ຮັກບໍ່ກ້າບອກ ກິນແໜງຕະຫຼອດຊີວິດ


ລູກເມືອງພວນ
10 ປີຜ່ານໄປ, ແຕ່ທຸກສິ່ງທຸກຢ່າງຂອງຄວາມຮັກເກົ່າຍັງປະກົດຢູ່ໃນສະໝອງຂອງຂ້ອຍຕະຫຼອດເວລາ. ອາດຈະແມ່ນຍ້ອນຂ້ອຍຍັງຮັກເຂົາຢູ່?
ຂ້ອຍ ແລະ ຊູ້ເກົ່າຮຽນຮ່ວມຫ້ອງດຽວກັນໃນສະໄໝມັດທະຍົມປາຍ. ສິ່ງອື່ນໆ ໃນຕົວຂອງເຂົາກໍບໍ່ມີຫຍັງດອກພໍໃຫ້ຂ້ອຍຕິດອົກຕິດໃຈເຂົາ ນອກຈາກ ເຂົາເປັນຄົນຄຳຮູ້ນັ້ນເອງ. ເມື່ອຢ່າງເຂົ້າມະຫາວິທະຍາໄລ ຂ້ອຍໄດ້ໄປອາໄສຢູ່ກັບເອື້ອຍ, ສ່ວນເຂົາໄປຮຽນຕໍ່ຢູ່ທີ່ສະຖາບັນຊັ້ນກາງແຫ່ງໜຶ່ງ ຊຶ່ງໄກຈາກບ່ອນຂ່ອຍຢູ່ 25 ກິໂລແມັດ.
ເຖິງວ່າຈະຢູ່ໄກປານນັ້ນກໍຕາມ ແຕ່ບໍ່ຮູ້ວ່າຍ້ອນເຫດຜົນອັນໃດເຂົາຈຶ່ງວົນວຽນທຽວມາຫຼີ້ນນຳຂ້ອຍເປັນປະຈຳ. ເຂົາເລີ່ມມາຫາຂ້ອຍຕັ້ງແຕ່ມື້ທີ່ຂ້ອຍຮຽນຢູ່ປີທີ 2 ມະຫາວິທະຍາໄລ. ຂ້ອຍຮູ້ດີວ່າເຂົາຮັກຂ້ອຍ ແຕ່ບໍ່ກ້າເວົ້າອອກມາ. ເຖິງແມ່ນເສັ້ນທາງຈະໄກປານນັ້ນກໍຕາມ ແຕ່ເຂົາທຽວມາຫາຂ້ອຍອາທິດລະ 3 ຄັ້ງ, ນັ້ນຖືວ່າມີຢ່າງໃດຢ່າງໜຶ່ງມີ່ຜິດປົກະຕິແລ້ວ. ຂ້ອຍຄິດຢູ່ຄົນດຽວວ່າ ຂ້ອຍບໍ່ອາດຈະຮັກເຂົາໄດ້ ເພາະຂ້ອຍຍັງອາໄສໃຊ້ເງິນນຳພໍ່ແມ່ຢູ່, ບໍ່ທັນຮູ້ຫາເງິນດ້ວຍຕົນເອງ ຈຶ່ງບໍ່ກ້າຮັກກັບເຂົາ, ແຕ່ມີບັນຫາຢູ່ບ່ອນວ່າ ເຂົາບໍ່ບອກກັບຂ້ອຍໂດຍຕົງດັບຂ້ອຍວ່າເຂົາຮັກກັບຂ້ອຍ, ຂ້ອຍຈິ່ງບໍ່ກ້າປະຕິເສດເຂົາ.
ເມື່ອເຫັນເຂົາມາຫາແຕ່ລະເທື່ອ ຂ້ອຍມີຄວາມຮູ້ສຶກດີໃຈ ແຕ່ກໍບໍ່ຮູ້ວ່າຍ້ອນເຫດຜົນອັນໃດ. ພາຍຫຼັງຮຽນຈົບແລ້ວ ເຂົາກໍໄປເຮັດວຽກ ພ້ອມທັງຮຽນຕໍ່ເນື່ອງມະຫາສິທະຍາໄລ, ສ່ວນຂ້ອຍຮຽນຢູ່ປີທີ 3 ແລ້ວ. ຫຼັງຈາກນັ້ນເຂົາກໍຄ່ອຍຄ່ອຍຫ່າງເຫີນຂ້ອຍອອກໄປ ແລະ ບໍ່ມາຫາຂ້ອຍອີກເລີຍ. ເມື່ອເຂົາບໍ່ມາ ຂ້ອຍຮູ້ສຶກຄິດຮອດເຂົາຫຼາຍ ນັ່ງກໍຄິດ, ນອນກໍໄຫ້ ຢູ່ບໍ່ໄດ້ກິນບໍ່ມີສຸກ ແລະ ຮູ້ສຶກວ່າຕ້ອງການເຂົາຫຼາຍ.
