ເລບານອນ ຕົກຢູ່ໃນທ່າວິກິດ
ລັດຖະບານຂອງເລບານອນກໍາລັງຜະເຊີນກັບພາວະເສດຖະກິດຕົກຕໍ່າ ແລະ ຂາດດຸນດ້ານງົບປະມານອັດຕາສ່ວນ GDP ສູງເປັນອັນດັບ 3 ຂອງໂລກ ຈຶ່ງຈຳເປັນຕ້ອງແກ້ໄຂດ້ວຍການຂຶ້ນພາສີສິນຄ້າ ແລະ ຜະລິດຕະພັນຫລາຍຢ່າງ ໜຶ່ງໃນນັ້ນຄືພາສີການສື່ສານຜ່ານລະບຽບອິນເຕີເນັດຈາກ Social media ແຕ່ສຸດທ້າຍມັນສົ່ງຜົນສະທ້ອນໃຫ້ມີການປະທ້ວງຂຶ້ນຢ່າງຮຸນແຮງ.
ເລບານອນແມ່ນປະເທດໜຶ່ງໃນພາກພື້ນອາຊີເປັນ ຢູ່ແຖບຕາເວັນອອກກາງ ມີປະຊາກອນປະມານ 6.8 ລ້ານຄົນ ມີມູນຄ່າ GDP ປະມານ 46.578 ໂດລາສະຫະລັດ ສະເລ່ຍລາຍໄດ້ປະມານ 6.847 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ຖືວ່າເລບານອນຈັດຢູ່ໃນກຸ່ມປະເທດທີ່ມີລາຍຮັບປານກາງ.
ໃນລະຫວ່າງປີ 2007-2010 ພາຍຫຼັງຈາກສົງຄາມໃນເລບານອນໄດ້ສິ້ນສຸດລົງໃນປີ 2006 ເສດຖະກິດເລບານອນເພີ່ມຂຶ້ນໂດຍສະເລ່ຍປະຈໍາປີລະ 9,1%, ເຊິ່ງເປັນໜຶ່ງໃນປະເທດທີ່ມີການຂະຫຍາຍຕົວທາງເສດຖະກິດໄວ. ສ່ວນໃຫຍ່ແມ່ນຍ້ອນການຟື້ນຕົວຂອງການທ່ອງທ່ຽວ ແລະ ອະສັງຫາລິມະຊັບ.
ແຕ່ຫຼັງຈາກນັ້ນໃນປີ 2011, ໃນຂະນະທີ່ເສດຖະກິດຂອງເລບານອນພວມດຳເນີນໄປດ້ວຍດີ ກໍພົບກັບສົງຄາມກາງເມືອງຂອງຊີເຣຍ. ລັດຖະບານຫຼາຍປະເທດໄດ້ເຂົ້າມີສ່ວນຮ່ວມ ໜຶ່ງໃນນັ້ນກໍແມ່ນເລບານອນໄດ້ເຂົ້າຮ່ວມກັບກອງທັບຂອງຊີເຣຍ ຕໍ່ສູ້ກັບກໍາລັງຝ່າຍລັດຖະບານຊີເຣຍ.
ຜົນມາຈາກສົງຄາມໄດ້ເຮັດໃຫ້ເສດຖະກິດເລບານອນເພື່ອການຂະຫຍາຍຕົວພຽງແຕ່ 1,5-1,7% ໃນໄລຍະປີ 2011-2017 ຊຶ່ງເຮັດໃຫ້ອຸດສາຫະກໍາການທ່ອງທ່ຽວ ທີ່ເປັນລາຍຮັບຕົ້ນຕໍຂອງປະເທດໄດ້ຖືກຮັບຜົນກະທົບໄປນຳດ້ວຍ.
ຈໍານວນຂອງນັກທ່ອງທ່ຽວມາເລບານອນຫລຸດລົງໄປຫລາຍກວ່າ 1 ລ້ານຄົນ ຄືຈາກປີ 2012 ສະເລ່ຍ 5,5 ລ້ານຄົນ ໃນປີ 4,2 ລ້ານຄົນ ເຊິ່ງລັດຖະບານໄດ້ພະຍາຍາມເຮັດໃຫ້ເສດຖະກິດຂອງປະເທດ ແຕ່ກໍຍັງບໍ່ໄດ້ຮັບຜົນເທົ່າທີ່ຄວນ.
