ລາວຫາລືກ່ຽວກັບນະໂຍບາຍວ່າດ້ວຍປ່າສະຫງວນ,ພູມີທັດ ແລະ ສັດປ່າ ເພື່ອກະກຽມໃຫ້ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດ ອາຊຽນ ຄັ້ງທີ 6


ກອງປະຊຸມ ສົນທະນາກ່ຽວກັບນະໂຍບາຍວ່າດ້ວຍປ່າສະຫງວນ,ພູມີທັດ ແລະ ສັດປ່າ ເພື່ອກະກຽມໃຫ້ແກ່ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດ ອາຊຽນ ຄັ້ງທີ 6 ຈັດຂຶ້ນໃນວັນທີ 21 ຕຸລານີ້ ຢູ່ທີ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ, ໂດຍການເປັນປະທານຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ, ມີຜູ້ຕາງໜ້າສະຫະພາບເອີຣົບ,ບັນດາປະເທດໃຫ້ທຶນ,ຜູ້ແທນອຸທິຍານມໍລະດົກທາງທໍາມະຊາດ ຂອງບັນດາປະເທດອາຊຽນເຂົ້າຮ່ວມ.
ເພື່ອເປັນການປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານການຄຸ້ມຄອງປ່າໄມ້ ແລະ ສັດນ້ຳສັດປ່າ ໃນບັນດາປະເທດສະມາຊິກອາຊຽນ, ເຊິ່ງກອງປະຊຸມນີ້ຈັດຂຶ້ນທຸກໆ 3 ປີແລະ ເພື່ອກະກຽມໃຫ້ແກ່ກອງປະຊຸມ ອຸທິຍານມໍລະດົກທາງທຳມະຊາດ ອາຊຽນ ຄັ້ງທີ 6, ເຊິ່ງມີຄວາມໝາຍຄວາມສຳຄັນຕໍ່ການອະນຸລັກ ຊັບພະຍາກອນທຳມະຊາດ ແລະ ຊີວະນາໆ ເນື່ອງຈາກກອງປະຊຸມດັ່ງກ່າວ ມີເປົ້າໝາຍຊຸກດັນໃຫ້ ຄົນ ແລະ ປ່າໄມ້ ອາໃສຢູ່ຮ່ວມກັນແບບຍືນນານ ເຊີ່ງສອດຄ່ອງກັບແນວທາງນະໂຍບາຍ ການພັດທະນາການເຕີບໂຕສີຂຽວຂອງລັດຖະບານລາວ, ໂດຍສະເພາະການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ 2020 ແລະ ແຜນການຄຸ້ມຄອງຊີວະນາໆພັນ ແຫ່ງຊາດ (NBSAP)


ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຕ່າງໆກ່ຽວກັບການກຳນົດຍຸດທະສາດ ແລະນະໂຍບາຍດ້ານການຄຸ້ມຄອງ,ບໍລິຫານຈັດການອຸທິຍານມໍລະດົກທາງທຳມະຊາດ ຊີວະນາໆພັນ ຂອງບັນດາປະເທດອາຊຽນ ໃຫ້ມີຄວາມເປັນເອກະພາບ ແລະ ຮ່ວມມືພັດທະນາແບບຍືນນານ.