ແລ້ງມາລະວັງອັກຄີໄພ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ປັດຈຸບັນພວກ ເຮົາກ້າວເຂົ້າສູ່ລະດູແລ້ງແລ້ວ ແລະ ສິ່ງສຳຄັນທີ່ສຸດໃນລະດູນີ້ແມ່ນພວກເຮົາຈະ ຕ້ອງມີສະຕິໃນການນຳໃຊ້ ຟືນໄຟຢູ່ໃນຊີວິດປະຈຳວັນ ເພາະຍາມແລ້ງຈະເຮັດໃຫ້ ເກີດອັກຄີໄພໄດ້ງ່າຍ-ກໍດັ່ງ ພວກເຮົາໄດ້ປາກົດເຫັນຄື ພຽງກ້າວເຂົ້າສູ່ລະດູແລ້ງ ບໍ່ໄດ້ພໍເທົ່າໃດເຫດການ ອັກຄີໄພຄັ້ງໃຫຍ່ກໍເກີດຂຶ້ນ ໂລດດັ່ງໄຟໄໝ້ຕະຫລາດ ເມືອງປາກຊັນແຂວງບໍລິຄຳ ໄຊ ເສຍຫາຍເປັນຈຳນວນ ຫລາຍ ແລະ ໄຟໄໝ້ບ້ານສົນ ຂົວເມືອງຫົວເມືອງແຂວງ ຫົວພັນກໍໄດ້ເພົາຜານເຮືອນ ຊານປະຊາຊົນໄປເປັນ 20 ກວ່າຫລັງ, ເຮັດໃຫ້ປະຊາຊົນ ຫລາຍສິບຄອບຄົວຂາດທີ່ຢູ່ ອາໄສ ແລະ ຫລາຍບັນຫາ ຫຍຸ້ງຍາກອື່ນໆ ຕາມມາ ເຊິ່ງເຫດຜົນກໍແມ່ນຂາດສະຕິໃນການນຳໃຊ້ຟືນໄຟ.
ດັ່ງນັ້ນເພື່ອຢາກສະກັດກັ້ນບັນຫາດັ່ງກ່າວກ່ອນອື່ນໝົດເບື້ອງເຈົ້າໜ້າທີ່ ແລະ ອຳນາດການປົກຄອງຕ້ອງມີມາດຕະການເດັດຂາດໃນການຈຳກັດການຈູດຂີ້ເຫຍື້ອໃນຕົວເມືອງຈຳກັດການຈູດ ໄຮ່ລາມປ່າຖ້າໃຜລະເມີດຕ້ອງນຳມາສຶກສາອົບຮົມດຳເນີນຄະດີຕາມລະບຽບກົດໝາຍ, ພ້ອມນັ້ນກໍຕ້ອງໄດ້ ເພີ່ມທະວີເຮັດວຽກງານໂຄສະນາໃຫ້ປະຊາຊົນມີສະຕິ ໃນການສະກັດກັ້ນ ແລະ ຕ້ານອັກຄີໄພ, ໂດຍສະເພາະແມ່ນ ການນຳໃຊ້ຟືນໄຟຊີວິດປະຈຳວັນ, ໂດຍສະເພາະ ແມ່ນລະບົບໄຟຟ້າໃນຄົວເຮືອນຕ້ອງໝັ່ນກວດກາ, ຖ້າເຫັນມີສະພາບເກົ່າແກ່ ສຸດໂຊມ ກໍຕ້ອງໄດ້ປົວແປງ ປ່ຽນຖ່າຍໃຫ້ມີຄວາມຮັບປະກັນ, ເພາະບົດຮຽນໄດ້ຊີ້ ໃຫ້ເຫັນໃນຜ່ານມາ, ສ່ວນຫລາຍການເກີດອັກຄີໄພ ຢູ່ປະເທດເຮົາແມ່ນມາຈາກ ໄຟຟ້າລັດວົງຈອນ ແລະ ການ ນຳໃຊ້ຟືນໄຟເຂົ້າໃນການ ແຕ່ງຢູ່ ຄົວກິນອື່ນໆ./.

