ເຈົ້າຊາຍ ແຫ່ງຊອກດານີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ


ຂປລ.ໃນລະຫວ່າງວັນທີ 23-24 ຕຸລານີ້, ເຈົ້າຊາຍ Mired Raad Zeid Al-Hussein ແຫ່ງຊອກດານີ (ຈໍແດນ), ໃນຖານະຜູ້ຕາງໜ້າພິເສດຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດຝັງດິນຕ້ານບຸກຄົນໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ຊຶ່ງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເພື່ອແລກປ່ຽນບົດຮຽນ ໃນວຽກງານເກັບກູ້ສິ່ງເສດເຫລືອຈາກສົງຄາມ ແລະ ສົ່ງເສີມການຮ່ວມມືໃນດ້ານການຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບ. ພ້ອມດຽວກັນນັ້ນ, ເຈົ້າຊາຍພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມໂຄງການເກັບກູ້ລະເບີດ ທີ່ ບ້ານຫາດຍາ, ເມືອງປາກອູ, ແຂວງ ຫລວງພະບາງ ເພື່ອຕິດຕາມ ແລະ ເກັບກຳສະພາບຕົວຈິງໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເຊິ່ງການແກ້ໄຂບັນຫາດັ່ງກ່າວເປັນໜຶ່ງໃນບູລິມະສິດຂອງລັດຖະບານລາວ. ສົນທິສັນຍາວ່າດ້ວຍການເກືອດຫ້າມການນຳໃຊ້ລະເບີດຝັງດິນຕ້ານບຸກຄົນ ຫລື ສົນທິສັນຍາ ໂອຕາວາ(Ottawa Convention) ໄດ້ມີການລົງນາມໃນປີ 1997 ແລະ ມີຜົນບັງຄັບໃຊ້ໃນວັນທີ 01 ມີນາ 1999. ປັດຈຸບັນມີ 164 ປະເທດ ໃຫ້ສັດຕະຍາບັນ, 1 ປະ ເທດ ລົງນາມແລ້ວ, ເຖິງວ່າ ສປປ ລາວ ຍັງບໍ່ໄດ້ເປັນພາຄີ ແຕ່ກໍໃຫ້ການສະໜັບສະໜູນຈຸດປະສົງ ແລະ ເປົ້າໝາຍທາງດ້ານມະນຸດສະທຳ ຂອງສົນທິສັນຍາ ໂອຕາວາ ແລະ ໄດ້ເຂົ້າຮ່ວມກອງປະຊຸມລັດພາຄີ ໃນຖານະປະເທດສັງເກດການ.
ປັດຈຸບັນ, ລັດຖະບານ ພວມສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 8 (2016-2020) ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ພ້ອມທັງໄດ້ຮັບຮອງເອົາເປົ້າໝາຍແຫ່ງຊາດ ເປົ້າໝາຍທີ 18 “ຊິວິດປອດໄພຈາກລະເບີດທີ່ບໍ່ທັນແຕກ” ເພື່ອແນ ໃສ່ຫລຸດຜ່ອນຜົນກະທົບຈາກລະເບີດທີ່ບໍ່ທັນແຕກ ຕໍ່ການດຳລົງຊິວິດຂອງປະຊາຊົນລາວ ແລະ ການພັດ ທະນາປະເທດ. ສະນັ້ນ, ການແກ້ໄຂບັນຫາດັ່ງກ່າວ ຈຶ່ງແມ່ນບັນຫາຮີບດ່ວນເມື່ອທຽບໃສ່ ບັນຫາລະເບີດຝັງດິນ. ພ້ອມດຽວກັນນີ້, ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ແມ່ນເຫດການທີ່ສຳຄັນ ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືທີ່ດີຂອງ ສປປ ລາວ ແລະ ວົງຄະນາຍາດສາກົນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການປະຕິບັດພັນທະຕໍ່ສາກົນຂອງ ສປປ ລາວ ໃນບັນຫາທີ່ເປັນບູລິມະສິດຂອງລັດຖະບານໃຫ້ບັນລຸຕາມຄາດໝາຍວາງໄວ້.



