ເຮັດໄດ້ແຕ່ບໍ່ໃຊ້ ຂີ້ໄຮ້ຕະຫລອດໄປ
ໂດຍ: ຈານແຫຍ່.
ບົດນີ້, ຈານແຫຍ່ຂຽນພາຍຫລັງນັ່ງຟັງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດໃນຕອນເຊົ້າວັນທີ 7 ພະຈິກນີ້, ເຊິ່ງມີຫລາຍເລື່ອງໜ້າສົນໃຈໃຫ້ຂໍ້ຄິດທິດທາງ ເພື່ອແກ້ໄຂບັນຫາເສດຖະກິດຂອງບ້ານເຮົາ ທ່າມກາງຄວາມຫຍຸ້ງຍາກທີ່ເກີດຈາກຫລາຍໆສາເຫດ.
ຈຸດທີ່ຈານແຫຍ່ຢາກຍົກມາສົນທະນາພາທີກັບເພື່ອນຂອງ ຄໍລຳ ກໍຄືເລື່ອງການສົ່ງເສີມການຜະລິດຕິດພັນກັບສ້າງຄ່ານິຍົມຊົມໃຊ້ຜະລິດຕະພັນພາຍໃນແທນການນຳເຂົ້າສິ່ງທີ່ພວກເຮົາເຮັດເອົາເອງໄດ້.
ເວົ້າຮອດຈຸດນີ້, ຄິດວ່າຫລາຍທ່ານຄົງຈຳຄຳຂວັນທີ່ເຄີຍຟັງ ແລະ ເວົ້າໄດ້ຕິດປາກວ່າ: “ລາວເຮັດ, ລາວໃຊ້, ລາວໄດ້, ລາວຈະເລີນ” ຄຳຂວັນນີ້ບໍ່ຮູ້ວ່າຂຽນຂຶ້ນໃນເວລາໃດ, ແຕ່ຈານແຫຍ່ໄດ້ຍິນມາແຕ່ຫົວຍັງສ່ຳໝາກກອກພຸ້ນ.
ມັນເປັນຄໍາຂວັນທີ່ມີເນື້ອໃນດີເດັ່ນ, ມີສຽງສຳພັດເກາະກ່າຍໃຫ້ຈື່ງ່າຍ ແຕ່ການຫັນຄຳຂວັນນີ້ໃຫ້ເປັນຄວາມຈິງນັ້ນ ມັນຍາກປານກື່ງຄົກຂຶ້ນຈອມພູເບ້ຍຍ້ອນວ່າ: ພວກເຮົາບໍ່ມີມາດຕະການຕົວຈິງທີ່ເຄັ່ງຄັດຮັດແໜ້ນພວກເຮົາ “ເຢີກ” ເປັນຍາມເວລາມີບັນຫາເທົ່ານັ້ນ.
ການຜະລິດພາຍໃນ, ໂດຍສະເພາະສິນຄ້າເພື່ອຊົມໃຊ້ເກີດສະພາບສະງັກສະງັນຄືຊູ່ມື້ນີ້ ກໍຍ້ອນວ່າ: “ລາວເຮັດ,ລາວບໍ່ໃຊ້, ລາວບໍ່ໄດ້, ລາວທຸກຈົນ” ແມ່ນບໍ່ທ່ານວ່າ? ຫວ່າງບໍ່ເຫິງມານີ້ໄດ້ອ່ານພົບບົດໃນວຽງຈັນທາມ ທີ່ຍົກຕົວ
ຢ່າງໃຫ້ເຫັນວ່າພວກເຮົາຍັງເປັນເມືອງຂຶ້ນຕ່າງປະເທດດ້ານສິນຄ້າໃຊ້ສອຍປະຈຳວັນຍ້ອນຄ່ານິຍົມຜິດພາດ, ບໍ່ສົ່ງເສີມການໃຊ້ສິນຄ້າພາຍໃນ.
ບົດຄວາມດັ່ງກ່າວໄດ້ຍົກຕົວຢ່າງໃຫ້ເຫັນວ່າ: ໃນເຂົ້າຂົ້ວໜຶ່ງຈານ (ພາສາໄທເອີ້ນວ່າເຂົ້າຜັດ) ນັ້ນ ມີສ່ວນປະກອບຢູ່ 15 ຊະນິດ, ສ່ວນທີ່ເປັນສ່ວນປະ
ກອບຂອງລາວແທ້ ກໍມີແຕ່ເຂົ້າກັບເກືອເທົ່ານັ້ນ. ນອກນັ້ນແມ່ນວັດຖຸນຳເຂົ້າ ຈານແຫຍ່ວ່າ: ໃນສະພາບຄວາມເປັນຈິ່ງແລ້ວ, ແມ່ນແຕ່ເກືອ ແລະ ເຂົ້າກໍຍັງອາດເປັນສິ່ງນຳເຂົ້າຊ້ຳອີກ.
