ຢໍໂຄວິດ-ນາດາລ-ມູກູຣູຊາ ຜ່ານເຂົ້າຮອບ 2 ເຕັນນິສ ເຟຣນ ໂອເພນ




ດ້ານ ຣາຟາເອລ ນາດາລ ມືວາງອັນດັບ 4 ຂອງລາຍການ ຈາກ ສະເປນ ເອົາຊະນະ ເບີນົວ ແປ ຈາກຝຣັ່ງ 3-0 ເຊັດ 6-1, 6-4, 6-1. ຜ່ານເຂົ້າຮອບ 2 ຕໍ່ ໄປ ໂດຍຈະເຂົ້າພົບກັບ ໂຣບິນ ຮາສ ຈາກ ເນເທີແລນ ໃນຮອບທີ 2.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ຍີຣີ ເວເຊລີ 3-0 ເຊັດ ແຈັກ ຊ໊ອກ 7-5, 7-5, 6-3.
– ສະຕີຟ ຈອນສັນ 3-0 ເຊັດ ຢູອິຊິ ຊະກູຕະ 6-3, 6-3, 6-7.
– ນິໂຄລອດ ບາຊິລາດວິລີ 3-1 ເຊັດ ຊິລ ຊິມົງ 1-6, 6-2, 6-4,6-1.
– ມິລອສ ຣາໂອນິກ 3-0 ເຊັດ ສະຕີຟ ດາວິສ 6-3, 6-4, 6-2.
– ດາວິດ ກອຟແຟງ 3-0 ເຊັດ ປອລ ອອງຣີ ມາຕິເຍີ 6-2, 6-2, 6-2.
ສ່ວນປະເພດຍິງດ່ຽວຮອບທຳອິດ ກາບີນ ມູຣູກູຊາ ມືວາງ ອັນດັບ 4 ຂອງລາຍການຈາກ ສະເປນ ເອົາຊະນະ ຟຣານເຊສ ໂກ ສະເຄຍໂວເນ ຈາກ ອິຕາລີ 2-0 ເຊັດ 6-2, 6-4. ຜ່ານເຂົ້າ ຮອບ 2 ຕໍ່ໄປ ເຊັ່ນດຽວກັນກັບ ແຄໂຣໄລ ວອດນຽກກີ ມືວາງ ອັນດັບ 11 ຂອງລາຍການຈາກ ເດນມາກ ເອົາຊະນະ ໄຈມີ ໂຟລິສ ຈາກ ອອສເຕຣເລຍ 2-1 ເຊັດ 6-4, 3-6, 6-2.