ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້

ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້ - 23658 - ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້
ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້ - kitchen vibe - ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້

ຮຽບຮຽງໂດຍ: ລູກເມືອງພວນ

ຜົນຂອງການຄົ້ນຄ້ວາວິທະຍາສາດ ໃຫ້ຮູ້ວ່າ:  ຊ້າທີ່ສຸດກໍຕ້ອງແມ່ນທ້າຍສະຕະວັດນີ້, ມະນຸດອາດຈະຂຶ້ນໄປຫາດວງເດືອນໄດ້ດ້ວຍຂັ້ນໄດເລື່ອນ

ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້ - Visit Laos Visit SALANA BOUTIQUE HOTEL - ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້

ຄວາມໄຝ່ຝັນ “ຂັ້ນໄດເລື່ອນເທິງເວຫາ” ຖືກອອກແບບເປັນຄັ້ງທຳອິດ ໂດຍນັກວິສາວະກອນຊາວລັດເຊຍ Yuri Artsutanov ຊຶ່ງແນວຄວາມຄິດດັ່ງກ່າວເກີດຂຶ້ນມາກ່ອນໜ້ານີ້ 50 ແລ້ວ,ໃນສະຕະວັດກ່ອນ ແລະ ຈະກາຍເປັນຄວາມຈິງໃນສະຕະວັດນີ້ເອງ( Fox News ລາຍງານໃນວັນທີ 14 ຕຸລານີ້)

ອົງການການບິນ ແລະ ອາວະກາດ ຂອງສະຫະລັດ(NASA) ແລະ ພາກສ່ວນກ່ຽວຂ້ອງໃນ ຍີ່ປຸ່ນ ແລະ ຈີນ ໄດ້ດຳເນີນການຄົ້ນຄ້ວາຄວາມໄຝ່ຝັນດັ່ງກ່າວມາໄດ້ຫຼາຍປີແລ້ວ. ກຸ່ມບໍລິສັດກໍ່ສ້າງ Obayashi ຂອງຍີ່ປຸ່ນ ປະກາດວ່າ: ຈະອອກແບບ “ຂັ້ນໄດເທິງເວຫາ” ໃຫ້ສຳເລັດໃນປີ 2050, ໃນມູນຄ່າ 90 ຕື້ສະຫະລັດ.

ໂຄງສ້າງຂອງ “ຂັ້ນໄດເລື່ອນ” ປະກອບດ້ວຍ: ເສົາສາຍກາບ ແລະ ຕົວຂັ້ນໄດເລື່ອນ. ສຳລັບເສົາສາຍກາບສົ້ນໜຶ່ງຂອງມັນຈະຝັງລົງໃນພື້ນດິນ, ຈຸດຝັງຂອງເສົາອາດຈະເປັນຊາຍຝັ່ງທະເລທີ່ນອນຢູ່ບົນເສັ້ນສູນສູດ ແລະ ອີກສົ້ນໜຶ່ງຈະໄປກ່າຍໃສ່ກັບດວງເດືອນບ່ອນທີ່ຈະຂຶ້ນໄປຫາ, ສ່ວນຕົວຂັ້ນໄດເລື່ອນຈະໄດ້ຖືກແນບຕິດເຂົ້າໃສ່ກັບເສົາສາຍກາບ ເພື່ອເປັນຕົວຂັບເຄື່ອນຂົນສົ່ງຄົນ ແລະ ສິນຄ້າຂຶ້ນເມືອຫາດວງເດືອນ.

ໃນບໍ່ດົນມານີ້, ຜົນການຄົ້ນຄ້ວາຈາກມະຫາວິທະຍາໄລ Cambridge ແລະ ມະຫາວິທະຍາໄລ Columbia ໄດ້ຕີລາຄາສູງຄວາມອາດສາມາດເປັນໄປໄດ້ສູງ ຊຶ່ງຕ່າງກັບແນວຄວາມຄິດຂອງອົງການ ນາຊາ( NASA). ກຸ່ມນັກຄົ້ນຄ້ວາຈາກມະຫາວິທະຍາໄລຊີ້ແຈງວ່າ: ອາດຈະສ້າງເສົາຂັ້ນໄດເລື່ອນຂະໜາດໃຫ່ຍຂຶ້ນໄປກ່າຍໃສ່ດວງເດືອນ ແລ້ວຢ່ອນຕົວຂັ້ນໄດເລື່ອນລົງມາຫາພື້ນດິນ ບ່ອນທີ່ໃກ້ກັບເດືອນທີ່ສຸດ ປະມານ 36.000 ກມ. ຈຸດດັ່ງກ່າວຈະຊ່ວຍໃຫ້ຂັ້ນໄດເລື່ອນພົບກັບຄວາມສ່ຽງໜ້ອຍກ່ວາຈຸດເສັ້ນສູນສູດ ແລະ ສາມາດຫຼີກລ່ຽງການປະທະກັບດາວທຽມ ຫຼື ສະເກັດດາວ ໃນຮ່ວງອາວະກາດໄດ້.

ນອກຈາກນີ້, ແນວຄວາມຄິດ “ຂັ້ນໄດເລື່ອນ” ດັ່ງກ່າວ ໄດ້ຮັບການຕີລາຄາສູງ ເພາະອາດຈະສ້າງຂຶ້ນໄດ້ຈິງດ້ວຍວັດຖຸຂອງມະນຸດທີ່ມີຢູ່ໃນປັດຈຸບັນ ເຊັ່ນ: polymers ເສັ້ນໄຍ carbon(carbon polymers).

ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້ - 23658 - ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້
(ການອອກແບບຂັ້ນໄດຂຶ້ນເມືອຫາດວງເດືອນ)

ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້ - 4 - ມະນຸດອາດຈະຂຶ້ນໄປຫາດວງເດືອນດ້ວຍຂັ້ນໄດເລື່ອນ ໃນສະຕະວັດນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!