ການຂາດດຸນກັບອັດຕາສ່ວນ GDP ເພີ່ມຂຶ້ນຈາກ -5,9% ໃນປີ 2011, ມາເປັນ -11% ໃນປີ 2018 ເຮັດໃຫ້ ເລບານອນເປັນປະເທດທີ່ມີໜີ້ສິນສາທາລະນະຕໍ່ GDP ຫລາຍກວ່າ 155% ທີ່ສູງທີ່ສຸດອັນດັບສາມໃນໂລກ.
ດ້ວຍເຫດນີ້ ລັດຖະບານຈຶ່ງໄດ້ພະຍາຍາມຊອກຫາລາຍໄດ້ເພີ່ມເຕີມ ເພື່ອໃຫ້ເປັນສ່ວນໜຶ່ງຂອງງົບປະມານທີ່ວາງແຜນໄວ້ໃນປີ 2020 ແລະມີການເພີ່ມພາສີອາກອນຫວັງແກ້ໄຂບັນຫາເສດຖະກິດຂອງຊາດ ເປົ້າໝາຍອັນຕົ້ນຕໍແມ່ນພາສີນ້ຳມັນ, ອາຍແກັສ, ຢາສູບ ແລະອັນດັບໜຶ່ງຄື ດ້ານທໂລະຄົມ ອິນເຕີເນັດຈາກສື່ສັງຄົມອອນລາຍຕ່າງໆເຊັ່ນ: WhatsApp, Messenger FaceTime ປະມານ $ 0,2 ຫລື ປະມານ 2.000 ກີບຕໍ່ວັນ.
ປະຈຸບັນ, ເລບານອນມີຜູ້ໃຊ້ອິນເຕີເນັດໂທລະສັບຫລາຍກວ່າ 3,5 ລ້ານຄົນຫຼືຫຼາຍກ່ວາ 50% ຂອງປະຊາກອນໃນປະເທດ. ໝາຍຄວາມວ່າ ແຜນການຂອງລັດຖະບານເລບານອນກັບມາດຕະການພາສີແມ່ນໃຫ້ບັນລຸກ່ວາ 200 ລ້ານລ້ານໂດລາສະຫະລັດ ຫຼື ປະມານ 1.800 ຕື້ກີບ ຕໍ່ປີ.
ຈາກເຫດການດັ່ງກ່າວເຮັດໃຫ້ຊາວເລບານອນຈໍານວນຫຼາຍກໍາລັງບໍ່ໃຈ ແລະສົ່ງຜົນໃຫ້ເກີດມີການປະທ້ວງຢ່າງຮຸນແຮງຂຶ້ນ.
ແຕ່ວ່າສິ່ງທີ່ກ່າວມານັ້ນເປັນພຽງໜຶ່ງໃນສາເຫດທີ່ເຮັດໃຫ້ຊາວເລບານອນອອກມາປະທ້ວງ ທັງນີ້ກໍເພາະວ່າ ພວກເຂົາເຫັນໄດ້ເຖິງການບໍລິຫານຂອງລັດຖະບານແບບບໍ່ມີປະສິດທິພາບ, ມີຄວາມອ່ອນແອຕໍ່ການຄຸ້ມຄອງເສດຖະກິດລວມໄປເຖິງບັນຫາການສໍ້ລາດບັງຫຼວງ ຍ້ອນວ່າເລບານອນຖືກຈັດອັນດັບທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດໃນໂລກ.
ເຮົາເຫັນໄດ້ວ່າເຫດການປະທ້ວງໃນຫຼາຍປະເທດມັກຈະເປັນສາເຫດມາຈາກບັນຫາເສດຖະກິດຂອງປະເທດ ຈຶ່ງໄດ້ເຮັດໃຫ້ປະຊາຊົນຕົກຢູ່ໃນທ່າວິຕົກກັງວົນຫຼາຍຂຶ້ນ.
ການບໍລິຫານຄວາມຜິດພາດຂອງລັດຖະບານ, ການນໍາໃຊ້ພາສີຂອງປະຊາຊົນແບບຜິດເປົ້າໝາຍ ແລະ ຜົນສຸດທ້າຍກໍຈະນຳໄປສູ່ຄວາມຕ້ອງການປ່ຽນແປງຜູ້ມີອຳນາດຂອງລັດໃນປະເທດນັ້ນໆ.
ແຫຼ່ງຂໍ້ມູນຈາກ
http://worldpopulationreview.com/countr…/lebanon-population/
–https://en.wikipedia.org/w…/List_of_countries_by_public_debt
–https://tradingeconomics.com/lebanon/government-budget
–https://www.washingtonpost.com/…/lebanons-economic-crisis-…/
–https://en.wikipedia.org/wiki/Tourism_in_Lebanon
–https://stepfeed.com/power-of-the-people-lebanon-drops-what…