ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ

ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ - 41236 - ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ
ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ - kitchen vibe - ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ

ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ຕາງໜ້າໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່ວມມືກັບ ບໍລິສັດ ລາວ ຄວາລິຕີ ຈຳກັດ, ເປີດສອນການຝຶກສີມືແຮງງານ ສາຂາ ຊ່າງຖັກວິກຜົມນັບແຕ່ ເດືອນ ສິງຫາ 2018 ຜ່ານມາ ເຊິ່ງ ມາຮອດປັດຈຸບັນ ສາມາດສະໜອງແຮງງານໃຫ້ກັບ ບໍລິສັດ ດັ່ງກ່າວ ໄດ້ແລ້ວ  415 ຄົນ ແລະ ພ້ອມທັງໄດ້ ອອກໃບຢັ້ງຢືນສີມືແຮງງານ ໃຫ້ເຂົາເຈົ້າ ໃນວັນທີ 31 ຕຸລາ ນີ້, ໂດຍມີເປັນກຽດຂຶ້ນມອບ ໂດຍ ມີທ່ານ ບຸນມາ ສິດທິ ໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານລາວ- ເກົາຫຼີ ແລະ ທ່ານ ຈຸນ ຮາ ເຊ ກາວາ(jun hasegawa) ຜູ້ອຳນວຍການ ບໍລິສັດ ລາວຄວາລິຕີ ຈຳກັດເຂົ້າຮ່ວມນຳດ້ວຍ.

ການຮຽນ ຊ່າງຖັກວິກ ຜົມ ເປັນໄລຍະສັ້ນ 2 ເດືອນ ຕໍ່ຊຸດ, ນັກຮຽນທີ່ມາຝຶກອົບຮົມໃນວິຊາຊີບດັ່ງກ່າວ ແມ່ນ ບໍ່ໄດ້ເສຍຄ່າຮຽນ, ຄ່າຫໍພັກ, ຄ່າອຸປະກອນການຮຽນ ແລະ ລ້ຽງເຂົ້າມື້ລະ 3 ຄາບ, ຫລັງ ຈາກຮຽນຈົບຫລັກສູດແລ້ວສາມາດ ເຂົ້າເຮັດວຽກກັບ ບໍລິສັດລາວຄວາລິຕີ ໄດ້ທັນ ທີ, ພ້ອມທັງເປັນການສ້າງ ວຽກເຮັດງານທຳໃຫ້ແກ່ ກຳລັງແຮງງານງານລາວ, ໃຫ້ສາມາດລ້ຽງກຸ້ມຕົນເອງ ແລະ ຄອບຄົວໄດ້.

ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ - Visit Laos Visit SALANA BOUTIQUE HOTEL - ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ

ໃນພິທີດັ່ງກ່າວ ທ່ານ ບຸນມາ ສິດທິໂສມໄດ້ມີຄຳເຫັນ ເນັ້ນໃຫ້ນັກຮຽນທີ່ ຈົບຈາກສະຖາບັນດັ່ງກ່າວ ເອົາໃຈໃສ່ ຝືກຝົນຕົນເອງ ໃຫ້ມີຄວາມຮັກ, ຄວາມມັກ ໃນອາຊີບ, ເຮັດວຽກເຕັມ ໂມງເວລາຢ່າງເປັນລະບົບຕາມ, ແບບອຸດສາຫະກຳ ແລະ ພ້ອມທັງໃຫ້ເອົາໃຈໃສ່ ປະຢັດມັດທະຍັດ ແລະ ເອງ,  ແລະ ຄອບຄົວໃຫ້ມີຊີວິດ ການເປັນຢູ່ດີຂຶ້ນ ສາມາດ ຫຼຸດພົ້ນອອກຈາກຄວາມ ທຸກຍາກໄດ້./.

ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ - 41236 - ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ

ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ - 4 - ພາກ​ເອກະ​ຊົນ​ເຂົ້າມາຮ່ວມ​ພັດທະ​ນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!