ເປີດຝາໂລງສົບ 30 ໂລງເປັນໜ້າແປກໃຈ


ຮຽບຮຽງໂດຍ: ລູກເມືອງພວນ
ນັກບູຮານຄະດີ ເປີດຝາໂລງສົບ 30 ໂລງ ມີອາຍຸ 3.000 ປີ ຢູ່ໃນປ່າຊ້າ Asasif ໃນ ເອຢິບ ເຫັນຊາກສົບທີ່ ດອງໄວ້ຍັງສົມບູນແບບທຸກຢ່າງບັນດາໂລງສົບດັ່ງກ່າວຖືກເປີດຝາໃນວັນທີ 19 ຕຸລານີ້ ພາຍຫຼັງທີ່ຖືກຂຸດຄົ້ນຂຶ້ນມາຈາກປ່າຊ້າ Asasif ຂອງ ເອຢິບ ໃນເມືອງບູຮານ Thebes.


ໜ່ວຍຂຸດຄົ້ນ ໄດ້ພົບເຫັນ ໂລງສົບຢູ່ໃນເຂດຕົວເມືອງ Asasif, ລັດຖະບານ ເອຢິບ ປະກາດວ່າ: Asasif ຂຶ້ນກັບ ນະຄອນບູຮານ Thebes (ປັດຈຸບັນແມ່ນນະຄອນ Luxor) ເຊິ່ງເຄີຍເປັນເມືອງ ທີ່ຄຶກຄື້ນ ແລະ ແອອັດໄປ ດ້ວຍຜູ້ຄົນທີ່ຫຼາກຫຼາຍໃນ ອະດີດ ເອຢິບ ບູຮານ.
ຄາດການວ່າ ບັນດາໂລງສົບດັ່ງກ່າວ ມີອາຍຸປະມານ 3.000 ປີ ຊຶ່ງເປັນບູ ຮານເກົ່າແກ່ທີ່ສຸດທີ່ເຄີຍພົບເຫັນ. ເຖິງຢ່າງໃດກໍຕາມຊາກສົງດັ່ງກ່າວຖືກຮັກສາໄວ້ເປັນຢ່າງດີ ສົບຍັງຄົງເດີມທຸກຢ່າງ ນັບທັງຮູບແຕ້ມ ແລະ ຕົວອັກສອນທີ່ສະຫຼັກ ໄວ້ບົນໂລງສົບ.


ບັນດານັກບູຮານຄະດີ ເປີດຝາໂລງສົບໃນວັນທີ 19 ຕຸລາຜ່ານມານີ້ ເນື່ອງໃນໂອ ກາດວັນບຸນປະເພນີຂອງ ເອຢິບ ແຕ່ເປັນໜ້າແປກປະຫຼາດພົບວ່າ ສົບເຫຼົ່ານັ້ນ ຖືກຫຸ້ມຫໍ່ ແລະ ຮັກສາໄວ້ເປັນ ຢ່າງດີ. ອີງຕາມລວດລາຍທີ່ສະຫຼັກໄວ້ບົນໂລງສົບສາ ມາດໃຫ້ຮູ້ວ່າ ເມື່ອຍັງມີຊີວິດ ຢູ່ ຈຳພວກຄົນເຫຼົ່ານີ້ ໄດ້ຮັບ ການນັບຖືເປັນຢ່າງສູງຈາກສັງຄົມ ອາດຈະເປັນຄຸນພໍ່ ຫຼື ອາດຈະເປັນເດັກນ້ອຍ.


ບັນດາໂລງສົບດັ່ງກ່າວ ຈະຖືກບູລະນະຄືນໃໝ່ ແລະ ຈະໄດ້ນຳເອົາໄປວາງສະ ແດງໄວ້ໃນພິພິທະພັນ ຂອງ ເອຢິບ, ຄາດວ່າຈະເອົາໄປຕັ້ງໄວ້ໃກ້ກັບ ປີລະມິດ Giza ໃນປີໜ້າ.