ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ

ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ - 23147 - ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ
ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ - kitchen vibe - ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ

ຮຽບຮຽງໂດຍ: ລູກເມືອງພວນ

ຂ່າວ ໃນວັນທີ 12 ຕຸລານີ້ ໃຫ້ຮູ້ວ່າ: ໃນຂະນະທີ່ຍາດພີ່ ນ້ອງກຳລັງຫາມຊາກສົບຜູ້ຕາຍຄື Mallick, ອາຍຸ 55 ປີໄປເຜົາຢູ່ນັ້ນ ບັງເອີນຊາກ ສົບເໜັງຕີງ ແລະ ເຫັນລຸກຂຶ້ນມານັ່ງ.

ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ - Visit Laos Visit SALANA BOUTIQUE HOTEL - ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ

Mallick ເປັນປະຊາຊົນ ຢູ່ບ້ານ Kapakhalla, ຄຸ້ມ Ganjam, Odissa ຂອງ ອິນເດຍ ຖືກສູນຫາຍໃນ ຂະນະທີ່ຜູ້ກ່ຽວໄປລ້ຽງແບ້ ຢູ່ໃນປ່າ. ມື້ຕໍ່ມາພີ່ນ້ອງໄດ້ ເຂົ້າໄປຊອກຄົ້ນຫາເຂົາກໍ ພົບເຫັນເຂົານອນຕາຍຢູ່ ກາງ ປ່າ, ຊາວບ້ານ ແລະ ຄອບຄົວ ຄິດວ່າເຂົາຕາຍແລ້ວ ຈຶ່ງຈັດ ງານຊາປະນາກິດສົບຂຶ້ນ ແລະ ນຳເອົາຊາກສົບຂອງ ເຂົາໄປເຜົາ.

ໃນຂະນະທີ່ກຳລັງຫາມຊາກສົບຂອງເຂົາໄປປ່າຢູ່ນັ້ນ ບັງເອີນຊາກສົບດັ່ງກ່າວ ແກ່ວງໆຫົວຂອງຕົນແລ້ວ ກໍລຸກຂຶ້ນນັ່ງເຮັດໃຫ້ຜູ້ຄົນໃນງານແຕກຕື່ນທົ່ວກັນ, ຈຳ ພວກໜຶ່ງໃນງານ ກໍພາກັນໜີ ຕາຍຍ້ອນຄວາມຢ້ານ.

ຊາວບ້ານຄົນໜຶ່ງເລົ່າວ່າ: “ເມື່ອເຫັນວ່າ ເຂົາຍັງມີ ຊີວິດຢູ່ ພວກເຂົາກໍຟ້າວເອົາ ເຂົາໄປໂຮງໝໍທັນທີ, ປັດຈຸບັນ ຜູ້ກ່ຽວມີອາການດີຂຶ້ນ”

ທ່ານໝໍໃຫ້ຮູ້ວ່າ: Mallick ຕາຍຄືນຍ້ອນໄຂ້ຂຶ້ນສູງ, ເມື່ອ ໄດ້ຮັບການປິ່ນປົວສຸຂະພາບ ຂອງເຂົາກໍດີຂຶ້ນ.

ນາງ Soli ຜູ້ເປັນເມຍໃຫ້ ຮູ້ວ່າ: ມື້ທີ່ເຂົາໄປລ້ຽງ ແບ້ນັ້ນ, ຜົວຂອງຕົນເປັນໄຂ້ຂຶ້ນສູງ     “ຂ້ອຍດີໃຈຫຼາຍເມື່ອຜົວກັບ ຄືນມາມີຊີວິດແຕ່ກໍມີຄວາມ ກິນແໜງເພາະບໍ່ໄດ້ພາເຂົາ ໄປໂຮງໝໍກວດເຊັກ ສຸຂະພາບ ໃນທີ່ສຸດຈົນໄດ້ມີງານຊາປະ ນາກິດສົບຂຶ້ນ”./.

ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ - 23147 - ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ

ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ - 5 - ງານຊາປະນາກິດສົບແຕກຕື່ນເມື່ອຄົນຕາຍລຸກຂຶ້ນນັ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!