6 ວິທີຊ່ວຍໃຫ້ເຊົາເປັນຄົນຄິດຫລາຍ


– ຂຽນສິ່ງທີ່ເປັນບັນຫາອອກມາ: ເລື່ອງໃດທີ່ເຮັດໃຫ້ທ່ານຮູ້ສຶກຄິດຫລາຍໃຫ້ຂຽນ ຫລື ພິມອອມາ ເພື່ອທີ່ທ່ານຈະໄດ້ຮູ້ວ່າມີເລື່ອງໃດແດ່ ຈະໄດ້ຈັດລຽງລຳດັບບັນຫາວ່າແມ່ນຫຍັງ, ຈະເລີ່ມແກ້ໄຂບ່ອນໃດກ່ອນດີ.
– ມີສະຕິ, ສະມາທິ ແລະ ພິຈາລະນາ : ການມີສະຕິ ຖືເປັນສິ່ງສຳຄັນ ການທີ່ທ່ານເກັບເອົາທຸກເລື່ອງມາຄິດ ນັ້ນໝາຍເຖິງວ່າທ່ານອາດຈະບໍ່ມີລຳດັບໃນການຈັດການຄວາມຄິດທີ່ດີພໍປານໃດ, ກ່ອນອື່ນເລີຍ ທ່ານຕ້ອງຕັ້ງສະຕິ ຈາກນັ້ນ ເຮັດສະມາທິ ແລະ ເອົາບັນຫາທີ່ຂຽນໄວ້ ມາລອງຄິດພິຈາລະນາເທື່ອລະຂັ້ນຕອນ.
– ແກ້ໄຂບັນຫາ : ເມື່ອທ່ານເຫັນເຖິງບັນຫາກໍຈະຈັດການແກ້ໄຂບັນຫານັ້ນເລີຍ ຫາກຖ້າຄິດວ່າທ່ານຄົນດຽວບໍ່ສາມາດແກ້ໄຂມັນຫາໄດ້ ຄິດບໍ່ອອກເລີຍວ່າຈະຕ້ອງເຮັດແນວໃດ ລອງແບ່ງປັນເລື່ອງລາວກັບຄົນອື່ນໆ ຄົນທີ່ທ່ານຮູ້ສຶກໄວ້ໃຈກໍໄດ້ ບາງເທື່ອມຸມມອງຄວາມຄິດຂອງຄົນອື່ນອາດຈະເຮັດໃຫ້ທ່ານຄົ້ນພົບຫົນທາງໃໝ່ໆ.
– ຢ່າຄິດວ່າພົບແຕ່ເລື່ອງຮ້າຍໆ ໃຫ້ຄິດວ່າແມ່ນບົດທົດສອບ : ສິ່ງສຳຄັນທ່ານຢ່າຟ້າວຄິດວ່າມັນຈະແກ້ບັນຫາບໍ່ໄດ້ ທຸກຢ່າງມັນຈະອອກມາຮ້າຍຫລືບໍ່ ຕ້ອງນຶກໄວ້ສະເໝີວ່າທຸກຢ່າງຈະຕ້ອງມີຫົນທາງອອກ ຖ້າຄິດລົບ ຄິດແຕ່ເລື່ອງຮ້າຍໆ ກໍຈະຍິ່ງເຮັດໃຫ້ທ່ານເຄັ່ງຄຽດ, ພະຍາຍາມຄິດວ່າບັນຫາທີ່ເກີດຂຶ້ນມັນບໍ່ແມ່ນເລື່ອງຮ້າຍໆ ແຕ່ມັນເປັນບົດທົດສອບທີ່ໃຜໆກໍຕ້ອງພົບພໍ້ຄືກັນໝົດ.
– ຫາກິດຈະກຳເຮັດ ຈະໄດ້ບໍ່ຄິດຫລາຍ : ການປ່ອຍໃຫ້ໂຕເອງວ່າງ ກໍອາດເຮັດໃຫ້ສະໝອງຄິດນັ້ນຄິດນີ້ໄປເລື້ອຍໆ ບໍ່ຈົບບໍ່ສິ້ນ, ລອງຫາກິດຈະກຳເຮັດ ເຊັ່ນ : ຟັງເພງ, ເບິ່ງຮູບເງົາ ອາດຈະເຮັດໃຫ້ທ່ານເພີດເພີນຈົນບໍ່ເກັບສິ່ງຕ່າງໆມາຄິດໃຫ້ຮົກສະໝອງ.
– ຍອມຮັບ ແລະ ໝັ້ນໃຈໃນໂຕເອງ : ທ່ານຕ້ອງມີຄວາມເຊື່ອໝັ້ນໃຈຕົນເອງ ແລະ ບໍ່ສົນໃຈຄຳເວົ້າຂອງຄົນອື່ນຫລາຍເກີນໄປ ຫາກວ່າເປັນເລື່ອງຮ້າຍໆທີ່ເວົ້າເຖິງໂຕທ່ານ ແລະ ບໍ່ເປັນຄວາມຈິງ ໃຫ້ຄິດສາວ່ານັ້ນແມ່ນບັນຫາຂອງເຂົາ ບໍ່ແມ່ນບັນຫາຂອງເຮົາ ຫາກທ່ານມີຄວາມໝັ້ນໃຈ ເຊື່ອໝັ້ນໃນໂຕເອງ ກໍບໍ່ຕ້ອງກັງວົນ ຫລື ສົນໃຈກັບຄຳເວົ້າເຫລົ່ານັ້ນ ໃຜກໍທຳຮ້າຍຄວາມຮູ້ສຶກຂອງທ່ານບໍ່ໄດ້ ຖ້າທ່ານບໍ່ຍິນຍອມ.