ລັດຖະມົນຕີ ປກສ ເນັ້ນໃຫ້ນາຍ ແລະ ຕຳຫລວດ ຕັ້ງໜ້າປະຕິບັດໜ້າທີ່ໃຫ້ມີປະສິດທິຜົນ


ໃນໂອກາດເຂົ້າຮ່ວມພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫລວດກອງບັນຊາການ ປກສ ແຂວງສະຫວັນນະເຂດເມື່ອທ້າຍເດືອນຕຸລານີ້, ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງດັ່ງກ່າວ ໄດ້ມີຄຳເຫັນວ່າ: ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ເປັນກົດເກນພາວະວິໄສ ແມ່ນລະບຽບຫລັກການຂອງພັກ ເພື່ອປັບປຸງການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າການ ເມືອງໃນແຕ່ລະໄລຍະ.
ພ້ອມທັງເນັ້ນໃຫ້ນາຍ ແລະ ພົນຕຳຫລວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍ ຈົ່ງເພີ່ມທະວີຍົກສູງສະຕິຄວາມຮັບຜິດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ການຊີ້ນຳຂອງຂັ້ນເທິງ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງກຳລັງ ໃຫ້ມີຄວາມເຂັ້ມແຂງມີແບບແຜນທີ່ທັນສະໄໝ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາ ຊົນຢ່າງແທ້ຈິງ ແລະ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ເອົາໃຈໃສ່ປະຕິບັດຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບ ສິ່ງສຳຄັນແມ່ນເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ.
ເພື່ອເປັນຈິດໜຶ່ງໃຈດຽວໃນການປະຕິບັດແນວທາງຂອງພັກ, ມະຕິຄຳສັ່ງຂອງຂັ້ນເທິງ ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ເປັນຕົ້ນແມ່ນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກຳລັງໃຫ້ໝົດໄປ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ ການສວຍໃຊ້ໜ້າທີ່ຕຳແໜ່ງໃນທາງທີ່ບໍ່ຖືກຕ້ອງໃຫ້ເດັດຂາດ ຫາກເກີດຂຶ້ນບ່ອນໃດແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ, ຈັດຕັ້ງລະບອບປະຈຳການໃຫ້ເຂັ້ມງວດ ຫັນພະນັກງານລົງກໍ່ສ້າງຮາກຖານ ປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນ ແກ້ໄຂບັນດາໜໍແໜງທີ່ສ້າງຄວາມບໍ່ສະຫງົບທາງດ້ານການເມືອງ ຄວາມບໍ່ເປັນລະບຽບຮຽບທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ, ອຸປະຕິເຫດຕາມທ້ອງຖະໜົນ, ຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງບໍ່ຖືກຕ້ອງ, ແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວຜິດກົດໝາຍຂອງ ສປປ ລາວ, ແກ້ໄຂບັນຫາໂສເພນີ ແລະ ບັນຫາການຄ້າມະນຸດ ໃຫ້ຫຼຸດນ້ອຍລົງ ເພື່ອເຮັດໃຫ້ແຂວງສະຫວັນນະເຂດມີຄວາມສະຫງົບທາງດ້ານການເມືອງ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ການດຳລົງຊີວິດຂອງປະຊາຊົນມີຄວາມປອດໄພ.