ບຸນທາດຫລວງປີນີ້ຂໍໃຫ້ງົດງາມສົດໃສໄຮ້ສິ່ງເຮິະຮ້າຍ


ໂດຍ: ທິດກ່ຳ
ບຸນນະມັດສະການພະທາດຫລວງປີນີ້ໄດ້ກຳນົດເອົາແຕ່ວັນທີ 5 ຫາ ວັນທີ 11 ພະຈິກ 2019 ເຊິ່ງກົງກັບມື້ຂຶ້ນ 9 ຄ່ຳຫາ 15 ຄ່ຳເດືອນ 12 ເພັງ (ລາວ) ພສ 2562. ເມື່ອເປັນດັ່ງນີ້, ກໍສະແດງວ່າປີນີ້ໄດ້ແກ່ຍາວລື່ນປີຜ່ານໆມາ 2 ວັນເພາະຜ່ານມາສູງສຸດກໍບໍ່ເກີນ 5 ວັນເທົ່ານັ້ນ.
ສ່ວນວ່າການຄົບງັນຕ່າງໆ ອີງຕາມຂ້ໍມູນຈາກຄະນະອະນຸກຳມະການໃຫ້ຮູ້ແມ່ນມີຫລາຍກິດຈະກຳ ແລະ ຫລາກຫລາຍສີສັນທີ່ຈະສະໜອງໃຫ້ຜູ້ມາທ່ຽວ, ມາຊົມໄດ້ສຳພັດຢ່າງເຕັມອີ່ມ.
ຕາມປົກກະຕິແລ້ວ, ການສະເຫລີມສະຫລອງບຸນນະມັດສະການພະທາດຫລວງໃນປີຜ່ານມາ, ກໍຄືປີນີ້ສິ່ງທີ່ຂາດບໍ່ໄດ້ກໍຄືການວາງສະແດງຜະລິດຕະພັນສິນຄ້າຕ່າງໆ, ງານສິລະປະວັດທະນະທຳ, ສະແດງວັນນະຄະດີ, ດີດສີຕີເບົ່າ, ນັບທັງຂາຍເຄື່ອງອຸປະໂພກບໍລິໂພກ, ເຄື່ອງກິນດື່ມ, ລາມໄປຮອດເຂົ້າຫລາມ, ປິ້ງໄກ່ຈົນຮອດມື້ສຸດທ້າຍຕອນເຊົ້າມື້ເພັງ 15 ຄຳມີການຕັກບາດ, ຖະຫວາຍສັງກະທານ, ຕອນບ່າຍມີກິລາຕີຄີ, ກາງຄືນຍັງມີການຄົບງັນວຽນທຽນ, ຈູດບັ້ງໄຟດອກ, ບັ້ງຕະໄລຕາມຮີດຄອງປະເພນີກໍເປັນອັນວ່າ ຈົບບໍລະບວນໃນທ່ຽງຄືນຂອງມື້ເພັງ 15 ຄ່ຳ.
ແນວໃດກໍດີ, ປີນີ້ຄາດວ່າບຸນນະມັດສະການພະທາດຫລວງຕ້ອງມ່ວນກວ່າປີຜ່ານໆມາ ແລະ ທັງມີຄວາມໝາຍຍ້ອນວ່າເປັນປີທ່ອງທ່ຽວ ລາວ-ຈີນ, ເປັນປີແຫ່ງໄຊຊະນະ ໃນພາລະກິດການສ້າງສາພັດທະນາປະເທດຊາດຕະຫລອດໄລ ຍະ 40 ປີກວ່າຜ່ານມາ. ອັນທີ່ເດັ່ນທີ່ສຸດປີນີ້ທົ່ງໄຫຫີນຊຽງຂວາງໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ.
