ສະພາບນ້ຳບົກແຫ້ງໄພພິບັດມາບອກເຕືອນຂົ່ມຂູ່


ໂດຍ: ທິດກ່ຳ
ກະໂຕນະຄອນຫລວງວຽງຈັນເຂດໃດໄດ້ໃຊ້ນ້ຳປະປາທີ່ເອົາມາຈາກແຫລ່ງນ້ຳງື່ມ ແມ່ນມີສະພາບຂາດມາໄດ້ຫລາຍວັນແລ້ວ ປາກົດການນີ້ເລີ່ມເກີດຂຶ້ນມາແຕ່ຕົ້ນເດືອນ ຕຸລານີ້ ໂດຍສະເພາະແມ່ນເຂດເມືອງໄຊທານີ້, ໄຊເສດຖາ ແລະ ຈັນທະບູລີ.
ຕາມການໃຫ້ຂໍ້ມູນຂອງ ທ່ານ ນາງ ເພື່ອນແສງ ໄຊນາຄຳ ຮອງຜູ້ອຳນວຍການ ລັດວິ ສະຫະກິດ ນ້ຳປະປາ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນມີຫລາຍເຂດຢູ່ນະ ຄອນຫລວງວຽງຈັນ ໂດຍສະເພາະແມ່ນເຂດເມືອງໄຊທານີ, ໄຊເສດຖາ ແລະ ຈັນທະບູລີໄດ້ຮັບຜົນກະທົບຈາກນ້ຳປະປາບໍ່ມາ ຫລື ມາກໍພໍໄຫລຮິ່ນໆຈອກໆ.
ອັນສາເຫດກໍຍ້ອນວ່າໂຮງງານຜະລິດນ້ຳປະປາດົງໝາກຄາຍບໍ່ສາມາດຜະລິດນ້ຳປະປາສະໜອງໃຫ້ຜູ້ຊົມໃຊ້ໄດ້ຢ່າງທົ່ວເຖິງເພາະວ່ານ້ຳງື່ມມັນບົກແຫ້ງຜິດປົກກະຕິກວ່າປີ ຜ່ານໆມາ.
ຈາກສະພາບດັ່ງກ່າວ, ເພື່ອເປັນການແກ້ໄຂແບບປັດຈຸບັນທັນດ່ວນ, ທາງປະປານະຄອນຫລວງໄດ້ຕິດຕັ້ງຈັກສູບນ້ຳເພິ່ນໃນປະລິມານ 20 ພັນແມັດກ້ອນເພື່ອສະໜອງໃຫ້ເປັນປົກກະຕິ. ທ່ານ ຮອງຫົວໜ້າປະປານະຄອນຫລວງຍັງໄດ້ແຈ້ງຕື່ມວ່າ: ສະພາບນ້ຳງື່ມໄດ້ບົກແຫ້ງລົງຈົນຫວິດຈາກປາກທໍ່ດູດນ້ຳບໍ່ສາມາດດູດເອົານ້ຳຂຶ້ນມາຜະລິດເປັນນ້ຳປະປາໄດ້.
ໃນໄລຍະຜ່ານມາໂຮງງານນ້ຳປະປາດົງໝາກຄາຍສາມາດຜະລິດໄດ້ 80 ພັນແມັດກ້ອນຕໍ່ມື້, ແຕ່ຕົກມາໃນຊ່ວງຂາດນ້ຳໂຮງງານໄດ້ກາຍເປັນອຳມະພາດມາຫລາຍວັນແລ້ວ.
ແນວໃດກໍຕາມ, ເພື່ອແກ້ໄຂສະພາບວິກິດດ່ັງກ່າວ ທາງປະປານະຄອນຫລວງໄດ້ຕິດຕັ້ງເຄື່ອງຈັກສູບນ້ຳໃໝ່ຕໍ່ລົງໄປຕື່ມເພື່ອໃຫ້ເຖິງມວນນ້ຳມາຮອດປັດຈຸບັນກໍສາມາດຜະລິດນ້ຳປະປາໄດ້ເປັນປົກກະຕິແລ້ວ.
ດັ່ງທີ່ຮູ້ນຳກັນວ່າ, ປີນີ້ນ້ຳງື່ມໄດ້ບົກແຫ້ງລົງຜິດປົກກະຕິອີ່ຫລີອັນເນື່ອງມາຈາກຝົນຕົກໜ້ອຍຫລືຕົກບໍ່ທົ່ວເຖິງ, ມີບ່ອນຕົກຫລາຍຕົກໜ້ອຍ, ຊ່ວງຍາມຝົນກາງເກົ້າ, ກາງສິບ ທ້າຍປີ 2017 ເຂດນີ້ຖືກນ້ຳຖ້ວມໜັກສົມຄວນ, ນັບທັງພາກໃຕ້ເຂື່ອນເຊປຽນ-ເຊນ້ຳນ້ອຍທີ່ແຂວງອັດຕະປືຈົນແຕກພັງ.
