ້ອງການ ການເງິນເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ເປິດເຜີຍໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ 9 ເດືອນ ແລະ ທິດທາງແຜນການມາດຕະການວຽກງານຈຸດສຸມ 3 ເດືອນທ້າຍປີ2019 ທີ່ສຳເລັດລົງໃນທ້າຍເດືອນຕຸລາ ຜ່ານມານີ້ ວ່າເມືອງບໍ່ແຕນໄດ້ຮັບໂຕເລກ ລາຍຮັບ-ລາຍຈ່າຍ ທັງໝົດຫລາຍກວ່າ 9, 30 ຕື້ກີບ, ໃນນີ້ມີລາຍຮັບພາຍໃນ 3,14 ຕື້ກວ່າກີບ, ສ່ວຍສາອາກອນ 3,74 ຕື້ກີບ, ຊັບສິນຂອງລັດ 70 ລ້ານກີບ, ດຸ່ນດ່ຽງຈາກແຂວງ 6,15 ຕື້ກວ່າກີບ, ຈິ່ງເຫັນວ່າ: ເປັນເມືອງທີ່ຂາດດຸນ ງົບປະມານກວມເອົາ 48,94% ຂອງຍອດລາຍຈ່າຍທັງໝົດ, ເຊິ່ງເປັນຜົນກະທົບໃຫ້ແກ່ແຜນງົບປະມານໃນຫຼາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ ແລະ ຂາດດຸນງົບປະມານໃນປີຕໍ່ໜ້າ ຄື: ໃນ 9 ເດືອນ ຜ່ານມາສາມາດຈັດເກັບລາຍຮັບງົບປະມານໄດ້ ພຽງ 2,6 ຕື້ກວ່າກີບ, ປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫລຸດລົງ 11,80% .
ໃນນີ້ ສ່ວຍສາອາກອນປະຕິບັດໄດ້ ຫລາຍກວ່າ 2,54 ຕື້ກີບ, ເທົ່າກັບ ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 12,08%ລາຍຮັບສັບສິນຂອງຂອງລັດ ປະຕິບັດໄດ້ 547 ລ້ານກວ່າກີບ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ້ມຂື້ນ 3,85% ສ່ວນການຈັດຕັ້ງປະຕິບັດລາຍຈ່າຍໃນ 9 ເດືອນ ມີທັງໝົດຫລາຍກວ່າ 6 ຕື້ກີບ, ທຽບໃສ່ໄລຍະດຽວຂອງປີຜ່ານແມ່ນເພີ້ມຂື້ນ 2 %.
ທ່ານຍັງກ່າວຕື່ມວ່າ: ການຄູ້ມຄອງຈັດເກັບລາຍຮັບແມ່ນຈະໄດ້ເຮັດຢ່າງຕັ້ງໜ້າ ແລະ ຖືກຕ້ອງຄົບຖ້ວນ ແລ້ວກໍ່ຕາມແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການແລ້ວພວກເຮົາຍັງເຮັດບໍ່ທັນໄດ້ດີ ເປັນຕົ້ນການຈັດເກັບລາຍຮັບອາກອນຍັງຊັກຊ້າ ສ້າງລາຍຮັບບໍ່ໄດ້ຕາມແຜນ ອີກດ້ານໜຶ່ງຍັງມີຜົນກະທົບຈາກໄພທຳມະຊາດຈຶ່ງພາໃຫ້ການເກັບອາກອນເຄື່ອນຍ້າຍຜົນຜະລິດກະສິກຳແມ່ນຫຼຸດຈາກໄລຍະດຽວຂອງປີຜ່ານມາເປັນຈຳນວນຫຼາຍ, ຫົວໜ່ວຍທຸລະກິດຈຳນວນໜຶ່ງໄປເຄື່ອນໄຫວຢູ່ຕ່າງແຂວງ ແລະ ທ້ອງຖິ່ນອື່ນ ການຄູ້ມຄອງຈັດເກັບລາຍຮັບຈາກຄ່າທຳນຽມນຳໃຊ້ທີ່ດິນບໍ່ທັນລະອຽດຈະແຈ້ງ, ສຳລັບເງິນເດືອນຂອງພະນັກງານທົ່ວໄປແມ່ນອິງໃສ່ເງິນດຸ່ນດ່ຽງຈາກແຂວງເປັນຕົ້ນຕໍ./.