ວັນໜຶ່ງບັງເອີນຂ້ອຍພົບເຫັນເຂົາຢູ່ກາງທາງ ພາຍຫຼັງເຄິ່ງປີປ່ານໄປ, ເຂົາຍິ້ມຫົວ ແລະ ທັກທາຍກັບຂ້ອຍ, ຂ້ອຍກໍຍິ້ມຫົວ ແລະ ທັກທາຍເຂົາຄືນ. ບັງເອີນຂ້ອຍຄິດເຖິງອະດີດໃນເມື່ອຍັງມີເຂົາຢູ່ຄຽງຂ້າງ ຄອຍຮັບສົ່ງຂ້ອຍໄປຮຽນຍາມຄໍ່າ, ນັ່ງຄຽງຂ້າງກັນ, ໂອ້ລົມກັນທີ່ຫວານຊື່ນໃນອະດີດ.
ມີວັນໜຶ່ງ ຄິດຮອດເຂົາຫຼາຍຈົນກັ້ນນໍ້າຕາບໍ່ຢູ່ ຈຶ່ງໄດ້ໂທລະສັບຫາເຂົາ ແຕ່ບໍ່ສາມາຕິດຕໍ່ໄດ້, ເວລານີ້ຂ້ອຍແຮ່ງຄິດຮອດເຂົາແຮງ, ຮູ້ສຶກອ້າງວ່າງເປົ່າປ່ຽວ ດຽວດາຍ ແລະ ຮູ້ສຶກໄກແສນໄກ, ມື້ຕໍ່ມາຂ້ອຍກໍໂທຫາເຂົາອີກ, ເມື່ຶອໄດ້ຍິນສຽງໂທລະສັບດັງຂຶ້ນຂ້ອຍດີໃຈຈະຫາສິ່ງໃດມາປຽບບໍ່ໄດ້, ເຂົາຖາມສະບາຍດີຂ້ອຍ, ຂ້ອຍກໍຖາມສະບາຍດີເຂົາ ແລະ ຖາມເຂົາວ່າ ເປັນຫຍັງຫ່ວາງນີ້ຄືບໍ່ເຫັນໄປຫຼີ້ນນຳດົນແລ້ວ, ເຂົາເລີຍຕອບຂ້ອຍວ່າ ຕອນບ່າຍມື້ນີ້ຊິໄປຫາເດີ, ຂ້ອຍດີໃຈຫຼາຍຈົນນໍ້າຕາໄຫຼຍ້ອຍແກ້ມ. ພໍເມື່ອເຂົາມາເຖິງ ເຂົາກໍຊວນຂ້ອຍໄປນັ່ງຢູ່ຮ້ານນໍ້າແຫ່ງໜຶ່ງ. ຍ້ອນຄວາມດີໃຈຂ້ອຍສະອື້ນໄຫ້, ຂ້ອຍຖາມເຂົາວ່າເປັນຫຍັງບໍ່ຄິດຮອດຂ້ອຍແດ່? ເຂົາກໍເລີຍຫອມແກ້ມຂ້ອຍດ້ວຍຄວາມຮັກທີ່ແທ້ຈິງ. ຮອຍຈູບຄັ້ງນັ້ນເຮັດໃຫ້ຂ້ອຍຈື່ບໍ່ລືມ ແລະ ກໍເປັນຄັ້ງທຳອິດໃນຊີວິດຂອງຂ້ອຍ, ເຂົາບອກວ່າຂໍໂທດ ສ່ວນຂ້ອຍກໍສະອື້ນໄຫ້ດ້ວຍຄວາມຄິດຮອດເຂົາໄລຍະຜ່ານມາ ແລະ ກໍລັກດີໃຈ. ເຂົາບອກກັບຂ້ອຍວ່າ ເຂົາຖືກອຸບັດຕິເຫດຈຶ່ງບໍ່ໄດ້ມາຫາຂ້ອຍ ຊຶ່ງມັນກົງກັນຂ້າມກັບຄວາມຄຶດຂອງຂ້ອຍທີ່ວ່າ ອາດຈະເແມ່ນຍ້ອນວ່າຂ້ອຍບໍ່ສົນໃຈກັບເຂົາ ເຂົາຈື່ງບໍ່ມາຫາຂ້ອຍອີກ.