ພໍຕົກມາປີນີ້ນັບແຕ່ເຂດບໍລິຄຳໄຊ, ນະຄອນຫລວງວຽງຈັນຂຶ້ນໄປທາງພາກເໜືອດ້ານຕາເວັນຕົກຕາເວັນອອກເກີດມີການຂາດນ້ຳຍ້ອນຝົນບໍ່ຕົກສະໝ່ຳສະເໝີແຕ່ລະເຂື່ອນທີ່ມີໃນເຂດນີ້ກໍພາກັນກັກກັນນ້ຳເພື່ອຮັບໃຊ້ຜະລິດກະແສໄຟຟ້າໃຫ້ໄດ້ຕາມມາດຕະຖານ ຈຶ່ງເປັນເຫດໃຫ້ບາງເມືອງຢູ່ນະຄອນຫລວງວຽງຈັນມີການຂາດແຄນນ້ຳໄປຕາມໆກັນ.
ກ່າວເຖິງສະພາບການຂາດນ້ຳມັນກໍບໍ່ມີແຕ່ນ້ຳງື່ມ, ຍັງມີນ້ຳຂອງຕອນກາງ, ທັງສາຂາ ແຕ່ລະສາຍໃນເຂດນີ້, ກໍ ບົກແຫ້ງເໝືອນກັນຄືດັ່ງທີ່ເຫັນໃນແຫລ່ງສື່ຕ່າງໆ ຄືຜ່ານມານັ້ນເອງ, ຕາມທິດກ່ຳວ່າ ເມື່ອເປັນສະພາບແບບນີ້ໄພພິບັດໃນການຂາດແຄນນ້ຳໄດ້ມາບອກເຕືອນຂົ່ມຂູ່ພວກເຮົາແລ້ວໃນ ອະນາຄົດຖ້າພວກເຮົາບໍ່ມີການບໍລິ ຫານຈັດການນ້ຳທີ່ດີ ແລະ ເກັ່ງຈະກາຍເປັນບັນຫາໄພພິບັດອັນໃຫຍ່ຫລວງຕໍ່ປະຊາຊົນລາວ ບັນດາເຜົ່າຢ່າງແນ່ນອນ.
ເຖິງຢ່າງໃດກໍດີ, ທຸກສິ່ງຢ່າງມັນພັດຂຶ້ນກັບທຳມະຊາດເປັນຫລັກ. ປີໃດຝົນຕົກຫລາຍນ້ຳລົ້ນອັ່ງຖ້ວມສະຖ້ວມຊາຍ ປີໃດຝົນບໍ່ຕົກໜ້ອຍ ຫລື ຕົກບໍ່ສະໝ່ຳສະເໝີກໍເກີດບັນຫາຂາດແຄນນ້ຳກາຍເປັນໄພພິບັດຄຸກຄາມຊີວິດການເປັນຢູ່ຂອງປະຊາຊົນ ກ່າວເຖິງມາດຕະການແກ້ໄຂນັ້ນກໍຍ່ອມມີທາງອອກຫລາຍວິທີຖ້າພວກເຮົາພ້ອມໃຈກັນເຢີກເປັນຕົ້ນຄື: ພ້ອມກັນປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ, ໄປຄຽງຄູ່ກັນນັ້ນ, ກໍຕ້ອງປູກປ່າໃຫ້ຫລາຍໆ, ກຳນົດເຂດພັດທະນາ, ເຂດບຸກເບີກກໍ່ສ້າງ, ເຂດປ່າສະຫງວນ, ຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນເຂົ້າຮ່ວມການພັດທະນາປ່າໄມ້ແບບຍືນຍົງ ເຊິ່ງພັກ ແລະ ລັດຖະ ບານເຮົາພວມມີແນວທາງຢ່າງຊັດເຈນອອກມາແລ້ວ.
ແຕ່ອັນສຳຄັນພວກເຮົາເວົ້າແລ້ວຕ້ອງພ້ອມກັນເຮັດ, ບໍ່ຄວນເວົ້າແຕ່ປາກນັບທັງມີມາດຕະການຖ້າຜູ້ໃດຝ່າຝືນກໍຕ້ອງໄດ້ລົງໂທດຕາມຂະບວນການຍຸດຕິທຳ./.