ກ່ອນໜ້ານີ້, ກໍມີຂ່າວການຖະແຫລ່ງຂອງຮອງລັດຖະມົນຕີອຸດສາຫະກຳແລະ ການຄ້າວ່າ: ລັດຖະບານໄດ້ສ້າງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຊຸກຍູ້ການຜະລິດ ແລະ ການຊົມໃຊ້ຜະລິດຕະພັນພາຍໃນທົດແທນການນຳເຂົ້າສິນຄ້າທີ່ບ້ານເຮົາເຮັດເອົາເອງໄດ້. ຈານແຫຍ່ຍໍມືສາທຸນຳ ຂໍໃຫ້ເປັນຈິງເປັນຈັງແຕ່ກໍເຊື່ອວ່າບໍ່ງ່າຍປານໃດ, ເພາະເມື່ອໃດສິນຄ້າພາຍໃນຫາກຍັງ “ຮູບບໍ່ຖືກຕາ ລາຄາບໍ່ຖືກໃຈ ແລະ ບໍ່ໄດ້ຄຸນນະພາບ” 3 ມາດຕາຖານທີ່ວ່າມານີ້ຕ້ອງເອົາໃຈ ໃສ່ເປັນພິເສດ, ໄປພ້ອມໆກັບມາດຕະການຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດ, ດຽວນີ້ທາງເລືອກສຳລັບຊື້ສິນຄ້ານັ້ນມີຫລາຍ, ສະດວກສະບາຍຈະນຳໃຊ້ແຕ່ວິທີປຸກລະດົມແບບເກົ່າໆແມ່ນບໍ່ໄດ້ກິນອີກແລ້ວ, ສິນຄ້າຕ້ອງຮູບຖືກຕາລາຄາຕ້ອງຖືກໃຈ ແລະ ໄດ້ຄຸນນະພາບ.
ອີກຈຸດໜຶ່ງທີ່ພວກເຮົາຄວນເອົາໃຈໃສ່ ກໍຄືການໂຄສະນາ, ເຊິ່ງຜ່ານມາມັກແຕ່ຍົກສູງສິນຄ້າຕ່າງປະເທດ ລວມທັງວິຊາການຂອງຕ່າງປະເທດ ເຊັ່ນບອກວ່າ: “ມີຄຸນນະພາບ ນຳເຂົ້າຈາກຕ່າງປະເທດ” ໄດ້ຖືກຮັບຮອງຈາກຊ່ຽວຊານຕ່າງປະເທດ “ສິດສອນໂດຍອາຈານຕ່າງປະເທດທີ່ມີຄວາມຊຳນານ ແລະ ອື່ນໆ”.
ຕໍ່ໄປຂໍໃຫ້ພວກເຮົາໂຄສະນາສິນຄ້າພາຍໃນກັບສິນຄ້າຈາກຕ່າງປະເທດໃຫ້ສົມດູນກັນ ສຳລັບຜະລິດຕະພັນທີ່ດີຂອງພວກເຮົາເຊັ່ນວ່າ: “ຜະລິດໂດຍຄົນລາວເຮົາ”. “ຜະລິດຈາກພູມປັນຍາຊາວບ້ານທີ່ມີຕຳນານມາຫລາຍຮ້ອຍປີ” ສິດສອນ ແລະ ບັນຊາໂດຍຊ່ຽວຊານສີມືຄົນລາວເຮົາເອງ ແລະ ອື່ນໆ.
ຕາມເຄີຍໄດ້ຍິນມາ, ຄຳນິຍົມຊົມຊອບ “ຂອງນອກ” ນີ້, ມັກຈະເປັນພະ
ຍາດຊຳເຮື້ອຂອງຄົນໃນປະເທດ ທີ່ເຄີຍເປັນຫົວເມືອງຂຶ້ນຂອງຕ່າງປະເທດມາ
ກ່ອນ, ແຕ່ເລື່ອງນີ້ແກ້ໄດ້ຖ້າພວກເຮົາຫາກ “ເຢີກ” ອີຫລີ.