ສະເພາະໃນປີ 2019 ນີ້ເຖິງວ່າປະເທດຊາດຂອງພວກເຮົາໄດ້ປະສົບ ໄພທຳມະຊາດຂົ່ມຂູ່ເກີດໄພພິບັດນ້ຳຖ້ວມ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້, ຄຸນຄ່າເງິນກີບອ່ອນຕົວລົງ, ແຕ່ການພັດທະນາ, ການລົງທຶນໃນດ້ານອື່ນໆ ໂດຍສະເພາະແມ່ນສຸມໃສ່ຊຸກຍູ້ສົ່ງເສີມເສດຖະກິດຂະໜາດນ້ອຍຂະໜາດກາງ ແລະ ຂະບວນການພັດທະນາໃນໂຄງການໃຫຍ່ໆ ກໍໄດ້ດຳເນີນໄປຢ່າງບໍ່ຢຸດຢັ້ງ, ໄປຄວບຄູ່ກັນນັ້ນ, ສະເຖຍລະພາບທາງດ້ານການເມືອງ, ຂົງເຂດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍມີຄວາມໝັ້ນຄົງຍືນຍົງໜັກແໜ້ນ.
ບົນພື້ນຖານດັ່ງກ່າວ, ຈຶ່ງເຮັດໃຫ້ປະເທດລາວກໍຄືສັງຄົມລາວເຮົານັບມື້ມີ ຄວາມສະຫງົບປອດໄພ, ປະຊາຊົນຍຸທ່າງສ້າງສາ, ພັດທະນາ ປະເທດຊາດຂອງຕົນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ປັບປຸງຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ, ຈຳນວນຄອບຄົວທຸກຍາກ, ບ້ານທຸກຍາກ ແລະ ເມືອງທຸກຍາກນັບມື້ຫລຸດໜ້ອຍຖອຍລົງໃນແຕ່ລະປີ ແລະ ອີກບໍ່ນານປະຊາຊົນລາວກໍຈະຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງແນ່ນອນ.
ການສະເຫລີມສະຫລອງບຸນນະມັດສະການພະທາດຫລວງກໍແມ່ນເຫດການໜຶ່ງທີ່ສະແດງໃຫ້ເຫັນຜົນສຳເລັດ, ຄວາມຈະເລີນງອກງາມທາງດ້ານວັດຖຸ ແລະ ຈິດໃຈຂອງຄົນລາວຍຸກໃໝ່ທີ່ຫາກໍໄດ້ຫລຸດພົ້ນອອກຈາກແປວໄຟແຫ່ງສົງຄາມ, ປະເທດຊາດມີເອກະລາດ, ມີຄວາມສະຫງົບ, ມີຄວາມສຸກ ແລະ ນັບມື້ອີ່ມໜຳສຳລານຢູ່ພາຍໃຕ້ຮ່ົມທຸງກາວົງເດືອນອັນເປັນທີ່ຮັກ ແລະ ຫວ່ງແຫນຂອງຄົນລາວທັງປວງ.
ເຖິງຢ່າງໃດກໍດີ, ສຳລັບບຸນນະມັດສະການພະທາດຫລວງປີນີ້ສິ່ງທີ່ໜ້າເປັນຫວ່ງເລື່ອງເລັກໆນ້ອຍໆ ທີ່ໄດ້ຕິດຫ້ອຍແບບບໍ່ຈົບບໍ່ງາມໃນແຕ່ລະປີນັ້ນຄື ບັນຫາຂີ້ເຫຍື້ອກອງຢັງຢາຍຊະຊາຍກວ່າຈະຖືກກຳຈັດປັດເປົ່າກໍຕ້ອງໄດ້ໃຊ້ ເວລາຫລາຍວັນ ເຊິ່ງເຫັນແລ້ວກໍໜ້າອັບອາຍຂາຍໜ້າຕໍ່ແຂກຕ່າງດ້າວທ້າວຕ່າງແດນທີ່ໄດ້ເຂົ້າມາທ່ຽວຊົມ ແລະ ສັກກາລະບູຊາພະທາດຫລວງວຽງ ຈັນໃນແຕ່ລະປີຫລັງງານບຸນ, ກໍຂໍໃຫ້ບຸນນະມັດສະການພະທາດຫລວງປີນີ້ເປັນປີທີ່ສວຍງາມສະອາດສົດໃສໄຮ້ສິ່ງເຮິະຮ້າຍເດີພີ່ນ້ອງ./.