ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ

ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ - 33 23 - ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ
ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ - kitchen vibe - ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ

ກົມ​ຕໍາຫລວດ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ​ໄດ້​ເຕືອນ​ໃຫ້​ສັງຄົມ​ຍົກ​ສູງ​ສະຕິປ້ອງ​ກັນ​ອັກຄີ​ໄພ​, ພາຍຫລັງ​ເຫັນ​ວ່າ​ພຽງ​ເດືອນ​ດຽວ​ທົ່ວ​ປະ​ເທດມີ​​ອັກຄີ​ໄພ ເກີດ​ຂຶ້ນຫລາຍ​ກວ່າ 20 ຄັ້ງ ​ແລະ ມີ​ຜົນ​ເສຍ​ຫາຍ​ຄື: ​ເຮືອນ 19 ຫລັງ ​ແລະ ໂຮງ​ເລື່ອຍ, ​ໂຮງ​ອົບ​ຢາງ​ພາລາ, ຫ້ອງ​ສະຕູ​ດີ​ໂອ, ຮ້ານ​ບັນ​ເທິງ, ຕະຫລາດ ​ແລະ ອື່ນໆ ລວມມີ​ມູນ​ຄ່າ​​ເສຍ​ຫາຍ​ກວ່າ 5 ຕື້ກີບ ​ແລະ ສາ​ເຫດ​ຫລັກ​ຂອງອັກຄີ​ໄພກໍ​ແມ່ນ​ໄຟຟ້າ​ລັດ​ວົງ​ຈ​ອນ, ​ໄຕ້​ທູບ​ທຽນ​ບູຊາ, ຈູດຂີ້​ເຫຍື້ອ​ຊະຊາຍ, ຄວາມ​ປະໝາດ​ເລິນ​ເລີ້ ​ແລະ ອື່ນໆ.

  ກົມ​ຕໍາຫລວດ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ​ໃນ​ຜ່ານ​ມາ,​ອັກຄີ​ໄພ ​ແມ່ນ​ປາ​ກົດ​ການ​ຫຍໍ້​ທໍ້​ ​ໜຶ່ງ ທີ່​ສ້າ​ງຄວາມສູນ​ເສຍ​ໃຫ້​ແກ່​ຊີວິດ ​ແລະ ຊັບ​ສີນ​ຂອງ​ປະຊາຊົນ​ເປັນ​ຈໍານວນ​ຫລາຍ​, ​​ແຕ່​ບັນ​ຫາ​ນີ້ ພວກ​ເຮົາ​ສາມາດ​ປ້ອງ​ກັນ​ໄດ້​ດ້ວຍ​ການ​ມີ​ສະຕິ​ໃນ​ການ​ຊົມ​ໃຊ້​ໄຟຟ້າ ​ເຊັ່ນ: ໝັ່ນ​ກວດກາ​ສາຍ​ໄຟ ​ຫລື ​ອຸປະກອນ​​ເຄື່ອງ​ໃຊ້​ໄຟຟ້າ​ພາຍ​ໃນ​ເຮືອນ​ ​ແລະ ​ອາຄານຕ່າງໆ, ຖ້າ​ຫາກພົບ​​ວ່າ​ມີ​ສະ​ພາບ​ເກົ່າ​​ແກ່​​ ຫລື ເປ່​ເພ ບໍ່​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ນໍາ​ໃຊ້ຕ້ອງປ່ຽນ​​ໃໝ່​ທັນທີ, ​ການ​​ດັງ​ໄຟ​ແຕ່ງກິນ ຫລື ​ໃຕ້​ທູ​ບທຽນ​ບູຊາ​ຕ່າງໆ ​ເມື່ອ​ສໍາ​​ເລັດ​ເສັດ​ສິ້ນ​ແລ້ວ ກໍ​ຕ້ອງ​ດັບ​ມອດ​ທັນທີ ​ແລະ ບໍ່​ຄວນ​ຈູດ​ຂີ້​ເຫຍື້ອ​ຊະຊາຍ​ເດັດຂາດ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອັກຄີ​ໄພ​ໄດ້​ງ່າຍ.    

ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ - Visit Laos Visit SALANA BOUTIQUE HOTEL - ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ
ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ - 3 - ເຈົ້າ​ໜ້າ​ທີ່​ເຕືອນ​ໃຫ້ຍົກ​ສູງ​ສະ​ຕິ​ປ້​ອງກັນ​ອັກຄີ​ໄພ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!