ລາວນໍາເຂົ້າຊີມັງຈໍານວນຫລາຍມາຮັບໃຊ້ພາຍໃນ


ສູນຂໍ້ມູນ-ຂ່າວສານດ້ານການຄ້າກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາມູນຄ່າການນໍາເຂົ້າຊີມັງມາຮັບໃຊ້ຢູ່ປະເທດເຮົາສູງກວ່າ 100 ລ້ານໂດລາສະຫະລັດ ແລະ ສະເພາະ 7 ເດືອນປີ 2019 ມີມູນຄ່າກວ່າ 42 ລ້ານໂດລາສະຫະລັດ, ນີ້ສະແດງໃຫ້ເຫັນວ່າ: ສປປ ລາວ ຍັງການນໍາເຂົ້າຊີມັງຈາກຕ່າງປະເທດເປັນຈໍານວນຫລາຍເພື່ອສະໜອງຄວາມຕ້ອງການພາຍໃນ, ເຖິງວ່າ ສປປ ລາວ ຈະມີໂຮງງານຜະລິດຊີມັງ 13 ແຫ່ງໃນຂອບເຂດທົ່ວປະເທດ, ແຕ່ມີ 9 ໂຮງງານທີ່ມີການເຄື່ອນໄຫວການຜະລິດ ແລະ ຈໍາໜ່າຍຄື: ໂຮງງານຊີມັງຫລວງພະບາງ, ໂຮງງານຊີມັງວັງວຽງຫລັງ 1, 2 ແລະ 3, ໂຮງບົດຊີມັງວຽງຈັນ, ໂຮງບົດຊີມັງ BMC ວຽງຈັນ, ໂຮງງານຊີມັງທ່າແຂກ, ໂຮງງານຊີມັງສະຫວັນນະເຂດ ແລະ ໂຮງງານຊີມັງສາລະວັນ. ຮອດປີ 2016 ໄດ້ມີການພັດທະນາເພີ່ມຂຶ້ນອີກ 3 ໂຮງງານຄື: ໂຮງງານຊີມັງໄຊຍະບູລີ, ໂຮງງານຊີມັງຊຽງຂວາງ ແລະ ໂຮງງານຊີມັງເມືອງຄູນຄໍາແຂວງຄໍາມ່ວນ. ປີ 2017 ໄດ້ເພີ່ມຂຶ້ນອີກ 1 ແຫ່ງຄື: ໂຮງງານຊີມັງຄໍາມ່ວນ (ກາຊ້າງໄທ) ບໍລິສັດ SCG. ລວມແລ້ວມີກໍາລັງການຜະລິດທັງໝົດແມ່ນ 8.300 ໂຕນຕໍ່ປີ.
ນອກນັ້ນ, ລັດຖະບານຍັງໄດ້ອະນຸມັດໃຫ້ສ້າງຕັ້ງໂຮງງານຂຶ້ນອີກ 4 ແຫ່ງຢູ່ແຂວງອຸດົມໄຊ, ຫລວງພະບາງ, ຄໍາມ່ວນ ແລະ ສະຫວັນນະເຂດ ລວມກໍາລັງການຜະລິດທັງໝົດ 3.700 ໂຕນຕໍ່ປີ.
ສຳລັບການຜະລິດຊີມັງໃນທົ່ວປະເທດປີ 2013 ແມ່ນ 1.500 ໂຕນ, ປີ 2014 ແມ່ນ 1.800 ໂຕນ, ປີ 2015 ແມ່ນ 2.000 ກວ່າໂຕນ, ປີ 2016 ແມ່ນ 1.800 ກວ່າໂຕນ, ປີ 2017 ແມ່ນ 3.300 ກວ່າໂຕນ, ເຊິ່ງຊີ້ໃຫ້ເຫັນວ່າໃນບັນດາ 13 ໂຮງງານທີ່ມີກໍາລັງການຜະລິດເຖິງ 8.300 ໂຕນຕໍ່ປີ ຍັງບໍ່ສາມາດເຮັດໄດ້ເຕັມກໍາລັງ.
ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ປີ 2019 ການນໍາເຂົ້າຊີມັງຍັງມີແນວໂນ້ມເພີ່ມຂຶ້ນເລື້ອຍໆ, ສະເພາະເດືອນມັງກອນມີມູນຄ່າ 4,8 ລ້ານໂດລາສະຫະລັດ, ມາຮອດເດືອນກໍລະກົດເພີ່ມຂຶ້ນເປັນ 11 ລ້ານກວ່າໂດລາສະຫະລັດ ແລະ ປັດຈຸບັນ, ລັດຖະບານໄດ້ຍົກເລີກການອອກໃບອະນຸຍາດນໍາເຂົ້າຊີມັງແລ້ວ, ໝາຍວ່າຜູ້ນໍາເຂົ້າສາມາດແຈ້ງນໍາເຂົ້າຢູ່ດ່ານສາກົນເລີຍ, ໂດຍບໍ່ຈໍາເປັນຕ້ອງມາຂໍອະນຸຍາດນໍາເຂົ້າກັບຂະແໜງການກ່ຽວຂ້ອງ. ການຍົກເລີກການອອກໃບອະນຸຍາດນໍາເຂົ້າຊີມັງແມ່ນເປັນມາດຕະການໜຶ່ງຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຫລຸດຂັ້ນຕອນການນໍາເຂົ້າ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ແຕ່ອາດເປັນການສົ່ງເສີມການນຳເຂົ້າ ແລະ ບໍລິໂພກສິນຄ້າຈາກຕ່າງປະເທດຫລາຍຂຶ້ນ.