ແຕ່ມື້ນັ້ນມາ, ເຂົາກໍທຽວມາຫາຂ້ອຍປົກະຕິຕາມເຄີຍອີກ, ແຕ່ເຂົາກໍຍັງບໍ່ໄດ້ເອີ່ຍອອກປາກວ່າຮັກຂ້ອຍແມ່ນແຕ່ຄວາມດຽວ ແລະ ຂ້ອຍກໍຍັງມີຄວາມຮູ້ສຶກທີ່ດີກັບເຂົາຄືເກົ່າ ແຕ່ກໍບໍ່ກ້າບອກຮັກ. ມີມື້ໜຶ່ງ ເຂົາຊິຈູບຂ້ອຍ ແຕ່ຂ້ອຍບໍ່ອະນຸຍາດ ພ້ອມຊຸກໂຕເຂົາອອກ ພ້ອມທັງເວົ້າກັບເຂົາວ່າ ເຮົາບໍ່ທັນແມ່ນຫຍັງກັນເທື່ອ, ທັນທີເຂົາກໍຂຶ້ນລົດ ແລ້ວໜີໄປ, ເວລານີ້ຂ້ອຍຄິດວ່າຈະດຶງເຂົາໄວ້ ແລະ ຈະຈູບເຂົາ ແຕ່ກໍບໍ່ກ້າ. ມື້ຕໍ່ມາໄດ້ຍິນສຽງໂທລະສັບດັງຂຶ້ນ ເມື່ອເປີດເບິ່ງກໍເຫັນຊື່ຂອງເຂົາ, ຂ້ອຍດີໃຈແທບຈະຕາຍ. ຂ້ອຍລົມສາຍກັບເຂົາດ້ວຍນໍ້າສຽງທຳນອງອ່ອນຫວານ ແຕ່ເມື່ອຟັງນໍ້າສຽງຂອງເຂົາແລ້ວຜິດປົກະຕິກັບແຕ່ລະເທື່ອທີ່ຜ່ານມາ, ເຂົາເວົ້າດ້ວຍນໍ້າສຽງເດັດຂາດວ່າ ແຕ່ນີ້ຕໍ່ໄປຢ່າຄິດຮອດຂ້ອຍອີກ, ພໍແຕ່ໄດ້ຍິນພຽງແຕ່ເທົ່ານັ້ນ ເຂົາກໍປິດໂທລະສັບໄປ. ແຕ່ມື້ນັ້ນເປັນຕົ້ນມາ ຄອງແລ້ວຄອງອີກກໍບໍ່ເຫັນເຂົາມາຫາ ແລະ ກໍບໍ່ເຄີຍໂທມາຫາຂ້ອຍອີກເລີຍ.
ວັນເວລາຜ່ານໄປ, ຂ້ອຍກໍຮຽນຈົບມະຫາວິທະຍາໄລ, ຂ້ອຍໄດ້ຍິນໝູ່ຄູ່ທັງຫຼາຍເລົ່າລືກັນວ່າເຂົາແຕ່ງງານແລ້ວ, ຫົວໃຈຂ້ອຍເຈັບປວດເຂົ້າທັນທີ ແຕ່ບໍ່ມີໃຜຮູ້ນຳຂ້ອຍ, ທຸກຄົນຢູ່ອ້ອມຂ້າງຂ້ອຍ ເບິ່ງຂ້ອຍກໍວ່າປົກະຕິທຳມະດາ ແຕ່ຂ້ອຍຕີຊິຕາຍນໍາເຂົາແລ້ວ. ມີມື້ໜຶ່ງ ເຂົາໂທລະສັບຫາຂ້ອຍບອກວ່າເຂົານອນໂຮງໝໍ. ຂ້ອຍໄປຢາມເຂົາ ທຸກສິ່ງຢ່າງກໍຍັງປົກະຕິຄືເກົ່າ, ຮັກແຕ່ບໍ່ກ້າບອກວ່າຮັກ. ມີມື້ໜຶ່ງ ເຂົາໄປຖ້າຂ້ອຍຢູ່ຮ້ານນໍ້າແຫ່ງອະດີດທີ່ຝັງໃຈ, ເຂົາຍື່ນບັດເຊີນງານແຕ່ງໃຫ້ຂ້ອຍ ພ້ອມທັງບອກໃຫ້ຂ້ອຍໄປຮ່ວມ. ເຖິງແມ່ນຂ້ອຍຈະຍິ້ມຫົວແຕ່ໃຈຂ້ອຍຕີມັບແທບຈະຂາດເປັນທ່ອນທ່ອນ. ເຂົາບອກວ່າມື້ທີ່ຂ້ອຍໄປຢາມເຂົານອນໂຮງໝໍນັ້ນ ຖ້າຂ້ອຍຫາກບອກກັບເຂົາວ່າຢ່າຟ້າວແຕ່ງງານເຂົາກໍຈະບໍ່ແຕ່ງ, ຂ້ອຍເວົ້າກັບເຂົາວ່າອ້າຍເປັນບ້າຫວາ. ເມື່ອກັບຄືນເຮືອນຂ້ອຍຄິດວ່າຈະບໍ່ກ້າເບິ່ງເຂົາຍ່າງຮຽງຂ້າງກັບໃຜຄົນໃດຄົນໜຶ່ງ ເພາະຢ້ານຂ້ອຍເປັນລົມ.
ເຖິງແມ່ນຂ້ອຍຈະມີລູກ, ມີຜົວ, ມີຄວາມສຸກ ແລະ ພຽງພໍທຸກຢ່າງ, ອະດີດກໍຄືອານຸສອນແຫ່ງຊີວິດ ແຕ່ບາງຄັ້ງຄາວໃຈຍັງຢູ່ກັບເຂົາເພາະ ຂ້ອຍຍັງຮັກເຂົາຢູ່ແມ່ນບໍ? ຂໍຄຳຄິດຄຳເຫັນຈາກຜູ້ອ່ານທັງຫຼາຍແດ່?