ອຸຕຸຄາດຄະເນຕົ້ນເດືອນພະຈິກນີ້ອາກາດຈະຮ້ອນຂຶ້ນ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະຕົ້ນເດືອນພະຈິກທີ່ຈະ
ມາເຖິງນີ້, ທົ່ວປະເທດສະພາບອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກ, ລົມແຮງ ຢູ່ຫລາຍທ້ອງຖິ່ນທາງພາກກາງ ແລະ ພາກໃຕ້, ເນື່ອງຈາກຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງປະເທດເຮົາ.
ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ປະຊາຊົນຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ ມີສະຕິລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງດັ່ງກ່າວ. ຂະນະທີ່ສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ: ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດຍັງຈະສືບຕໍ່ເຢັນຫາໜາວເຢັນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 16-28 ອົງສາ.
ພາກເໜືອດ້ານຕາເວັນຕົກ ແຂວງຫລວງນໍ້າທາ, ຫລວງພະບາງ ແລະ ໄຊຍະບູລີ ອາກາດເຢັນຫາໜາວເຢັນໃນຕອນກາງຄືນ ແລະ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມທົ່ວໄປ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 17-35 ອົງສາ. ພາກກາງ: ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ອາກາດຮ້ອນໃນຕອນບ່າຍ ຈະມີຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 21-35 ອົງສາ ແລະ ພາກໃຕ້: ແຂວງຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງຢູ່ຫລາຍທ້ອງຖິ່ນ ອຸນຫະພູມແຕ່ 22-34 ອົງສາ.